ຕາດຂະມຶດ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງແຂວງຈຳປາສັກ

07/05/2025 09:32
Email Print 3237
ຂປລ “ເອກະລັກວັດພູ ກຸຫລາບປາກເຊ ກາເຟປາຊ່ອງ ນ້ຳຂອງໂຕນຄອນ ສີພັນດອນລືນາມ” ເປັນຄຳຂວັນຂອງຈຳປາສັກ, ດິນແດນທ່ີອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງຫລາຍແຫ່ງ ບໍ່ວ່າຈະເປັນຜາສາດຫີນວັດພູຈຳປາສັກ, ມະຫານະທີສີພັນດອນ, ກາເຟປາກຊ່ອງ, ພູສ່າເຫລົ້າ, ນ້ຳຕົກຕາດຂະມຶດ (ບ້ານດົງຫລວງ), ນ້ຳຕົກຕາດສົມພະນິດ (ຫລີ່ຜີ), ຕາດຜາສ້ວມ, ຕາດເຍືອງ ແລະ ສະຖານທີ່ອື່ນໆອີກຫລາຍແຫ່ງ.

    *“ເອກະລັກວັດພູ ກຸຫລາບປາກເຊ ກາເຟປາຊ່ອງ ນ້ຳຂອງໂຕນຄອນ ສີພັນດອນລືນາມ” ເປັນຄຳຂວັນຂອງຈຳປາສັກ, ດິນແດນທ່ີອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງຫລາຍແຫ່ງ ບໍ່ວ່າຈະເປັນຜາສາດຫີນວັດພູຈຳປາສັກ, ມະຫານະທີສີພັນດອນ, ກາເຟປາກຊ່ອງ, ພູສ່າເຫລົ້າ, ນ້ຳຕົກຕາດຂະມຶດ (ບ້ານດົງຫລວງ), ນ້ຳຕົກຕາດສົມພະນິດ (ຫລີ່ຜີ), ຕາດຜາສ້ວມ, ຕາດເຍືອງ ແລະ ສະຖານທີ່ອື່ນໆອີກຫລາຍແຫ່ງ. ເມື່ອເວົ້າ ເຖິງສະຖານທີ່ທ່ອງທ່ຽວຢູ່ແຂວງ ຈຳປາສັກແລ້ວ ມື້ນ້ີຜູ້ຂຽນຂໍເລົ່າເຖິງນ້ຳຕົກຕາດຂະມຶດ ອີກໜຶ່ງສະຖານທ່ີທ່ອງທ່ຽວທຳມະຊາດທີ່ໂດ່ງດັງຂອງເມືອງປາກຊ່ອງ.

    ຕາດຂະມຶດ ຕັ້ງຢູ່ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈຳປາສັກ ຫ່າງຈາກເທສະບານເມືອງປາກຊ່ອງ ປະມານ 10 ກິໂລ ແມັດ, ເສັ້ນທາງເຂົ້າໄປຫາຕາດແມ່ນສະດວກສະບາຍເປັນນ້ຳຕັກຕາດທີ່ສູງຊັນ ແລະ ມີຫລາຍຊັ້ນ, ຊ່ອນຕົວຢູ່ໃນກາງປ່າສະຫງວນ ແຫ່ງຊາດດົງຫົວສາວ. ຕາດຂະມຶດນັບວ່າເປັນອີກໜຶ່ງສະຖານທ່ີ່ທ່ອງທ່ຽວທີ່ສ້າງຄວາມຕື່ນຕາຕ່ືນໃຈໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໂດຍແຕ່ລະມ້ືມີນັກທ່ອງທ່ຽວໄປທ່ຽວເປັນຈຳນວນຫລາຍ ແລະ ນັກທ່ອງທ່ຽວນິຍົມໄປຫລາຍສຸດໄລຍະລະດູຝົນ ເພາະນ້ຳຈະຫລາຍຍິ່ງເຮັດໃຫ້ຕາດດ່ັງກ່າວງົດງາມຫາອັນປຽບບໍ່ໄດ້ ແລະ ອີກຢ່າງໜຶ່ງຄວາມພິເສດຂອງສະຖານທີ່ດັ່ງກ່າວ ທີ່ນັກທ່ອງທ່ຽວໄປຮອດແລ້ວພາດບໍ່ໄດ້ນັ້ນຄືຈະຕ້ອງໄດ້ຂີ່ສະລິງເພື່ອຊົມນ້ຳຕົກຕາດດ່ັງກ່າວ ໂດຍຜ່ານນ້ຳຕົກຕ້ັງແຕ່ຊ້ັນເທິງລົງຫາຊ້ັນລຸ່ມສຸດລວມທັງໝົດ 8 ເສັ້ນ, ສ່ວນດ້ານລຸ່ມຂອງນ້ຳຕົກຕາດ ຍັງມີເຮືອນຕົ້ນໄມ້ໄວ້ບໍລິການນັກທ່ອງທ່ຽວໄດ້ພັກຜ່ອນຢ່ອນອາລົມ ຊົມທຳມະຊາດທີ່ຫາອັນປຽບບໍ່ໄດ້, ໃນນັ້ນຍັງມີກາເຟໄວ້ຄອຍບໍລິການລູກຄ້າ, ຜ່ອນຄາຍຄວາມອິດເມື່ອຍກັບບັນຍາກາດທີ່ອ້ອມຮອບໄປດ້ວຍປ່າໄມ້ອັນຂຽວງາມອຸ່ນທຸ່ມ ແລະ ຍັງເປັນຈຸດພົບກັນລະຫວ່າງແມ່ນ້ຳສອງສາຍທີ່ໄຫລມາຈາກຕາດຂະມຶດ ແລະ ຕາດເສືອ. 

    ສຳລັບນັກທ່ອງທ່ຽວທີ່ມາຮອດ ສະຖານທີ່ດັ່ງກ່າວແລ້ວ ແມ່ນສາມາດເຂົ້າຮ່ວມກິດຈະກຳຍ່າງປ່າຈາກສະຖານທີ່ພັກ ໄປຍັງນ້ຳຕົດຕາດເສືອນ້ຳຕົກທີ່ສວຍງາມອີກແຫ່ງອີກແຫ່ງມີລວງສູງປະມານ 40 ແມັດ ແລະ ສາມາດຍ່າງລອດຜ່ານນ້ຳຕົກຕາດໄດ້ອີກດ້ວຍ, ສຳລັບທ່ານໃດມັກສາຍລຸຍບອກເລີຍວ່າບໍ່ຄວນພາດ ກັບຕາດຂະມຶດແຫ່ງນີ້.

ໂດຍ:ແສງສະຫວັນ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top