ຂປລ
ການເຈລະຈາ ທາງອ້ອມ ກ່ຽວກັບ ບັນຫາ ນີວເຄລຍ ລະຫວ່າງ ອີຣານ-ສ.ອາເມລິກາ ຮອບທີ 4ສຳເລັດລົງ.

ຂປລ. ຕາມວິທະຍຸ ໂທລະພາບ ສູນກາງຈີນ ຫລື CMG ລາຍງານວ່າ: ວັນທີ 11 ພຶດສະພານີ້, ການເຈລະຈາ ທາງອ້ອມ ກ່ຽວກັບ ບັນຫາ ນີວເຄລຍ ລະຫວ່າງ ອີຣານ-ສ.ອາເມລິກາ ຮອບທີ 4ສຳເລັດລົງ.ຈາກນັ້ນ ທ່ານ ອີສເມອິນ ບາກາອີ ໂຄສົກ ກະຊວງ ການຕ່າງປະເທດ ອີຣານ ໄດ້ເຜີຍແຜ່ ຜ່ານທາງ ສື່ສັງຄົມອອນລາຍວ່າ: ການເຈລະຈາຮອບນີ້ ເຖິງຈະຫຍຸ້ງຍາກ ລຳບາກ ແຕ່ມີປະໂຫຍດຫລາຍ, ຜ່ານຈາກການເຈລະຈາ, ໂດຍທັງ ສອງຝ່າຍ ສາມາດຮັບຮູ້ ຈຸດຢືນຂອງ ແຕ່ລະຝ່າຍໃຫ້ດີກວ່າເກົ່າ ພ້ອມທັງ ຊອກເຫັນວິທີອັນ ສົມເຫດ ສົມຜົນ ແລະ ຕິດແທດຕົວຈິງ ເພື່ອແກ້ໄຂ ບັນຫາ ທີ່ມີຄວາມເຫັນຂັດແຍ້ງກັນ. ນອກນີ້, ວັນເວລາ ແລະ ສະຖານທີ່ ຈັດການ ເຈລະຈາ ຮອບຕໍ່ໄປ ຈະໃຫ້ປະເທດ ໂອມານ ເປັນຜູ້ປະກາດ.ທ່ານ ບາດາຣ ລັດຖະມົນຕີ ກະຊວງ ການຕ່າງປະເທດ ໂອມານ ກ່າວຢືນຢັນວ່າ: ການເຈລະຈາ ຮອບທີ5 ຈະຈັດຂຶ້ນ ພາຍຫລັງ ອີຣານ ແລະ ສ.ອາເມລິກາ ປຶກສາຫາລື ກັບການນຳ ຂັ້ນສູງ ຂອງປະເທດຕົນ, ແຕ່ວັນເວລາລະອຽດ ຍັງບໍ່ທັນຕົກລົງເທື່ອ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL