ຂປລ
ກອງປະຊຸມ ເວທີປຶກສາຫາລື ຊ່ຽງຊ່ານປັກກິ່ງ ຄັ້ງທີ 13 ອັດລົງ ດ້ວຍຜົນສຳເລັດ ຫລາຍດ້ານ ຢູ່ນະຄອນຫວງປັກກິ່ງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ກອງປະຊຸມ ເວທີປຶກສາຫາລື ຊ່ຽງຊ່ານປັກກິ່ງ ຄັ້ງທີ 13 ອັດລົງ ດ້ວຍຜົນສຳເລັດ ຫລາຍດ້ານ ຢູ່ນະຄອນຫວງປັກກິ່ງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້. ປີນີ້ແມ່ນປີຄົບຮອບ 20 ປີ ຂອງການສ້າງຕັ້ງເວທີປຶກສາຫາລື ຊ່ຽງຊ່ານປັກກິ່ງ. ໃນໄລຍະຈັດກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ແລກປ່ຽນຄວາມຄິດເຫັນ ໃນຫົວຂໍ້ຕ່າງໆ, ເຊັ່ນ: ລະບຽບສາກົນ ແລະ ຄວາມໝັ້ນຄົງ ທາງຍຸດທະສາດ, ບັນຫາ ແລະ ວິທີແກ້ໄຂ ການປະທະກັນ ໃນບາງພາກພື້ນ ແລະ ອື່ນໆ, ພ້ອມນີ້, ຍັງໄດ້ດຳເນີນການປຶກສາຫາລື ຢ່າງເລິກເຊິ່ງກ່ຽວກັບ ຫົວຂໍ້ສຳຄັນຕ່າງໆ ເຊັ່ນ: ທ່າອຽງການຫັນເປັນຫລາຍຂົ້ວ ກັບລະບຽບສາກົນ, ການພົວພັນ ລະຫວ່າງ ປະເທດໃຫຍ່ ກັບຄວາມໝັ້ນຄົງ ທາງຍຸດທະສາດ, ຄວາມປອດໄພ ຂອງຊ່ອງທາງເດີນເຮືອກັບ ການບໍລິຫານຄວາມປອດໄພ ທາງທະເລ, ຄວາມສ່ຽງ ແລະ ການຄຸ້ມຄອງ ການນຳໃຊ້ເຕັກໂນໂລຊີ ທັນສະໄໝເຂົ້າໃນທາງການທະຫານ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL