ຂປລ
ທ່ານ ວະລາດີເມຍ ປູຕິນ, ປະທານາທິ ບໍດີ ຣັດເຊຍ ໄດ້ອອກຖະແຫລງການ ຕໍ່ສື່ມວນຊົນ ໂດຍສະເໜີໃຫ້ ຣັດເຊຍ ແລະ ອູແກຣນ ຟື້ນຟູ ການເຈລະຈາ ໂດຍກົງຄືນໃໝ່ ຢ່າງບໍ່ມີເງື່ອນໄຂຈຳກັດ ຈະຈັດຂຶ້ນໃນວັນທີ 15 ພຶດສະພານີ້ ຢູ່ນະຄອນອິສຕັນບູນ ປະເທດ ຕູຣາເຄຍ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ທ່ານ ວະລາດີເມຍ ປູຕິນ, ປະທານາທິ ບໍດີ ຣັດເຊຍ ໄດ້ອອກຖະແຫລງການ ຕໍ່ສື່ມວນຊົນ ໂດຍສະເໜີໃຫ້ ຣັດເຊຍ ແລະ ອູແກຣນ ຟື້ນຟູ ການເຈລະຈາ ໂດຍກົງຄືນໃໝ່ ຢ່າງບໍ່ມີເງື່ອນໄຂຈຳກັດ ຈະຈັດຂຶ້ນໃນວັນທີ 15 ພຶດສະພານີ້ ຢູ່ນະຄອນອິສຕັນບູນ ປະເທດ ຕູຣາເຄຍ. ທ່ານ ວະລາດີເມຍ ປູຕິນ ກ່າວຢ້ຳວ່າ: ຣັດເຊຍ ເຄີຍສະເໜີ ໃຫ້ຢຸດຍິງ ຫລາຍຄັ້ງ. ຣັດເຊຍ ບໍ່ເຄີຍປະຕິເສດການສົນທະນາກັບ ອູແກຣນ ຈັກເທື່ອ. ຜູ້ທີ່ເຮັດໃຫ້ການເຈລະຈາກັນໃນປີ 2022 ຢຸດເຊົານັ້ນ ບໍ່ແມ່ນຣັດເຊຍ, ແຕ່ແມ່ນອູແກຣນ. ເຖິງວ່າເປັນແນວນີ້ກໍ່ຕາມ, ຣັດເຊຍ ຍັງສະເໜີໃຫ້ອູແກຣນ ຟື້ນຟູການເຈລະຈາ ທີ່ຖືກຢຸດເຊົາ ເມື່ອທ້າຍປີ 2022 ຄືນໃໝ່ ໂດຍບໍ່ມີເງື່ອນໄຂຈຳກັດໃດໆ. ຣັດເຊຍ ໄດ້ໃຫ້ຂໍ້ສະເໜີ ກ່ຽວກັບການເຈລະຈາແລ້ວ ແລະ ສິດຕັດສິນແມ່ນຢູ່ນຳ ອູແກຣນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL