ສປ ຈີນ-ສ.ອາເມລິກາ ບັນລຸຄວາມເຫັນທີ່ເປັນເອກະພາບອັນສໍາຄັນຮ່ວມກັນ

12/05/2025 14:04
ຂປລ ການພົບປະເຈລະຈາ ຂັ້ນສູງ ດ້ານເສດຖະກິດ-ການຄ້າ ລະຫວ່າງ ສປ ຈີນ-ສ.ອາເມລິກາ ໄດ້ຈັດຂຶ້ນ ຢູ່ນະຄອນເຊີແນວ ປະເທດສະວິດ ໃນລະຫວ່າງ ວັນທີ 10-11 ພຶດສະພານີ້.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ການພົບປະເຈລະຈາ ຂັ້ນສູງ ດ້ານເສດຖະກິດ-ການຄ້າ ລະຫວ່າງ ສປ ຈີນ-ສ.ອາເມລິກາ ໄດ້ຈັດຂຶ້ນ ຢູ່ນະຄອນເຊີແນວ ປະເທດສະວິດ ໃນລະຫວ່າງ ວັນທີ 10-11 ພຶດສະພານີ້. ທ່ານ ເຫີລີ້ເຟີງ ຮອງນາຍົກລັດຖະມົນຕີຈີນ ທັງເປັນຜູ້ປະສານງານ ເສດຖະກິດ-ການຄ້າຈີນ-ອາເມລິກາ ຝ່າຍຈີນ ໄດ້ເຂົ້າຮ່ວມກອງປະຊຸມ ຖະແຫລງຂ່າວ ທີ່ຈັດໂດຍ ຄະນະຜູ້ແທນຈີນ .ທ່ານ ເຫີລີ້ເຟີງ ໄດ້ຢືນຢັນວ່າ: ພາຍໃຕ້ ສະພາບການ ໃນປັດຈຸບັນ, ການພົບປະເຈລະຈາເທື່ອນີ້ ໄດ້ຮັບຄວາມສົນໃຈ ໃນລະດັບສູງ ຈາກປະຊາຄົມໂລກ. ການພົບປະເຈລະຈາຂັ້ນສູງ ດ້ານເສດຖະກິດ-ການຄ້າລະຫວ່າງ ສປ ຈີນ-ສ.ອາເມລິກາ ເທື່ອນີ້ ໄດ້ດໍາເນີນໄປ ຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ມີລັກສະນະສ້າງສັນ, ໂດຍໄດ້ບັນລຸຄວາມເຫັນ ທີ່ເປັນເອກະພາບ ອັນສໍາຄັນ ຮ່ວມກັນ ທັງໄດ້ຮັບຄວາມຄືບໜ້າ ທີ່ແທ້ຈິງ. ສອງຝ່າຍເຫັນດີ ເປັນເອກະພາບກັນ ສ້າງຕັ້ງ ກົນໄກ ປຶກສາຫາລື ດ້ານເສດຖະກິດ-ການຄ້າ ລະຫວ່າງ ສປ ຈີນ-ສ.ອາເມລິກາ ເຊິ່ງໄດ້ສ້າງພື້ນຖານ ແລະ ເງື່ອນໄຂໃຫ້ແກ່ ການແກ້ໄຂຄວາມເຫັນ ທີ່ຍັງຂັດແຍ້ງກັນ ກໍຄື ການລົງເລິກ ການຮ່ວມມື ຕື່ມອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top