ຂປລ
ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ໄດ້ເຜີຍແຜ່ ປຶ້ມປົກຂາວ “ຄວາມໝັ້ນຄົງ ແຫ່ງຊາດຈີນ ໃນຍຸກໃໝ່” ໂດຍໄດ້ບັນຍາຍ ຢ່າງເປັນລະບົບ ກ່ຽວກັບ ແນວຄວາມຄິດ, ພຶດຕິກຳຕົວຈິງ ແລະ ຜົນສຳເລັດ ດ້ານວຽກງານ ຄວາມໝັ້ນຄົງ ແຫ່ງຊາດຈີນ ໃນຍຸກໃໝ່.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 12 ພຶດສະພານີ້, ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ໄດ້ເຜີຍແຜ່ ປຶ້ມປົກຂາວ “ຄວາມໝັ້ນຄົງ ແຫ່ງຊາດຈີນ ໃນຍຸກໃໝ່” ໂດຍໄດ້ບັນຍາຍ ຢ່າງເປັນລະບົບ ກ່ຽວກັບ ແນວຄວາມຄິດ, ພຶດຕິກຳຕົວຈິງ ແລະ ຜົນສຳເລັດ ດ້ານວຽກງານ ຄວາມໝັ້ນຄົງ ແຫ່ງຊາດຈີນ ໃນຍຸກໃໝ່. ນອກຈາກຄຳນຳ ແລະ ຄຳມ້ວນທ້າຍ ແລ້ວ, ປຶ້ມປົກຂາວ ດັ່ງກ່າວປະກອບມີ6ພາກຄື: ສປຈີນ ໄດ້ເພີ່ມຄວາມແນ່ນອນ ແລະ ຄວາມໝັ້ນທ່ຽງ ໃຫ້ແກ່ໂລກ ທີ່ມີການຜັນແປ ປັ່ນປ່ວນຢ່າງສັບສົນ; ທັດສະນະ ຄວາມໝັ້ນຄົງ ແຫ່ງຊາດ ໂດຍລວມ ໄດ້ຊີ້ທິດເຍືອງທາງໃຫ້ແກ່ວຽກງານຮັກສາຄວາມໝັ້ນຄົງ ແຫ່ງຊາດໃນຍຸກໃໝ່; ສະໜອງ ສິ່ງຄ້ຳຊູ ອັນໜັກແໜ້ນ ໃຫ້ແກ່ ຂະບວນການສ້າງ ຄວາມທັນສະໄໝແບບຈີນ ຂະຫຍາຍຕົວກ້າວໄປໄກ ຢ່າງໝັ້ນທ່ຽງ; ເສີມສ້າງຄວາມໝັ້ນຄົງໃນທ່າມກາງການພັດທະນາ, ສະແຫວງຫາ ການພັດທະນາ ໃນທ່າມກາງ ຄວາມໝັ້ນຄົງ; ຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ຄວາມໝັ້ນຄົງ ທົ່ວໂລກ, ຊຸກຍູ້ຄວາມໝັ້ນຄົງ ຮ່ວມກັນ ຂອງສາກົນ; ຊຸກຍູ້ການຫັນເປັນທັນສະໄໝ ຂອງລະບົບ ແລະ ຄວາມສາມາດ ດ້ານຄວາມໝັ້ນຄົງ ແຫ່ງຊາດ ໃນທ່າມກາງ ການລົງເລິກ ການປະຕິຮູບ. ປຶ້ມປົກຂາວລະບຸວ່າ: ທັດສະນະ ຄວາມໝັ້ນຄົງ ແຫ່ງຊາດ ໂດຍລວມເປັນ ແນວຄິດຍຸດທະສາດ ສຳຄັນ ທຳອິດ ທີ່ຖືກກຳນົດ ເປັນແນວຄິດຊີ້ນຳ ວຽກງານ ຄວາມໝັ້ນຄົງ ແຫ່ງຊາດ ນັບແຕ່ ສະຖາປະນາ ສປຈີນເປັນຕົ້ນມາ, ເປັນສ່ວນປະກອບ ອັນສຳຄັນ ຂອງແນວຄິດ ສີ ຈິ້ນຜິງ ກ່ຽວກັບ ສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນໃນຍຸກໃໝ່ ແລະ ເປັນການປະກອບສ່ວນ ດ້ານທິດສະດີ ແນວຄິດ ສຳຄັນຂອງ ສປຈີນ ຕໍ່ໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL