ສື່ມວນຊົນກອງທັບ ຝຶກອົບຮົມທິດສະດີການເມືອງ ໄລຍະສັ້ນ

12/05/2025 21:21
ຂປລ ຂປລ. ຊຸດອົບຮົມທິດສະດີການເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ ຈັດຂຶ້ນໃນວັນທີ 12 ພຶດສະພາ 2025 ໂດຍການເປັນປະທານ ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກ ກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໂຄສະນາອົບຮົມ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ, ຄະນະຊີ້ນໍາລວມ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ສໍາມະນາກອນ ກົມກອງສື່ມວນຊົນ ເຂົ້າຮ່ວມ.



ຂປລ. ຊຸດອົບຮົມທິດສະດີການເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ ຈັດຂຶ້ນໃນວັນທີ 12 ພຶດສະພາ 2025 ໂດຍການເປັນປະທານ ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກ ກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໂຄສະນາອົບຮົມ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ຄະນະຊີ້ນໍາລວມ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ສໍາມະນາກອນ ກົມກອງສື່ມວນຊົນ ເຂົ້າຮ່ວມ.



ສະຫາຍ ພັນເອກ ທິມສາວ ດວງຈໍາປາ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານແຜນການກະກຽມຄວາມພ້ອມ ໃນການຈັດຕັ້ງເປີດຊຸດຝຶກອົບຮົມຄັ້ງນີ້, ຈຸດປະສົງເພື່ອອົບຮົມຍົກລະດັບທິດສະດີການເມືອງ, ຫລັກການ, ແບບແຜນວິທີເຮັດວຽກ ໃຫ້ພະນັກງານ-ນັກຮົບ, ນັກຂ່າວ ຢູ່ບັນດາກົມກອງສື່ມວນຊົນ ໃຫ້ມີປະສິດທິພາບສູງຂຶ້ນ, ສືບຕໍ່ນໍາເອົາບັນດາແນວທາງ ແຜນນະໂຍບາຍຂອງພັກ-ລັດ ສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ຢູ່ກົມກອງສື່ມວນຊົນ ໃຫ້ມີຄຸນ ສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີ ຕໍ່ອຸດົມການຂອງພັກ, ຕໍ່ການປະຕິວັດ ແລະ ປະເທດຊາດ. ຊຸດຝຶກອົບຮົມໃນຄັ້ງນີ້, ມີສໍາມະນາກອນທັງໝົດ 70 ສະຫາຍ, ຍິງ 32 ສະຫາຍ, ຈັດຕັ້ງເປັນ 2 ຊຸດ ທີ່ມາຈາກ 8 ກອງສື່ມວນຊົນກອງທັບ. ສຳລັບເນື້ອໃນຝຶກອົບຮົມໃນຄັ້ງນີ້ມີ 3 ບົດ, ໃຊ້ເວລາຂຶ້ນຫ້ອງຕົວຈິງ 42 ຊົ່ວໂມງ, ການສົນທະນາ ແລະ ຂຽນບົດເກັບກ່ຽວຕົວຈິງ 42 ຊົ່ວໂມງ, ລວມທັງໝົດມີ 84 ຊົ່ວໂມງ, ການຝຶກອົບຮົມ ຈະດໍາເນີນໄປໃນເວລາ 14 ວັນ ເລີ່ມແຕ່ວັນທີ 12- 20 ພຶດສະພາ 2025 ຈຶ່ງຈະສຳເລັດ.




ໂອກາດນີ້, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ມີຄຳເຫັນໂອ້ລົມ, ພ້ອມທັງເນັ້ນໃຫ້ຄູອາຈານ ແລະ ສໍາມະນາກອນ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເສີມຂະຫຍາຍມູນເຊື້ອຮັກຊາດອັນດີງາມ, ຖືເອົາການສຶກສາອົບຮົມ ການເມືອງ-ແນວຄິດທາງດ້ານວຽກງານ ວິຊາສະເພາະເປັນກົກ ໃນການເຊື່ອມຊຶມທິດສະດີ ການເມືອງດ້ວຍຫລາຍຮູບການ, ຫລາຍວິທີຢ່າງຕໍ່ເນື່ືອງ, ຮຽກຮ້ອງໃຫ້ພ້ອມກັນເອົາໃຈໃສ່ຕັ້ງໃຈຝຶກຝົນຮໍ່າຮຽນ ເພຶ່ອມາປັບປຸງແບບແຜນ ວິທີເຮັດວຽກໃຫ້ໜັກເເໜ້ນ ທາງດ້ານການທິດສະດີການເມືອງ, ມີຄຸນສົມບັດສີນທຳປະຕິວັດ, ພາຍຫລັງການຝຶກອົບ ຮົມເເລ້ວ ຈົ່ງນຳໄປຈັດຕັ້ງຜັນຂະຫຍາຍຢູ່ໃນກົມກອງ ກໍຄື ວຽກງານວິຊາສະເພາະ ໃນການເປັນກະບອກສຽງທີ່ສຳຄັນ ຂອງກະຊວງປ້ອງກັນປະເທດ ໃຫ້ມີບັນຍາກາດກ້ວາງຂວາງຍິ່ງຂຶ້ນ.

ຂ່າວ: ສຸກສາຄອນ
KPL

ຂ່າວອື່ນໆ

ads
ads

Top