ຂປລ
ກຸ່ມບໍລິສັດ ເຕັກໂນໂລຊີ ການບິນ ອະວະກາດຈີນ ແຈ້ງໃຫ້ຮູ້ວ່າ: ວັນທີ 11 ພຶດສະພານີ້ ຕາມເວລາປັກກິ່ງ, ຈີນໄດ້ສົ່ງ ກຸ່ມດາວທຽມ Yaogan-4002 ຂຶ້ນສູ່ ອະວະກາດ ຢ່າງສຳເລັດຜົນ ດ້ວຍຈະຫລວດສົ່ງຍານ “ສາງເຈີ່ງ-6A”( Long March-6A)ຈາກສູນສົ່ງ ດາວທຽມ ໄທ້ຢວນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກຸ່ມບໍລິສັດ ເຕັກໂນໂລຊີ ການບິນ ອະວະກາດຈີນ ແຈ້ງໃຫ້ຮູ້ວ່າ: ວັນທີ 11 ພຶດສະພານີ້ ຕາມເວລາປັກກິ່ງ, ຈີນໄດ້ສົ່ງ ກຸ່ມດາວທຽມ Yaogan-4002 ຂຶ້ນສູ່ ອະວະກາດ ຢ່າງສຳເລັດຜົນ ດ້ວຍຈະຫລວດສົ່ງຍານ “ສາງເຈີ່ງ-6A”( Long March-6A)ຈາກສູນສົ່ງ ດາວທຽມ ໄທ້ຢວນ. ກຸ່ມດາວທຽມ ດັ່ງກ່າວ ໄດ້ເຂົ້າສູ່ ວົງໂຄຈອນ ຕາມທີ່ກຳນົດ ໄວ້ລ່ວງໜ້າ, ຖືວ່າ ພາລະກິດ ສົ່ງດາວທຽມຄັ້ງນີ້ ໄດ້ປະສົບຜົນສຳເລັດ ຢ່າງຈົບງາມ. ກຸ່ມດາວທຽມ Yaogan-4002 ແມ່ນສະຖາບັນທີ5 ຂອງກຸ່ມບໍລິສັດ ເຕັກໂນໂລຊີ ການບິນອະວະກາດຈີນ ເປັນຜູ້ຊີ້ນຳການຄົ້ນຄວ້າ ຜະລິດໂດຍລວມ, ຕົ້ນຕໍ ຈະຖືກນຳໃຊ້ ເຂົ້າໃນການສຳຫລວດ ສະພາບແວດລ້ອມ ແມ່ເຫລັກໄຟຟ້າ ພ້ອມດ້ວຍ ການທົດລອງ ເຕັກນິກ ທີ່ກ່ຽວຂ້ອງ. ການສົ່ງດາວທຽມ ດັ່ງກ່າວເປັນເທື່ອທີ 12 ທີ່ຈະຫລວດສົ່ງຍານ “ສາງເຈີ່ງ-6A” ປະຕິບັດພາລະກິດ ທັງເປັນເທື່ອທີ 574 ທີ່ຈະຫລວດສົ່ງສານ “ສາງເຈີນ”ປະຕິບັດພາລະກິດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL