ຂປລ
ຂປລ. ໃນລະຫວ່າງວັນທີ 5-9 ພຶດສະພາ 2025 ຜ່ານມາ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນ ປະທານໜ່ວຍປະຕິບັດງານ ດ້ານຊັບສິນທາງປັນຍາ ອາຊຽນ ໄດ້ນໍາພາຄະນະເຂົ້າຮ່ວມ ເປັນປະທານກອງປະຊຸມ ໜ່ວຍປະຕິບັດງານຊັບສິນທາງປັນຍາອາຊຽນ ຄັ້ງທີ 75 ທີ່ ສຽມຣຽບ, ປະເທດກໍາປູເຈຍ

ຂປລ. ໃນລະຫວ່າງວັນທີ 5-9 ພຶດສະພາ 2025 ຜ່ານມາ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນ ປະທານໜ່ວຍປະຕິບັດງານ ດ້ານຊັບສິນທາງປັນຍາ ອາຊຽນ ໄດ້ນໍາພາຄະນະເຂົ້າຮ່ວມ ເປັນປະທານກອງປະຊຸມ ໜ່ວຍປະຕິບັດງານຊັບສິນທາງປັນຍາອາຊຽນ ຄັ້ງທີ 75 ທີ່ ສຽມຣຽບ, ປະເທດກໍາປູເຈຍ ໂດຍມີຜູ້ຕາງໜ້າຈາກ 10 ປະເທດອາຊຽນ, ປະເທດຕີມໍແລັດສະເຕ (ໃນນາມຜູ້ສັງເກດການ), ພ້ອມດ້ວຍຄູ່ຮ່ວມພັດທະນາຂອງອາຊຽນ ເຂົ້າຮ່ວມ.
ກອງປະຊຸມ ໄດ້ປຶກສາຫາລືແຜນບຸລິມະສິດປະຈໍາປີຂອງອາຊຽນ ໂດຍເນັ້ນໃສ່ເປີດການເຈລະ ຈາ ການປັບປຸງຂໍ້ຕົກລົງຂອບການຮ່ວມມືຊັບສິນທາງປັນຍາອາຊຽນ (AFAIPC), ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ປຶ້ມແນະນໍາອາຊຽນ ກ່ຽວກັບສິດຊັບສິນທາງປັນຍາ ໃນໂລກດີຈິຕອນ ເຊິ່ງເປັນວຽກງານທີ່ມີຄວາມສໍາຄັນ ຊ່ວຍຫັນປ່ຽນອາຊຽນ ໄປສູ່ນະວັດຕະກໍາເສດຖະກິດດີຈິຕອນ ແລະ ສືບຕໍ່ຮ່ວມກັນພັດທະນາ ແຜນປະຕິບັດງານສິດທິຊັບສິນທາງປັນຍາອາຊຽນ 2026-2030.

ພ້ອມກັນນັ້ນ, ກໍໄດ້ຮ່ວມກັບຄູ່ຮ່ວມພັດທະນາ ທົບທວນຄືນການຈັດຕັ້ງປະຕິບັດກິດຈະກໍາໃນໄລຍະທີ່ຜ່ານມາ, ປຶກສາຫາລືແລກປ່ຽນ ແລະ ວາງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະ ສິດທິພາບຍິ່ງຂຶ້ນ ເພື່ອສະໜັບສະໜູນ ລະບົບນິເວດຊັບສິນທາງປັນຍາຂອງອາຊຽນ ໃນປີຕໍ່ໆໄປ.
ໃນໂອກາດດັ່ງກ່າວ, ທ່ານ ໄຊສົມເພັດ ນໍລະສິງ ຍັງໄດ້ນຳພາຄະນະ ເຂົ້າຮ່ວມງານສະເຫລີມ ສະຫລອງວັນສັບສິນທາງປັນຍາໂລກ ທີ່ ປະເທດກໍາປູເຈຍ ຕື່ມອີກ.
ຂໍ້ມູນ-ພາບ: ກົມຊັບສິນທາງປັນຍາ
KPL