ຂປລ
ຂປລ. ມະຫາວິທະຍາໄລ ຊິງຮວາ (Tsinghua University) ແມ່ນໜຶ່ງໃນ ບັນດາ ມະຫາ ວິທະຍາໄລ ທີ່ສໍາຄັນ ຂອງ ນະຄອນຫລວງ ປັກກິ່ງ ສປ ຈີນ ເຊິ່ງມີ ໜ້າທີ່ຄົ້ນຄວ້າວິໄຈ, ສ້າງຫລັກສູດ ແລະ ເປີດກວ້າງ ການຮ່ວມມືກັບ ສາກົນ ໂດຍສະເພາະ ໂຮງຮຽນ ສື່ມວນຊົນ ແລະ ການສື່ສານ.
ຂປລ. ມະຫາວິທະຍາໄລ ຊິງຮວາ (Tsinghua University) ແມ່ນໜຶ່ງໃນ ບັນດາ ມະຫາ ວິທະຍາໄລ ທີ່ສໍາຄັນ ຂອງ ນະຄອນຫລວງ ປັກກິ່ງ ສປ ຈີນ ເຊິ່ງມີ ໜ້າທີ່ຄົ້ນຄວ້າວິໄຈ, ສ້າງຫລັກສູດ ແລະ ເປີດກວ້າງ ການຮ່ວມມືກັບ ສາກົນ ໂດຍສະເພາະ ໂຮງຮຽນ ສື່ມວນຊົນ ແລະ ການສື່ສານ.
ອາຈານ ຊູ ຈິງ ອັນ (Zhou Qing An) ຜູ້ອໍານວຍການ ໂຮງຮຽນ ສື່ມວນຊົນ ແລະ ການສື່ສານ ມະຫາວິທະຍາໄລ ຊິງຮວາ (Tsinghua Univer sity School of Journalism and Communication) ໄດ້ກ່າວ ໃນເວລາ ພົບປະກັບ ຄະນະ ສື່ມວນຊົນ ຕ່າງປະເທດ ເມື່ອວັນທີ 8 ພຶດສະພາທີ່ຜ່ານ ມານີິ້ ວ່າ: ທີມອາຈານ ແລະ ຄະນະ ພາກວິຊາຕ່າງ ປະເທດ ພວມກະກຽມ ສ້າງນັກ ສຶກສາ ຂອງ ຕົນ ເພື່ອເກັບກໍາຂໍ້ມູນ, ສຶກສາສະພາບ ການປ່ຽນ ແປງຢ່າງ ວ່ອງໄວ ຂອງ ເສດຖະກິດ ແລະ ທຸລະກິດໂລກ ໂດຍສຸມໃສ່ ບົດບາດ ຂອງ ສປ ຈີນ ໃນຕະຫລາດທົ່ວໂລກ.
ນອກນັ້ນ ໂຮງຮຽນນີ້ ຍັງໄດ້ຄົ້ນຄວ້າ ສ້າງຫລັກສູດ ທີ່ ພົວພັນກັບ ຫົວຂໍ້ຕ່າງໆ ເພື່ອຕອບສະໜອງ ຮອງຮັບ ຄວາມຮຽກຮ້ອງ ຕ້ອງການ ແລະ ການຂະຫຍາຍຕົວ ຂອງ ເສດຖະກິດ-ສັງຄົມ. ອີງຕາມ ຂໍ້ມູນຂອງ ໂຮງຮຽນ ດັ່ງກ່າວ ຍັງໄດ້ແຈ້ງໃຫ້ຮູ້ວ່າ: ຫລັກສູດ ທັງໝົດ ຂອງ ໂຄງການ ປະລິນຍາໂທ ດ້ານສື່ມວນຊົນ ທຸລະກິດສາກົນ ຫລື Global Business Journalism (GBJ) ແມ່ນສອນເປັນ ພາສາອັງກິດ ໂດຍບັນດາ ອາຈານ ທີ່ມີ ຊື່ສຽງ ແລະ ນັກ ຂ່າວທີ່ມີ ປະສົບການ ຈາກທົ່ວໂລກ. ສິ່ງອໍານວຍ ຄວາມສະດວກ ແລະ ອຸປະກອນຕ່າງໆ ໃນໂຮງຮຽນ (TSJC) ແມ່ນມີ ຄວາມເປັນ ມືອາຊີບ ແລະ ທັນສະໄໝ ໃນດ້ານ ຂະແໜງການ ສື່ມວນຊົນ ທຽບເທົ່າກັບ ຫລັກສູດ ສື່ມວນຊົນ ທີ່ສໍາຄັນອື່ນໆ ໃນທົ່ວໂລກ.
ຫລັກສູດ ດັ່ງກ່າວໄດ້ເລີ່ມຕົ້ນ ໃນປີ 2007, ຊຶ່ງຫລັກສູດ ປະລິນຍາໂທ ດ້ານສື່ມວນຊົນ ທຸລະກິດ ຫລື GBJ ໄດ້ສ້າງຕັ້ງ ແລະ ພັດທະນາ ຕົນເອງ ເປັນຜູ້ນໍາ ໃນການສຶກສາ ຂອງ ຂະແໜງການດັ່ງກ່າວ ກ່ຽວກັບ ບໍລິສັດຈີນ ທີ່ບຸກເບີກ ຕະຫລາດ ຫລັກຊັບ ທີ່ ກໍາລັງ ເກີດຂຶ້ນ ແລະ ການຄ້າສາກົນ. ດ້ານນັກ ສຶກສາ ຍັງໄດ້ຮຽນຮູ້ ການຂຸດຄົ້ນແຫລ່ງ ຂໍ້ມູນ ທາງທຸລະກິດ, ເຕັກນິກ ການເຜີຍແຜ່ ຂໍ້ມູນຂ່າວສານ ດ້ວຍຫລາຍຮູບແບບ ແລະ ທັກສະການ ລາຍງານຂ່າວ ທຸລະກິດ.
KPL