ນັກເດີນສຳຫລວດພະແນກແຜນການ ແລະ ການລົງທຶນແຜນແຂວງວຽງຈັນ ແນະນຳຂໍ້ມູນຂ່າວສານພູມສານ ສຳລັບການສຳຫລວດພົນລະເມືອງ

07/05/2025 09:38
Email Print 2304
ຂປລ ມາຮອດປັດຈຸບັນ ຫລາຍທ້ອງຖິ່ນແມ່ນໄດ້ກະກຽມຄວາມພ້ອມຫລາຍດ້ານໃນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V ປີ 2025 ນີ້.

    *ມາຮອດປັດຈຸບັນ ຫລາຍທ້ອງຖິ່ນແມ່ນໄດ້ກະກຽມຄວາມພ້ອມຫລາຍດ້ານໃນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V ປີ 2025 ນີ້. ດັ່ງແຂວງວຽງຈັນເມ່ືອທ້າຍເດືອນເມສາຜ່ານມາ, ນັກເດີນສຳຫລວດຂອງພະແນກແຜນການ ແລະ ການລົງທຶນ ໄດ້ລົງແນະນໍາການເກັບກຳຂໍ້ມູນຂ່າວສານພູມສາດ (GIS) ສໍາລັບການສໍາຫລວດພົນລະເມືອງ, ທີ່ຢູ່ອາໄສ ແລະ ມອບອຸປະກອນ (ແທບເລັດ)ໃຫ້ແກ່ນັກເດີນສຳຫລວດຂັ້ນເມືອງ ເພື່ອຮັບໃຊ້ເຂົ້າໃນການກະກຽມສໍາຫລວດພົນລະເມືອງ ແລະ ທ່ີຢູ່ອາໃສຄ້ັງທີ V ປີ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງເຈົ້າເມືອງກາສີ, ທ່ານ ຄຳຮຸ່ງ ຫົວໜ້າສູນສະຖິຕິເມືອງກາສີ, ພ້ອມດ້ວຍນັກເດີນສໍາຫລວດ, ນັກກວດກາຂັ້ນແຂວງ-ຂັ້ນເມືອງ ເຂົ້າຮ່ວມ. 

   ການລົງມາຄ້ັງນ້ີ, ນັກເດີນສຳຫລວດຂັ້ນແຂວງໄດ້ແນະນໍາການ ຂ້ຶນບັນຊີ ແລະ ເກັບກຳຂ້ໍມູນຈຸດທ່ີ່ຕັ້ງຂອງອາຄານ, ໂຄງສ້າງຢູ່ບ້ານ ເທສະບານເມືອງ (ເພື່ອກະກຽມໃຫ້ແກ່ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025) ພ້ອມທັງເຮັດທົດລອງເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບຄວາມຮັບປະກັນທາງດ້ານຄວາມຖືກຕ້ອງ, ຄົບຖ້ວນຊັດເຈນ ແລະ ສຳເລັດຕາມລະດັບຄາດໝາຍທີ່ກຳນົດໄວ້. ສຳລັບການສໍາຫລວດດັ່ງກ່າວໄດ້ສະໜອງຂໍ້ມູນທີ່ເປັນປະໂຫຍດຫລາຍໃຫ້ແກ່ລັດຖະບານໃນການຕັດສິນໃຈ ແລະ ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ເພາະການສໍາຫລວດຄັ້ງທີ V ຈະໄດ້ສະໜອງຂໍ້ມູນທາງດ້ານພູມມີສາດ ແລະ ຂໍ້ມູນດ້ານສັງຄົມທີ່ມີຄວາມໜ້າເຊື່ອຖື ແລະ ທັນເວລາສໍາລັບການຕິດຕາມ ແລະ ທົບທວນນະໂຍບາຍຕ່າງໆລວມທັງນັກວາງແຜນ ແລະ ນັກຄົ້ນຄວ້າເປັນຕົ້ນແມ່ນການຄົ້ນຄວ້າ ແລະ ການວາງນະໂຍບາຍດ້ານປະຊາກອນ. 

ໂດຍ:ຢ່າຕົ່ງ

ແຫລ່ງຂ່າວຈາກ: ຖວທ ເມືອງກາສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top