ຂປລ
ຂປລ. ເມື່ອບໍ່ດໄນມານີ້, ໄດ້ພິທີມອບ-ຮັບ ໂຄງການຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈໍາຕົວ ໄລຍະທີ 1) ໂດຍມີ ທ່ານ ພົນໂທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ລາດຊະໂລ ວາຣາດີ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າຮົງກາລີ, ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ເມື່ອບໍ່ດໄນມານີ້, ໄດ້ພິທີມອບ-ຮັບ ໂຄງການຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈໍາຕົວ ໄລຍະທີ 1) ໂດຍມີ ທ່ານ ພົນໂທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ລາດຊະໂລ ວາຣາດີ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າຮົງກາລີ, ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ພົນໂທ ຄຳກິ່ງ ຜຸຍຫລ້າມະນີວົງ ໄດ້ກ່າວວ່າ: ໂຄງການຄຸ້ມຄອງພົນລະເມືອງ ລະບົບບັດປະຈຳຕົວ ໄລຍະທີ 1 ທີ່ໄດ້ນຳໃຊ້ງົບປະມານເງິນກູ້ ຈາກລັດຖະບານຮົງກາລີ ຈຳນວນ 25 ລ້ານໂດລາສະຫະລັດ ມາພັດທະນາຍົກລະດັບ ການຄຸ້ມຄອງວຽກງານສຳມະໂນຄົວ ແລະ ບັດປະຈຳຕົວ ຢູ່ ສປປ ລາວ ໃຫ້ມີຄວາມກ້າວໜ້າທັນສະໄໝ ເຊິ່ງໂຄງການດັ່ງກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017, ກະຊວງປ້ອງຄວາມສະຫງົບລາວ ໄດ້ມອບໝາຍໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານ ເປັນຫົວໜ່ວຍຈັດຕັ້ງປະຕິບັດໂຄງການ ໂດຍຮ່ວມກັບ ບໍລິສັດ ພອນຊີສເຕັມ, ໄດ້ແບ່ງເປັນ 10 ໄລຍະ ໃນການຈັດຕັ້ງປະຕິບັດ ຄື: ໄລຍະກະກຽມ; ໄລຍະສຳຫລວດບັນດາຄວາມຮຽກຮ້ອງຕ້ອງການຂອງໂຄງການ; ໄລຍະວິເຄາະກົດໝາຍ, ອອກແບບລະບົບ ແລະ ຊັອບແວ; ໄລຍະປັບປຸງບູລະນະພື້ນຖານໂຄ່ງລ່າງ ແລະ ນຳເຂົ້າສູນຂໍ້ມູນ; ໄລຍະພັດທະນາຊັອບແວ; ໄລຍະກໍ່ສ້າງ ແລະ ປັບປຸງບູລະ ນະຫ້ອງການ ໃນຂອບເຂດທົ່ວປະເທດ; ໄລຍະນຳເຂົ້າເຄື່ອງພິມບັດປະຈຳຕົວ ແລະ ພາຫະນະຮັບໃຊ້ເກັບກຳຂໍ້ມູນພົນລະເມືອງ; ໄລຍະນຳເຂົ້າບັນດາຊຸດອຸປະກອນ ເກັບກຳຂໍ້ມູນສຳລັບທົ່ວປະເທດ; ໄລຍະຝຶກອົບຮົມບຸກຄະລາກອນຜູ້ຮັບຜິດຊອບວຽກງານ ໃນຂອບເຂດທົ່ວປະເທດ; ໄລຍະການປິດ ແລະ ຮັບປະກັນໂຄງການ.

ໂຄງການດັ່ງກ່າວ, ນອກຈາກເປັນການພັດທະນາລະບົບຄຸ້ມຄອງພົນລະເມືອງລາວ ໃຫ້ມີຄວາມທັນສະໄໝ, ເກັບກຳຂໍ້ມູນຂອງພົນລະເມືອງໄດ້ທົ່ວປະເທດຢ່າງເປັນລະບົບແລ້ວ, ຖານຂໍ້ມູນເອງກໍມີຄວາມປອດໄພ ຮັບປະກັນໃຫ້ແກ່ວຽກງານການເກັບກໍາຂໍ້ມູນຍາວນານ ແລະ ລະບົບຊັອບແວຮອບດ້ານ ເຊັ່ນ: ຊັອບແວສໍາມະໂນຄົວ, ບັດປະຈໍາຕົວ ແລະ ອາຊີບ-ພາຫານະພິເສດ ເຊິ່ງຈະຊ່ວຍໃຫ້ເຈົ້າໜ້າທີ່ສາມາດ ຄຸ້ມຄອງບັນດາໜ້າວຽກງານວິຊາສະເພາະ ໄດ້ຢ່າງມີປະສິດທິພາບ. ນອກນີ້, ການພັດທະນາລະບົບຄຸ້ມຄອງພົນລະເມືອງລາວ ຍັງມີລັກສະນະຮອງຮັບການເຊື່ອມໂຍງເຊື່ອມ ຕໍ່ກັບພາກສ່ວນຕ່າງໆ ສາມາດນໍາໄປພັດທະນາຕໍ່ຍອດ ໃຫ້ລະບົບມີຄວາມກ້າວໜ້າຂຶ້ນຕື່ມໃນອະນາຄົດ.
ໃນພິທີ, ກຸ່ມບໍລິສັດ ພອນຊິສເຕັມ ຍັງໄດ້ມອບລາງວັນໃຫ້ຜູ້ທີ່ມີຜົນງານດີ່ເດັ່ນ ໃນການປະຕິ ບັດໂຄງການຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈໍາຕົວ ໄລຍະທີ 1) ເປັນກຽດມອບໂດຍ ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ແລະ ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ກໍໄດ້ມອບໃບຍ້ອງຍໍຊົມເຊີຍ ໃຫ້ບຸກຄົນ ແລະ ກົມກອງ ຕື່ມອີກ.
ຂ່າວ: ແກ້ວ ອຸເພັດ
KPL