ຂປລ
ວັນທີ 11 ພຶດສະພານີ້, ເຮືອທ່ອງທ່ຽວ ທີ່ໄດ້ບັນທຸກ ຜູ້ໂດຍສານ 104 ຄົນ ລໍາໜຶ່ງໄດ້ເກີດອຸບັດເຫດຫລົ້ມ ຢູ່ເຂດທະເລໃກ້ ແຂວງເບງກູລູ ຂອງອິນໂດເນເຊຍ, ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ
ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ແຫລ່ງຂ່າວຈາກ ເຈົ້າໜ້າທີ່ ຕໍາຫລວດ ອິນໂດເນເຊຍ ແຈ້ງໃຫ້ຮູ້ວ່າ: ວັນທີ 11 ພຶດສະພານີ້, ເຮືອທ່ອງທ່ຽວ ທີ່ໄດ້ບັນທຸກ ຜູ້ໂດຍສານ 104 ຄົນ ລໍາໜຶ່ງໄດ້ເກີດອຸບັດເຫດຫລົ້ມ ຢູ່ເຂດທະເລໃກ້ ແຂວງເບງກູລູ ຂອງອິນໂດເນເຊຍ, ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ, ສໍາລັບ ຜູ້ໂດຍສານອື່ນໆ ໄດ້ຮັບການຊ່ວຍເຫລືອ ຢ່າງປອດໄພແລ້ວ.ອີງຕາມຜົນການສືບສວນ ໃນເບື້ອງຕົ້ນ ໃຫ້ເຫັນວ່າ: ສາເຫດການເກີດ ອຸບັດເຫດ ເຮືອຫລົ້ມເທື່ອນີ້ ເປັນຍ້ອນເຄື່ອງຈັກ ຢຸດດໍາເນີນງານ ຢ່າງກະທັນຫັນ, ເຮັດໃຫ້ເຮືອລໍາດັ່ງກ່າວ ເສຍແຮງຂັບເຄື່ອນແລ້ວ ຖືກຟອງນໍ້າຊັດເຮືອ ຈຶ່ງເຮັດໃຫ້ເກີດອຸບັດເຫດເຮືອຫລົ້ມ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL