ຂປລ
ຂປລ. ນະຄອນຫລວງວຽງຈັນ (ນວ) ສຸມໃສ່ເຝົ້າລະວັງຢ່າງເຄັ່ງຄັດ ພາຍຫລັງໄດ້ຮັບຂ່າວມີການລະບາດ ຂອງພະຍາດໄຂ້ເລືອດດໍາ ທີ່ພວມລະບາດຢູ່ປະເທດເພື່ອນບ້ານ ໂດຍໄດ້ລົງຕິດຕາມການລ້ຽງ ສັດຂອງປະຊາຊົນຢູ່ບັນດາເມືອງ ໄປພ້ອມໆກັບການເອົາໃຈໃສ່ ຕິດຕາມກວດກາສຸຂະພາບສັດ.

ຂປລ. ນະຄອນຫລວງວຽງຈັນ (ນວ) ສຸມໃສ່ເຝົ້າລະວັງຢ່າງເຄັ່ງຄັດ ພາຍຫລັງໄດ້ຮັບຂ່າວມີການລະບາດ ຂອງພະຍາດໄຂ້ເລືອດດໍາ ທີ່ພວມລະບາດຢູ່ປະເທດເພື່ອນບ້ານ ໂດຍໄດ້ລົງຕິດຕາມການລ້ຽງ ສັດຂອງປະຊາຊົນຢູ່ບັນດາເມືອງ ໄປພ້ອມໆກັບການເອົາໃຈໃສ່ ຕິດຕາມກວດກາສຸຂະພາບສັດ.
ທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ ນວ ໃຫ້ສຳພາດ ໃນວັນທີ 6 ພຶດສະພາ 2025 ນີ້ວ່າ: ປັດຈຸບັນ ນວ ໄດ້ສຸມໃສ່ລົງຕິດຕາມການລ້ຽງສັດຂອງປະຊາຊົນ ໂດຍສະເພາະເມືອງ ທີ່ມີການລ້ຽງສັດໃຫຍ່ຫລາຍເຊັ່ນ: ເມືອງນາຊາຍທອງ, ເມືອງປາກງື່ມ ແລະ ເມືອງສັງທອງ, ພ້ອມທັງຕິດຕາມສຸຂະພາບສັດ ກ່ອນຈະນຳເຂົ້າໂຮງງານຂ້າສັດ, ພາຍຫລັງຂ້າແລ້ວກໍໄດ້ກວດກາຊິ້ນສ່ວນຕ່າງໆ ຂອງສັດ ຖ້າຫາກມີຄວາມຜິດປົກກະຕິ ຂອງສັດກໍຈະຢຸດການຈຳໜ່າຍ ແລະ ທຳລາຍຖິ້ມທັນທີ. ທັງນີ້, ກໍເພື່ອໃຫ້ຜູ້ບໍລິໂພກມີຄວາມປອດໄພ.
ນອກຈາກນີ້, ກໍໄດ້ປ້ອງກັນການລັກລອບນຳເຂົ້າສັດ ຈາກປະເທດເພື່ອນບ້ານທີ່ມີການລະບາດ ຜ່ານຊ່ອງທາງຕ່າງໆ ໂດຍໄດ້ມີການຊີ້ນຳໃຫ້ບັນດາດ່ານຕ່າງໆ ແລະ ຈຸດກວດກາສັດທີ່ນຳເຂົ້າຂອງນະ ຄອນຫລວງວຽງຈັນ ເປັນຕົ້ນ ຢູ່ເມືອງປາກງື່ມ ແລະ ເມືອງສັງທອງ. ພ້ອມກັນນັ້ນ, ກໍໄດ້ກະກຽມຕັ້ງຈຸດກວດກາຢູ່ເມືອງສັງທອງ ຄຽງຄູ່ກັບການເຝົ້າລະວັງ ເພື່ອປ້ອງກັນພະຍາດໄຂ້ເລືອດດຳ. ພ້ອມນີ້, ຍັງໄດ້ລົງຊຸກຍູ້ສົ່ງເສີມການສັກຢາປ້ອງກັນໃຫ້ແກ່ສັດລ້ຽງຂອງປະຊາຊົນ ໂດຍສະເພາະໃນໄລຍະລະດູແລ້ງກ້າວສູ່ລະດູຝົນ ເຊິ່ງໄລຍະນີ້ມັກເກີດມີການລະບາດຂອງພະຍາດສັດ ໂດຍໄດ້ມີການແນະນຳໃຫ້ຫ້ອງ ການກະສິກຳ ແລະ ປ່າໄມ້ແຕ່ລະເມືອງລົງຊຸກຍູ້ ໃຫ້ປະຊາຊົນຜູ້ທີ່ລ້ຽງສັດ ສັກຢາປ້ອງກັນສັດລ້ຽງຂອງຕົນ ຕິດພັນກັບເຜີຍແຜ່ແຈ້ງການຂອງຂັ້ນເທິງວາງອອກໃຫ້ແກ່ອົງການປົກຄອງບ້ານ, ສັດຕະວະແພດຂັ້ນບ້ານ ຖ້າຫາກພົບເຫັນສັດຕາຍ ຫລື ມີອາການຜິດປົກ ກະຕິຫ້າມບໍ່ໃຫ້ຄົວມາບໍລິໂພກເດັດຂາດ ຕ້ອງລາຍງານ ໃຫ້ອຳນາດການປົກຄອງຂັ້ນບ້ານ ຫລື ສັດຕະວະແພດເມືອງເພື່ອລົງໄປກວດກາ ເກັບຕົວຢາງມາວິໄຈ ເພື່ອໝັ້ນໃຈວ່າສັດທີ່ຕາຍບໍ່ແມ່ນຕາຍຍ້ອນພະຍາດໄຂ້ເລືອດດຳ ຫລື ພະຍາດອື່ນໆ ຈາກນັ້ນກໍທຳລາຍຖິ້ມຕາມຫລັກວິຊາການ, ຖ້າພົບເຫັນມີການຄົວມາບໍລິໂພກແມ່ນຈະມີມາດຕະການປັບ ໄໝຕາມລະບຽບກົດໝາຍ.
ປັດຈຸບັນ, ຢູ່ນະຄອນຫລວງວຽງຈັນ ກໍຄື ໃນຂອບເຂດທົ່ວປະເທດ ຍັງບໍ່ພົບການລະບາດຂອງພະຍາດໄຂ້ເລືອດດຳ ເຖິງແນວໃດກໍຕາມທຸກພາກສ່ວນກໍໄດ້ມີການປ້ອງກັນຢ່າງເຄັ່ງຄັດເພື່ອບໍ່ໃຫ້ເກີດການລະບາດຂອງພະຍາດດັ່ງກ່າວ ຫລື ຖ້າມີການລະບາດ ນວ ແມ່ນມີຄວາມພ້ອມຮອບດ້ານເພື່ອຕອບໂຕ້ ການລະບາດຂອງພະຍາດດັ່ງກ່າວ ໂດຍຈະສົມທົບກັບບັນດາເມືອງໃນ ນວ ເພື່ອກຳນົດມາດຕະການໃນການເຝົ້າລະວັງ ໂດຍອີງໃສ່ແຈ້ງຂອງກະຊວງກະສິກຳ ແລະ ປ່າໄມ້, ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້ ນວ ເພື່ອບໍ່ໃຫ້ແຜ່ລະບາດເປັນວົງກວ້າງ. ພ້ອມນັ້ນ, ກໍຈະໄດ້ລົງເຜີຍແຜ່ບັນດາແຈ້ງການຕ່າງໆໃຫ້ແກ່ພໍ່ແມ່ປະຊົນຮັບຮູ້ ແລະ ເຂົ້າໃຈໃນການປ້ອງກັນ, ພ້ອມທັງຮຽກຮ້ອງໃຫ້ສັງຄົມ ບໍ່ໃຫ້ແຕກຕື່ນ ຄວນມີສະຕິໃນການບໍລິໂພກຂ່າວໃນສື່ສັງຄົມອອນລາຍ, ຄວນຕິດຕາມ ແລະ ເຊື່ອຖືຂ່າວທີ່ເປັນທາງການ, ປັດຈຸບັນຍັງສາມາດບໍລິໂພກຊີ້ນສັດ ໄດ້ຕາມປົກກະຕິ ແຕ່ຕ້ອງປຸງແຕ່ງໃຫ້ສຸກກ່ອນບໍລິໂພກ ຫລີກລ່ຽງບໍລິໂພກອາຫານສຸກໆດິບໆເພື່ອປ້ອງພະຍາດຕ່າງໆ.
ສຳລັບ ພະຍາດດັ່ງກ່າວ, ເກີດຈາກເຊື້ອກາລະໂລກ ທີ່ມີຊື່ວ່າ ບາຊິລັສ ແອນແທັກຊິສ (Bacillus Anthracis), ເຊື້ອພະຍາດນີ້ ສາມາດສ້າງສະປໍ ແລະ ມີຄວາມທົນທານຕໍ່ສະພາບແວດລ້ອມສູງ ໂດຍເຊື້ອພະຍາດຈະກະຈາຍຢູ່ຕາມທົ່ງຫຍ້າ ແລະ ຝັງໂຕຢູ່ໃນດິນ ໄດ້ເປັນເວລາດົນ ສັດທີ່ໄດ້ຮັບເຊື້ອຈະມີອາການ ເລືອດເປັນພິດຢ່າງຮ້າຍແຮງ ເຮັດໃຫ້ເມັດເລືອດແດງແຕກ ແລ້ວສັດຈະສົ່ງເຊື້ອອອກທາງອາຈົມ, ນ້ຳຢຽວ, ນ້ຳນົມ, ເລືອດ ແລະ ອື່ນໆ. ພະຍາດໄຂ້ເລືອດດຳ ສາມາດຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.
ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL