ສປປ ລາວ ສົ່ງຕໍ່ໜ້າທີ່ ປະທານໜ່ວຍງານ ຊັບສິນທາງປັນຍາອາຊຽນ ໃຫ້ກໍາປູເຈຍ

14/05/2025 20:02
Email Print 976
ຂປລ ຂປລ. ເມື່ອບໍ່ດົນມານີ້, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທັງເປັນຫົວໜ່ວຍປະຕິບັດງານ ຊັບສິນທາງປັນຍາ ອາຊຽນ (2023-2025) ໄດ້ສົ່ງຕໍ່ໜ້າທີ່ປະທານໜ່ວຍງານ ຊັບສິນທາງປັນຍາອາຊຽນ (2025-2027)



ຂປລ. ເມື່ອບໍ່ດົນມານີ້
,  ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທັງເປັນຫົວໜ່ວຍປະຕິບັດງານ ຊັບສິນທາງປັນຍາ ອາຊຽນ (2023-2025) ໄດ້ສົ່ງຕໍ່ໜ້າທີ່ປະທານໜ່ວຍງານ ຊັບສິນທາງປັນຍາອາຊຽນ (2025-2027) ໃຫ້ ທ່ານ ຊຸນ ວີເຈຍ ຫົວໜ້າກົມຊັບສິນທາງປັນຍາ, ກໍາປູເຈຍ. ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ຫໍປະຊຸມໂຊກຄາ ສຽມຣຽບ ປະເທດກໍາປູເຈຍ ພາຍໃຕ້ການເປັນສັກຂີພິຍານ ຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ອຸກ ປຣາເຈຍ ເລຂາທິການລັດ ປະຈໍາກະຊວງການຄ້າ ກໍາປູເຈຍ ໂດຍມີຜູ້ເຂົ້າຮ່ວມຈາກ 10 ປະເທດອາຊຽນ, ປະເທດຕີມໍແລັດສະເຕ (ໃນນາມຜູ້ສັງເກດການ) ແລະ ໜ່ວຍງານຊັບສິນທາງປັນຍາ ຈາກກອງເລຂາອາຊຽນ ເຂົ້າຮ່ວມ.



ທ່ານ ໄຊສົມເພັດ ນໍລະສິງ ໄດ້ເລີ່ມຮັບຕໍາແໜ່ງ ປະທານໜ່ວຍງານຊັບສິນທາງປັນຍາອາຊຽນ (
Chair of AWGIPC) ເລີ່ມແຕ່ເດືອນມີນາ 2023, ທີ່ໂບໂຮ, ປະເທດຟິລິບປິນ. ຕະຫລອດໄລຍະ 2 ປີຂອງການເປັນປະທານ, ວຽກງານດັ່ງກ່າວ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ມີຜົນສໍາເລັດໃນລະ ດັບສາກົນ ເປັນຕົ້ນ ປະກອບສ່ວນໃສ່ຜົນສໍາເລັດ ຂອງການຈັດຕັ້ງປະຕິບັດວຽກງານ ແຜນປະຕິບັດງານສິດຊັບສິນທາງປັນຍາ 2016-2025 (ຈາກເບື້ອງຕົ້ນ 78% ມາຮອດປັດຈຸບັນ ສໍາເລັດໄດ້ 91%). ພ້ອມກັນນັ້ນ, ພາຍໃຕ້ການເປັນປະທານຂອງ ສປປ ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃສ່ວຽກງານການສ້າງແຜນ ປະຕິບັດງານສິດຊັບສິນທາງປັນຍາ 2026-2030, ໄດ້ລິເລີ່ມໂຄງການຍຸດທະສາດໃໝ່ຂອງພາກພື້ນ, ໄດ້ສ້າງພື້ນຖານໃນການຍົກລະດັບ ໂຄງສ້າງຂໍ້ຕົກລົງ ການຮ່ວມມືຊັບສິນທາງປັນຍາອາ ຊຽນ (AFAIPC) ແລະ ໄດ້ເຂົ້າຕາງໜ້າບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ ແລະ ປະກອບຄໍາເຫັນໃນກອງປະຊຸມລະດັບພາກພື້ນ ແລະ ສາກົນ ເຊິ່ງປັນການຍົກສູງບົດບາດ ຂອງອາຊຽນໃນເວທີສາກົນ.




ໂອກາດນີ້, ທ່ານ ໄຊສົມເພັດ ນໍລະສິງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ກອງເລຂາອາຊຽນ ແລະ ຫ້ອງການຊັບສິນທາງປັນຍາ ຂອງບັນດາປະເທດອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຕະຫລອດໄລຍະ 2 ປີ ຂອງການຮັບໜ້າທີ່ດັ່ງກ່າວ. ພ້ອມກັນນັ້ນ
, ຍັງໄດ້ສະແດງຄວາມຂອບໃຈ ປະເທດກໍາປູເຈຍ ທີ່ໄດ້ເປັນເຈົ້າພາບຈັດພິທີດັ່ງກ່າວ ແລະ ສະແດງຄວາມຍິນດີຢ່າງສຸດໃຈ ມາຍັງທ່ານຫົວໜ້າກົມຊັບສິນທາງປັນຍາ, ປະເທດກໍາປູເຈຍ ທີ່ໄດ້ຮັບໜ້າທີ່ການເປັນປະ ທານດັ່ງກ່າວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງການນໍາກະຊວງການຄ້າກໍາປູເຈຍ ວຽກງານຊັບສິນທາງປັນຍາອາຊຽນ ຈະກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຂ່າວ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

KPL

ຂ່າວອື່ນໆ

    • ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາການເມືອງ

      ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      6/19/2025 4:21:28 PM

      ຂປລ. ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນ

      6/19/2025 4:17:01 PM

      ຂປລ. ຕອນບ່າຍວັນທີ 18 ມິຖຸນາ 2025 ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫລ່ງແຂວງວຽງຈັນ ຊຶ່ງນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.

    • ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດການເມືອງ

      ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດ

      6/19/2025 3:58:28 PM

      ຂປລ. ໃນຕອນບ່າຍ ວັນທີ 17 ມິຖຸນາ 2025, ທີ່ນະຄອນຫລວງເບີນ, ສະມາພັນທະລັດ ສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ກາຣິນ ແຄເລີຊຸດເຕີ(Karin Keller Sutter) ປະທານາທິບໍດີແຫ່ງ ສະມາພັນທະລັດ ສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດສະວິດ

    • ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ

      6/19/2025 3:54:13 PM

      ຂປລ. ພິທີປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດຂຶ້ນໃນວັນທີ 18 ມິຖຸ ນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ

    • ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງການເມືອງ

      ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງ

      6/19/2025 3:49:40 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຜ່ານເອກະສານການປັບປຸງກົງຈັກການຈັດຕັ້ງ ພັກ-ລັດ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ພບ ເຂົ້າຮ່ວມ.

ads
ads

Top