ຫາລື ຊຸກຍູ້ວຽກງານການຄຸ້ມຄອງ-ປົກປັກ ຮັກສາອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ

12/05/2025 21:26
ຂປລ ຂປລ. ເມື່ອບໍ່ດົນຜ່ານມານີ້, ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຈັດກອງປະຊຸມ ສະໄໝສາມັນ ຄັ້ງທີ XXI ຂອງຄະນະກໍາມະການ ບໍລິຫານອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານ ແລະ ປຶກສາຫາລື, ຊຸກຍູ້ເຮັດໃຫ້ວຽກງານການຄຸ້ມຄອງ-ປົກປັກຮັກສາອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ



ຂປລ. ເມື່ອບໍ່ດົນຜ່ານມານີ້, ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຈັດກອງປະຊຸມ ສະໄໝສາມັນ ຄັ້ງທີ XXI ຂອງຄະນະກໍາມະການ ບໍລິຫານອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານ ແລະ ປຶກສາຫາລື, ຊຸກຍູ້ເຮັດໃຫ້ວຽກງານການຄຸ້ມຄອງ-ປົກປັກຮັກສາອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີປະສິດທິພາບ ແລະ ສາມາດຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທັງເປັນປະທານ ຄະນະກໍາມະການບໍລິຫານ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ມີຮອງເຂົ້າແຂວງບໍລິຄໍາໄຊ, ຄໍາມ່ວນ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ, ລວມທັງ ບັນດາຂໍ້ຄົງຄ້າງ, ປະກົດການຫຍໍ້ທໍ້ຕ່າງໆ ທີ່ເປັນສາເຫດເຮັດໃຫ້ຊັບພະຍາກອນປ່າໄມ້ ແລະ ທີ່ດິນປ່າໄມ້ໃນເຂດດັ່ງກ່າວ ຖືກບຸກລຸກ, ຈັບ ຈອງ ແລະ ທໍາລາຍຢ່າງຕໍ່ເນື່ອງ, ພ້ອມທັງໄດ້ພ້ອມກັນປຶກສາຫາລື, ສົນທະນາ, ປະກອບຄໍາເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ແນໃສ່ແກ້ບັນຫາປາກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສະພາບປັດຈຸບັນ ເພື່ອເປັນແນວທາງ ໃນການກໍານົດທິດທາງແຜນການ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ໃຫ້ຖືກຕ້ອງກັບສະພາບຄວາມເປັນຈິງໃນທ້ອງຖິ່ນ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງ-ປົກປັກຮັກສາອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃຫ້ມີປະສິດທິພາບ ແລະ ສາມາດຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ.



ໂອກາດດັ່ງກ່າວ, ທ່ານ ສີທັດ ພິມມະຈັນ ຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໄດ້ໃຫ້ຮູ້ວ່າ: ອຸທິຍາຍແຫ່ງຊາດ ນາກາຍ-ນໍ້າເທີນ ມີເນື້ອທີ່ທັງໝົດ 427.770 ເຮັກຕາ, ກວມເອົາ 2 ແຂວງ ຄື: ແຂວງຄໍາມ່ວນ ແລະ ແຂວງບໍລິຄໍາໄຊ, ມີປ່າໄມ້ປົກຫຸ້ມ 86%, ປະກອບມີສັດປ່າ ທັງໝົດ 5 ປະເພດ. ໃນນີ້, ປະເພດລ້ຽງລູກດ້ວຍນໍ້ານົມ ມີ 92 ຊະນິດພັນ, ປະເພດສັດເລືອຄານ 29 ຊະນິດພັນ, ເຄິ່ງບົກເຄິ່ງນໍ້າ 25 ຊະນິດພັນ, ນົກ 403 ຊະນິດພັນ ແລະ ປາ 69 ຊະນິດພັນ. ປະຊາຊົນ ຢູ່ເຂດດັ່ງກ່າວ, ຍັງທຸກຍາກ ອີງໃສ່ການເຮັດກະສິກໍາແບບທໍາມະຊາດ, ລ່າສັດເພື່ອເປັນອາຫານ ແລະ ເກັບເຄື່ອງປ່າຂອງດົງ. ໄພຂົ່ມຂູ່ສ່ວນໃຫຍ່ແມ່ນການຕັດໄມ້-ທໍາລາຍປ່າ, ລ່າສັດປ່າ-ສັດນໍ້າຜິດກົດໝາຍ, ເກັບເຄື່ອງປ່າຂອງດົງຜິດກົດໝາຍ, ການເຂົ້າປ່າສະຫງວນທີ່ຜິດລະບຽບກົດໝາຍ. ສຳລັບ ເປົ້າໝາຍໃນການຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ 2022-2026 ແມ່ນຫລຸດຜ່ອນໄພຂົມຂູ່ ໃຫ້ໄດ້ 40%, ຍົກສູງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຮັກສາປ່າປົກຫຸ້ມ ໃຫ້ໄດ້ 86%.


ໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ເນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງຈັດສັນງົບປະມານເຂົ້າໃສ່ວຽກປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ໃນ ແລະ ອ້ອມຮອບເຂດອຸທິຍານແຫ່ງຊາດເປັນສ່ວນໃຫຍ່; ມອບໃຫ້ກົມປ່າໄມ້ ເປັນໃຈກາງ ສົມທົບກັບກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແລະ ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024 ໃຫ້ປະກົດຜົນເປັນຈິງ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອກະກຽມສະເໜີອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເຂົ້າໃນບັນຊີ ລໍຖ້າພິຈາລະນາເປັນມໍລະດົກໂລກ; ໃຫ້ກົມປ່າໄມ້ ແລະ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ສືບຕໍ່ຄົ້ນຄວ້າສ້າງກົນໄກປະສານງານ, ກົນໄກດ້ານການເງິນ ແລະ ວິທີການອື່ນໆ ເພື່ອສ້າງແຮງຈູງໃຈແກ່ປະຊາຊົນ ທີ່ອາໄສຢູ່ໃນ ແລະ ອ້ອມຂ້າງເຂດປ່າສະຫງວນ ໃຫ້ເຂົ້າມາມີສ່ວນຮ່ວມ; ໃຫ້ກົມປ່າໄມ້, ກົມຈັດຕັ້ງ ແລະ ພະນັກງານ ແລະ ພາກສ່ວນກ່ຽວຂ້ອງ ປະສານສົມທົບ ຕິດຕາມ, ກວດກາ ແລະ ປັບປຸງຄືນ ໂຄງປະກອບສ້າງດ້ານບຸກຄະລາກອນ ຂອງກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃຫ້ມີປະສິດທິພາບ ຮັບປະກັນໄດ້ທັງຄຸນນະພາບ ແລະ ປະລິ ມານ, ພ້ອມທັງສະເໜີໃຫ້ອົງການປົກຄອງຂັ້ນທ້ອງຖິ່ນ ສືບຕໍ່ກວດກາ ຕິດຕາມ ແລະ ຊຸກຍູ້ ສະໜັບສະໜູນກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ປົກປັກຮັກສາຊັບພະຍາກອນທໍາມະຊາດ, ຊີວະນາໆພັນ ແລະ ການພັດທະນາປັບປຸງຊີວິດການເປັນຢູ່ ຄຽງຄູ່ກັບການອະນຸລັກ ແລະ ວຽກງານຕ່າງໆທີ່ກ່ຽວຂ້ອງ ໃຫ້ເປັນລະບົບ ແລະ ເປັນປົກກະຕິ ເພື່ອສ້າງອຸທິຍານແຫ່ງຊາດດັ່ງກ່າວ ເປັນຕົວແບບໃນການຄຸ້ມຄອງ ປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ ຢ່າງມີປະສິດທິພາບ ຕາມທິດສີຂຽວ ແລະ ພັດທະນາແບບຍືນຍົງ.

ຂໍ້ມູນ-ພາບ: ຂ່າວສານກະສິກຳ-ປ່າໄມ້
KPL

ຂ່າວອື່ນໆ

ads
ads

Top