ຂປລ
ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.
*ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ. ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນສະເລ່ຍໃນລະດັບ 6,5% ຂຶ້ນໄປ, ຄິດເປັນມູນຄ່າຕາມລາຄາໃນປີໃຫ້ບັນລຸ 9.215 ຕື້ກີບ, GDP ສະເລ່ຍຕໍ່ຫົວ ຄົນໃຫ້ໄດ້ 19,21 ລ້ານກວ່າກີບໃນນີ້: ຂະແໜງກະສິກຳ ແລະ ປ່າໄມ້ ຂະຫຍາຍຕົວສະເລ່ຍຢູ່ໃນລະດັບ 8,3%; ຂະແໜງອຸດສາຫະກຳຂະຫຍາຍຕົວສະເລ່ຍຢູ່ໃນລະດັບ 8%, ຂະແໜງບໍລິການ ແລະ ພາສີຂາເຂົ້າຂະຫຍາຍຕົວສະເລ່ຍຢູ່ໃນລະດັບ 5,7% ສູ້ຊົນລະດົມທຸກແຫລ່ງທຶນ ເພື່ອສຸມໃສ່ໃນການພັດທະນາໃຫ້ໄດ້ປະມານ 1.428 ຕ້ືກີບ.

ໃນນ້ີ, ການລົງທຶນຈາກງົບປະມານພາຍໃນໃຫ້ໄດ້ 232 ຕ້ື ກີບ; ການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ໃຫ້ໄດ້ 161 ຕື້ກີບ; ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 733 ຕື້ກີບ, ການລົງທຶນອື່ນໆ ( ການລົງທຶນຈາກຊຸມຊົນ) ໃຫ້ໄດ້ 302 ຕື້ກີບ. ສູ້ຊົນຈັດເກັບລາຍຮັບ 9 ເດືອນທ້າຍປີ 2025 ໃຫ້ໄດ້ 197,81 ຕື້ກີບ ໃນນີ້: ພູດສູນກາງໃຫ້ໄດ້ 79,89 ຕື້ກີບ, ພູດທ້ອງຖີ່ນ ໃຫ້ໄດ້ 117,91 ຕື້ກີບ ຫລື ລື່ນແຜນການທີ່ວາງໄວ້; ຫັນການຈັດເກັບລາຍຮັບເຂົ້າສູ່ລະບົບທັນສະໄໝ; ປະຕິບັດລາຍຈ່າຍໃຫ້ຢູ່ໃນລະດັບ 457,63 ຕື້ກີບ, ເບີກຈ່າຍເງິນເດືອນ, ເງິນອຸດໜູນໃຫ້ເປັນປົກກະຕິ; ຈັດຕັ້ງປະຕິບັດດໍາລັດ 599/ລບ ແລະ ຂໍ້ຕົກລົງ169/ ນຍ ເພື່ອຫັນກໍາມະສິດລົດລັດຕາມເປົ້າໝາຍສະສາງໃຫ້ສໍາເລັດ.

ຊຸກຍູ້ການຜະລິດເຂົ້າໃຫ້ໄດ້ 95.400 ເຮັກຕາ, ຜົນຜະລິດໃຫ້ ໄດ້ 418.502 ໂຕນ ໃນນີ້: ເຂົ້ານາແຊງໃຫ້ໄດ້ 14.000 ເຮັກຕາ, ຜົນຜະລິດໃຫ້ໄດ້ 67.392 ໂຕນ, ເຂົ້າ ນາປີໃຫ້ໄດ້ 81.400 ເຮັກຕາ, ຜົນຜະລິດໃຫ້ໄດ້ 351.110 ໂຕນ; ພືດສະບຽງອາຫານໃຫ້ໄດ້ 14.407 ເຮັກຕາ, ຜົນຜະລິດໃຫ້ໄດ້ 103.076 ໂຕນ; ພືດເປັນສິນຄ້າໃຫ້ໄດ້ 79.199 ໂຕນ, ຜົນຜະລິດໃຫ້ໄດ້ 1.374.970 ໂຕນ; ສະໜອງຊີ້ນ, ໄຂ, ປາ ໃຫ້ໄດ້ 13.386 ໂຕນ, ສືບຕໍ່ຕິດຕາມການຈັດຕັ້ງການຮຽນ-ການສອນ ສົກຮຽນ 2024-2025 ແລະ ວາງແຜນການຮຽນປີ 2025-2026; ຝຶກອົບຮົມ ແລະ ຍົກລະດັບໃຫ້ແກ່ຄູສອນ, ຜູ້ບໍລິຫານການສຶກສແຕ່ລະຂັ້ນຕາມຫົວຂໍ້ ແລະ ແຜນທີ່ກຳນົດໄວ້; ອົບຮົມວຽກງານການເມືອງແນວຄິດ, ຈັນຍາບັນ, ຈັນຍາທໍາ ແລະ ວຽກງານວິຊາການໃຫ້ແກ່ພະນັກ ງານ, ຄູ-ອາຈານ ໃນທົ່ວແຂວງໃນໄລຍະພັກແລ້ງ; ສືບຕໍ່ເອົາໃຈໃສ່ເຝົ້າລະວັງ ແລະ ຄວບຄຸມພະຍາດຕິດຕໍ່ຈາກສັດສູ່ຄົນ; ສຸມໃສ່ພັດທະນາຄຸນນະພາບການປິ່ນປົວຂອງພະນັກງານແພດ-ໝໍໃຫ້ໄດ້ມາດຖານ ແລະ ມີການບໍລິການຢ່າງມີຈັນຍາບັນ, ຈັນຍາທຳມີມາລະຍາດຕາມນະໂຍບາຍ 5 ດີ 1 ພໍໃຈ; ສູ້ຊົນເຄື່ອນໄຫວເກັບກຳຂ່າວ-ພາບ ແລະ ຜະລິດຂ່າວ ພ້ອມທັງໂພສຂ່າວສື່ອອນລາຍໜັງສືພິມສາລະວັນ, ປັບປຸງເນື້ອໃນຂ່າວ, ລາຍການໃຫ້ດີຂຶ້ນສາມາດຕອບໂຈດມວນຊົນຕາມ 4 ລັກສະນະຂອງສື່ມວນຊົນ, ສ້າງຄອບຄົວວັດທະນະທໍາໃຫ້ໄດ້ 1.900 ຄອບຄົວ, ບ້ານວັດທະນະທໍາໃຫ້ໄດ້ 8 ບ້ານ; ປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄວາມສວຍງາມເພື່ອດຶງດູດນັກທ່ອງທ່ຽວໃຫ້ໄດ້ 93.258 ເທື່ອ ຄົນ. ສືບຕໍ່ຝຶກ ແລະ ພັດທະນາສີມືແຮງງານໃຫ້ມີຄຸນນະພາບເພື່ອຮອງຮັບການຫັນເປັນອຸດສາຫະກໍາ ແລະ ທັນສະໄໝໃຫ້ໄດ້ 2.889 ຄົນ; ຕິດຕາມເກັບກຳຂໍ້ມູນແຮງງານທີ່ຢູ່ພາຍໃນແຂວງ ໄປອອກແຮງງານຢູ່ຕ່າງປະເທດຢ່າງເປັນປົກກະຕິ; ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດ ປະຊາທິປະໄຕໃຫ້ໄດ້ 739 ທ່ານ; ເຄື່ອນໄຫວປຸກລະດົມການບໍລິຈາກເລືອດໃຫ້ໄດ້ຕາມແຜນ ແລະ ວຽກງານອື່ນໆໃຫ້ມີຜົນສຳເລັດ.
ໂດຍ: ຄຳສອນ
KPL