ຜະລິດຫັດຖະກຳພື້ນເມືອງ ສູ່ການສ້າງລາຍຮັບຫລາຍຮ້ອຍລ້ານເຂົ້າຄອບຄົວ

12/05/2025 21:43
Email Print 108
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ການຜະລິດເສື່ອນອນ, ໝອນ, ແລະ ຜ້ານັ່ງ ຂອງຊົນເຜົ່າໄຕດຳ ມີປະຫວັດສາດອັນຍາວນານ ແລະ ເຊື່ອມໂຍງກັບວິຖີຊີວິດ, ຄວາມເຊື່ອ ແລະ ຄ່ານິຍົມຂອງຊຸມຊົນພ້ອມນີ້, ການປ່ຽນຮູບແບບ ຈາກການຜະລິດເພື່ອນຳໃຊ້ໃນຄອບຄົວ ມາເປັນທຸລະກິດເຕັມຕົວ ໂດຍໄດ້ມີການປັບຕົວ ແລະ ຄວາມຄິດສ້າງສັນ, ເຊິ່ງສາມາດສ້າງລາຍຮັບໄດ້ 400 ລ້ານກວ່າກີບຕໍ່ປີ.



ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ການຜະລິດເສື່ອນອນ, ໝອນ, ແລະ ຜ້ານັ່ງ ຂອງຊົນເຜົ່າໄຕດຳ ມີປະຫວັດສາດອັນຍາວນານ ແລະ ເຊື່ອມໂຍງກັບວິຖີຊີວິດ, ຄວາມເຊື່ອ ແລະ ຄ່ານິຍົມຂອງຊຸມຊົນພ້ອມນີ້, ການປ່ຽນຮູບແບບ ຈາກການຜະລິດເພື່ອນຳໃຊ້ໃນຄອບຄົວ ມາເປັນທຸລະກິດເຕັມຕົວ ໂດຍໄດ້ມີການປັບຕົວ ແລະ ຄວາມຄິດສ້າງສັນ, ເຊິ່ງສາມາດສ້າງລາຍຮັບໄດ້ 400 ລ້ານກວ່າກີບຕໍ່ປີ.
ທ່ານ ວົງແສງ ປະຊາຊົນຢູ່ບ້ານຫ້ວຍກູ້ ເມືອງແອດ ແຂວງຫົວພັນ ໄດ້ລາຍງານໃນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງແອດ ເມື່ອບໍ່ດົນມານີ້ວ່າ: ໂດຍການສືບຕໍ່ຜະລິດ ເສື່ອນອນ, ໝອນ, ແລະ ຜ້ານັ່ງ, ເຊິ່ງຜະລິດຕະພັນເຫລົ່ານີ້ ຄອບຄົວຂອງຕົນ ບໍ່ພຽງແຕ່ສ້າງລາຍຮັບ, ແຕ່ຍັງຮັກສາ ແລະ ເຜີຍແຜ່ມໍລະດົກທາງວັດທະນະທຳທີ່ສຳຄັນ ຂອງເມືອງ ກໍຄືຂອງແຂວງ ສະແດງໃຫ້ເຫັນເຖິງພະລັງຂອງການອະນຸລັກວັດທະນະທຳພື້ນເມືອງ ຄວບຄູ່ໄປກັບການພັດທະນາ ເສດຖະກິດຄອບຄົວ ແລະ ກາຍເປັນຄອບຄົວຕົວແບບໃນການຜະລິດເສື່ອນອນ, ໝອນ, ແລະ ຜ້ານັ່ງ.



ຄອບຄົວ ຂອງຕົນມີສະມາຊິກທັງໝົດ 6 ຄົນ ໃນນັ້ນ, ມີເພດຍິງ 4 ຄົນ ແລະ ມີແຮງງານຕົ້ນຕໍພຽງ 3 ຄົນ. ເຊັ່ນດຽວກັນກັບຫລາຍໆຄອບຄົວໃນຊຸມຊົນຊົນເຜົ່າໄຕດຳ, ການຜະລິດຫັດຖະກຳທ້ອງຖິ່ນເຊັ່ນ ເສື່ອນອນ, ໝອນ ແລະ ຜ້ານັ່ງ ແມ່ນສ່ວນໜຶ່ງຂອງຊີວິດປະຈຳວັນ, ເຊິ່ງຮັກສາໄວ້ຊຶ່ງຄວາມຮູ້ ແລະ ທັກສະທີ່ສືບທອດກັນມາຫລາຍຊົ່ວອາຍຸຄົນ. ກ່ອນປີ 2010, ຄອບຄົວຂອງຕົນ ໄດ້ຜະລິດສິ່ງຂອງເຫລົ່ານີ້ພຽງເພື່ອການນຳໃຊ້ພາຍໃນຄອບຄົວເທົ່ານັ້ນ. ການຜະລິດໃນເວລານັ້ນ ບໍ່ໄດ້ຖືກເບິ່ງເປັນໂອກາດ ໃນການສ້າງລາຍຮັບ ແຕ່ເປັນພຽງການສືບທອດວັດທະນະທຳ ແລະ ຮັບໃຊ້ຄວາມຕ້ອງການພື້ນຖານເທົ່ານັ້ນ. ການຜະລິດກໍໃຊ້ວິທີການຜະລິດແບບດັ້ງເດີມ, ເຊິ່ງໃຊ້ເວລາຫລາຍ ແລະ ອາໄສຄວາມຊຳນານທີ່ສືບທອດມາຈາກພໍ່ແມ່ ແລະ ຮຸ່ນຕໍ່ໆມາພາຍໃນຄອບຄົວ. ປີ 2010 ຄອບຄົວ ຂອງຕົນ ເລີ່ມສັງເກດເຫັນການເພີ່ມຂຶ້ນ ຂອງຄວາມສົນໃຈໃນຜະລິດຕະພັນ ຫັດຖະກຳພື້ນເມືອງ, ດ້ວຍການມອງການໄກ, ຕົນເອງໄດ້ປຶກສາກັບ ສະມາຊິກໃນຄອບຄົວ ກ່ຽວກັບການປ່ຽນແປງຈາກ ການຜະລິດເພື່ອບໍລິໂພກ ພາຍໃນຄອບຄົວເປັນ ການຜະລິດເພື່ອຈຳໜ່າຍ, ເຊິ່ງເປັນການຕັດສິນໃຈທີ່ກ້າຫານ ແລະ ມີຄວາມສ່ຽງສຳລັບຄອບຄົວທີ່ດຳລົງຊີວິດ ຢູ່ທ້ອງຖິ່ນຫ່າງໄກສອກຫລີກ.
ຕົນເອງໄດ້ເລີ່ມອອກແບບ ຜະລິດຕະພັນໃຫ້ມີເອກະລັກສະເພາະ, ແຕ່ກໍຍັງຮັກສາໄວ້ຊຶ່ງຄຸນຄ່າວັດທະນະທຳດັ້ງເດີມ. ໃນເບື້ອງຕົ້ນ, ວັດຖຸດິບແມ່ນນຳເຂົ້າຈາກປະເທດໃກ້ຄຽງ (ສສ ຫວຽດນາມ), ເຊິ່ງຮັບປະກັນວ່າພວກເຂົາມີວັດຖຸດິບທີ່ມີຄຸນນະພາບດີ ສຳລັບຜະລິດຕະພັນ. ຂະບວນການຜະລິດຍັງຄົງອາໄສແຮງງານ ຈາກສະມາຊິກຄອບຄົວເປັນຫລັກ, ເຊິ່ງເປັນການຮັກສາສາຍພົວພັນຄອບຄົວ ແລະ ຄວບຄຸມຄຸນນະພາບຂອງຜະລິດຕະພັນຢ່າງເຂັ້ມງວດ. ສິ່ງທີ່ເຮັດໃຫ້ຜະລິດຕະພັນໂດດເດັ່ນແມ່ນຄວາມສາມາດໃນການປັບຕົວ, ບໍ່ພຽງແຕ່ສ້າງຜະລິດຕະພັນຕາມແບບດັ້ງເດີມເທົ່ານັ້ນ, ແຕ່ຍັງສາມາດຜະລິດຕາມຄວາມຕ້ອງການສະເພາະຂອງລູກຄ້າຕື່ມອີກ ເຮັດໃຫ້ທຸລະກິດຂອງຄອບຄົວສາມາດດຶງດູດ ທັງຜູ້ທີ່ຊົມໃຊ້ເຄື່ອງຫັດຖະກຳແບບດັ້ງເດີມ ແລະ ຜູ້ທີ່ຕ້ອງການຜະລິດຕະພັນ ທີ່ເປັນເອກະລັກສ່ວນຕົວໄດ້ຫລາຍຂຶ້ນ.




ທ່ານ ວົງແສງ ກ່າວຕື່ມວ່າ: ການເລີ່ມຕົ້ນທຸລະກິດ ນີ້ບໍ່ແມ່ນເລື່ອງງ່າຍ, ເຊິ່ງຄອບຄົວຕົນເອງໄດ້ຜະເຊີນກັບ ຄວາມທ້າທາຍຫລາຍຢ່າງ, ລວມທັງການຄົມມະນາຄົມທີ່ຫຍຸ້ງຍາກ, ວັດຖຸດິບທີ່ນຳເຂົ້າ ແລະ ອື່ນໆ. ໃນເບື້ອງຕົ້ນ, ໃຊ້ພຽງລົດຮຸນໄດຂະໜາດນ້ອຍ ເພື່ອຂົນສົ່ງຜະລິດຕະພັນຂອງຕົນໄປຂາຍຢູ່ຕ່າງເມືອງ ແລະ ແຂວງໃກ້ຄຽງ ເຊິ່ງບັນຈຸໄດ້ໜ້ອຍ ແຕ່ໄລຍະທາງໄກ. ນອກຈາກນັ້ນ, ການຊອກຫາຕະຫລາດສຳລັບຜະລິດຕະພັນຫັດຖະກຳພື້ນເມືອງຍັງຮຽກຮ້ອງໃຫ້ມີຄວາມພະຍາຍາມ ແລະ ຄວາມອົດທົນ. ພ້ອມທັງຕ້ອງໄດ້ສ້າງເຄືອຂ່າຍລູກຄ້າ ແລະ ສ້າງສາຍພົວພັນກັບຜູ້ຂາຍຍ່ອຍໃນເຂດຕ່າງໆ, ແຕ່ດ້ວຍຄຸນນະພາບຂອງຜະລິດຕະພັນ ແລະ ຄວາມມຸ່ງໝັ້ນທີ່ບໍ່ຢຸດຢັ້ງ, ທຸລະກິດຂອງຕົນຄ່ອຍໆເຕີບໃຫຍ່, ການຈຳໜ່າຍແມ່ນເນັ້ນໄປທີ່ການຂາຍສົ່ງໄປຍັງຕ່າງເມືອງ ແລະ ຕ່າງແຂວງ, ເຊິ່ງເປັນຍຸດທະສາດທີ່ຊ່ວຍໃຫ້ ຕົນສາມາດຂາຍໄດ້ໃນປະລິມານທີ່ຫລາຍຂຶ້ນ.
ສຳລັບໃນປີ 2023-2024 ໄດ້ຂະຫຍາຍການຜະລິດຫລາຍຂຶ້ນ ແລະ ໄດ້ຈ້າງແຮງງານຈາກພາຍນອກເຂົ້າມາຊ່ວຍ, ເຊິ່ງບໍ່ພຽງແຕ່ຊ່ວຍເພີ່ມກຳລັງການຜະລິດ, ແຕ່ຍັງເປັນການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນນຳອີກ. ປັດຈຸບັນ, ຄອບຄົວຂອງຕົນສາມາດສ້າງລາຍຮັບ ຈາກການຜະລິດເສື່ອນອນ, ໝອນ ແລະ ຜ້ານັ່ງ ໄດ້ 1,7 ຕື້ກີບຕໍ່ປີ ເມື່ອຫັກຕົ້ນທຶນ ແລະ ຄ່າແຮງງານອອກແລ້ວ ກຳໄລ 400 ລ້ານກວ່າກີບ, ຖ້າແບ່ງໃຫ້ສະມາຊິກໃນຄອບຄົວ ມີລາຍຮັບສະເລ່ຍຕໍ່ຄົນເຖິງ 70 ລ້ານກວ່າກີບຕໍ່ຄົນຕໍ່ປີ.
ຈາກຄວາມສຳເລັດດັ່ງກ່າວ, ໄດ້ປ່ຽນແປງຊີວິດການເປັນຢູ່ຢ່າງເຫັນໄດ້ຊັດເຈນ. ຈາກການເປັນຄອບຄົວທີ່ດຳລົງຊີວິດ ຢູ່ໃນຄວາມທຸກຍາກໃນເມື່ອກ່ອນ ໄດ້ກາຍເປັນຕົວຢ່າງຂອງຄວາມສຳເລັດ ແລະ ການພັດທະນາ ຖືກຍົກໃຫ້ເປັນຄອບຄົວຕົວແບບ. ປັດຈຸບັນ, ຄອບຄົວ ມີດິນ 2 ຕອນ, ເຮືອນຖາວອນ 1 ຫລັງ, ລົດຈັກ 3 ຄັນ, ລົດຮຸນໄດນ້ອຍ 1 ຄັນ, ລົດຮຸນໄດກາງ 1 ຄັນ, ງົວ 14 ໂຕ ແລະ ເຄື່ອງໃຊ້ໃນເຮືອນຄົບຊຸດ. ນອກຈາກນັ້ນ, ຍັງມີເງິນແຮໄວ້ສຳລັບການດູແລສຸຂະພາບ, ເຄື່ອງນຸ່ງຫົ່ມ ແລະ ເປັນທຶນການສຶກສາຂອງລູກຫລານ, ເຊິ່ງເປັນສິ່ງທີ່ສຳຄັນສຳລັບຄຸນນະພາບຊີວິດ ແລະ ການພັດທະນາໃນອະນາຄົດ.

ຂ່າວ: ໄອແກ້ວ

KPL

ຂ່າວອື່ນໆ

ads
ads

Top