ສປ ຈີນ ຈະຈັດເວທີປຶກສາຫາລືຈີນ-ປະຊາຄົມປະເທດອາເມລິກາລາຕິນ-ກາຣາອິບ

12/05/2025 14:04
Email Print 126
ຂປລ ກອງ​ປະ​ຊຸມ ​ລະ​ດັບ​ ລັດ​ຖະ​ມົນ​ຕີ ​ຄັ້ງ​ທີ 4 ຂອງ​ເວ​ທີ​ປຶກ​ສາ ​ຫາ​ລື ​ຈີນ-ປະ​ຊາ​ຄົມ ປະ​ເທດ ​ອາ​ເມ​ລິ​ກາ​ ລາ​ຕິນ​ ແລະ​ ກາ​ຣາ​ອິບ​ ຈະ​ຈັດ​ຂຶ້ນ ​ຢູ່​ນະ​ຄອນຫລວງ​ປັກ​ກິ່ງ​ ຂອງ​ ສປ ຈີນ ໃນວັນ​ທີ 13 ພຶດ​ສະ​ພາ​ນີ້.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກອງ​ປະ​ຊຸມ ​ລະ​ດັບ​ ລັດ​ຖະ​ມົນ​ຕີ ​ຄັ້ງ​ທີ 4 ຂອງ​ເວ​ທີ​ປຶກ​ສາ ​ຫາ​ລື ​ຈີນ-ປະ​ຊາ​ຄົມ ປະ​ເທດ ​ອາ​ເມ​ລິ​ກາ​ ລາ​ຕິນ​ ແລະ​ ກາ​ຣາ​ອິບ​ ຈະ​ຈັດ​ຂຶ້ນ ​ຢູ່​ນະ​ຄອນຫລວງ​ປັກ​ກິ່ງ​ ຂອງ​ ສປ ຈີນ ໃນວັນ​ທີ 13 ພຶດ​ສະ​ພາ​ນີ້. ທ່ານ ໝຽວ​ເຕີ​ຢ​ວີ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ນຳ​ສະ​ໜີ​ ສະ​ພາບ ​ທີ່​ກ່ຽວ​ຂ້ອງ​ ຂອງກອງ​ປະ​ຊຸມຄັ້ງ​ນີ້ ​ຈະ​ຮັບ​ຮອງ “ຖະ​ແຫລງ​ການ​ປັກ​ກິ່ງ” ແລະ ແຜນ​ດຳ​ເນີນ​ງານຮ່ວມ ເຊິ່ງ “ຖະ​ແຫລງ​ການ​ປັກ​ກິ່ງ” ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງ ​ຄວາມ​ຕັດ​ສິນ​ໃຈ ທີ່​ໝັ້ນ​ໜຽວ ​ຂອງ​ສອງ​ຝ່າຍ​ ໃນດ້ານ​ການ​ສະ​ແຫວງ​ຫາ ​ສັນ​​ຕິ​ພາບ, ການ​ພັດ​ທະ​ນາ ແລະ ​​ການຊຸກ​ຍູ້​ການ​ຮ່ວມ​ມື. ສຳ​ລັບ ແຜນ​ດຳ​ເນີນ​ງານ​ຮ່ວມ ​ຈະ​ກ່ຽວ​ພັນ​ເຖິງ​ ມາດ​ຕະ​ການ ​ລະ​ອຽດ ຂອງການ​ຮ່ວມ​ມື​ ລະ​ຫວ່າງ​ ສອງ​ຝ່າຍ ໃນ​ຂົງ​ເຂດ​ຕ່າງໆ ເປັນ​ຕົ້ນ: ​ການ​ປະ​ດິດ​ສ້າງ ວິ​ທະ​ຍາ​ສາດ​ ເຕັກ​​ໂນ​ໂລ​ຊີ, ການ​ລົງ​ທຶນ ​ເສດ​ຖະ​ກິດ​ ກາ​ນ​ຄ້າ, ການ​ເງິນ, ພື້ນ​ຖານ​ໂຄງ​ລ່າງ, ກະ​ສິ​​ກຳ ແລະ ສະ​ບຽງ​ອາ​ຫານ, ອຸດ​ສາ​ຫະ​ກຳ ​ແລະ ​ເຕັກ​ໂນ​ໂລ​ຊີ ​ຂໍ້​ມູນ​ຂ່າວ​ສານ, ການ​ພັດ​ທະ​ນາ​ ພະ​ລັງ​ງານ ແລະ ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ”. ເອ​ກະ​ສານ​ ສອງສະ​ບັບ ​ດັ່ງ​ກ່າວ​ ຈະ​ຊີ້​ນຳ ​ການ​ຮ່ວມ​ມື ​ໂດຍ​ລວມ​ ລະ​ຫວ່າງ ສປ ​ຈີນ ​ກັບປະ​ຊາ​ຄົມ ປະ​ເທດ​ ອາ​ເມ​ລິກາ​ ລາ​ຕິນ​ ແລະ​ ກາ​ຣາ​ອິບ ​ໃນ 3 ປີ​ຕໍ່​ໜ້າ​./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top