ທາບທາມຄຳເຫັນຕໍ່ຮ່າງດໍາລັດ ວ່າດ້ວຍ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ

08/05/2025 15:44
Email Print 1014
ຂປລ ຂປລ. ໃນວັນທີ 8 ພຶດສະພາ 2025 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມທາບທາມຄຳເຫັນຂັ້ນສູນກາງ ຕໍ່ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວຢູ່ບໍລິເວນຊາຍແດນ ແລະ ຮ່າງດໍາລັດວ່າດ້ວຍການຄຸ້ມຄອງ ພະນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ທີ່ປະຈໍາຢູ່ ສປປ ລາວ



ຂປລ. ໃນວັນທີ
8 ພຶດສະພາ 2025 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມທາບທາມຄຳເຫັນຂັ້ນສູນກາງ ຕໍ່ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວຢູ່ບໍລິເວນຊາຍແດນ ແລະ ຮ່າງດໍາລັດວ່າດ້ວຍການຄຸ້ມຄອງ ພະນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ທີ່ປະຈໍາຢູ່ ສປປ  ລາວ (ສະບັບປັບປຸງ) ໂດຍການເປັນປະທານຮ່ວມຂອງ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ອົງການຂັ້ນສູນກາງ ເຂົ້າຮ່ວມ.



ກອງປະຊຸມໃນຄັ້ງນີ້
, ເພື່ອເປີດໂອກາດໃຫ້ບັນດາກະຊວງ ແລະ ອົງການຂັ້ນສູນກາງ ໄດ້ປະ ກອບຄໍາຄິດຄຳເຫັນໃສ່ຮ່າງດໍາລັດ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ, ຮອບດ້ານ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດ ຊຶ່ງການປຶກສາຫາລືຄັ້ງນີ້ ແມ່ນການດໍາເນີນຂັ້ນຕອນ ການທາບທາມຄໍາເຫັນຂັ້ນທ້ອງຖິ່ນ ຕໍ່ຮ່າງນິຕິກໍາພາຍໃຕ້ກົດໝາຍດັ່ງກ່າວ ຕາມຂັ້ນຕອນຂອງກົດໝາຍ ວ່າດ້ວຍການສ້າງນິຕິກໍາ (ສະບັບປັບປຸງ ປີ 2021) ເພື່ອໃຫ້ສໍາເລັດການທາບທາມ ປະກອບຄໍາເຫັນຂອງທຸກພາກສ່ວນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ພາຍໃນເດືອນພຶດສະພາ 2025. ຫລັງຈາກນັ້ນ, ຄະ ນະຮັບຜິດຊອບສ້າງຮ່າງກົດໝາຍ ກໍຈະນໍາໄປຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນ ແລ້ວນໍາໄປກວດກາຄວາມສອດຄ່ອງ ທາງດ້ານກົດໝາຍ ຮ່ວມກັບກະ ຊວງຍຸຕິທໍາ.




ຮ່າງດໍາລັດທັງສອງສະບັບນີ້
, ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານການເຄື່ອນໄຫວ ຢູ່ບໍລິເວນຊາຍແດນຂອງພົນລະເມືອງລາວ, ຊາວຕ່າງດ້າວ ແລະ ຕ່າງປະເທດ, ວຽກງານການຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ທີ່ປະຈໍາຢູ່ ສປປ ລາວ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວ, ມີຄວາມຖືກ ຕ້ອງ, ຊັດເຈນ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊາດ, ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພາຍຫລັງຮ່າງດໍາລັດເຫລົ່ານີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ການຄຸ້ມຄອງການເຄື່ອນໄຫວວຽກງານດັ່ງກ່າວ ຢ່າງລວມສູນ ແລະ ເປັນເອກະພາບ, ມີປະສິດທິພາບ, ປະສິດທິຜົນຂຶ້ນກວ່າເກົ່າ ແລະ ຈະເປັນບາດ ກ້າວໜຶ່ງທີ່ສຳຄັນ ໃນການພັດທະນາລະບົບນິຕິກຳ ຂອງຂະແໜງການຕ່າງປະເທດ ແນໃສ່ເພີ່ມທະວີການຄຸ້ມຄອງວຽກງານ ການຕ່າງປະເທດດ້ວຍກົດໝາຍ ຢ່າງໜັກແໜ້ນເທື່ອລະກ້າວ. ພ້ອມທັງ, ເປັນການຜັນຂະຫຍາຍ ແນວທາງນະໂຍບາຍ ການຕ່າງປະເທດຂອງ ພັກ-ລັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງ ຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດ ທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກກະ ຊວງການຕ່າງປະເທດ ຄັ້ງທີ IV ກໍຄື ຜົນສຳເລັດ ແລະ ທິດທາງຂອງກອງປະຊຸມວຽກງານການຕ່າງປະ ເທດ ຄັ້ງທີ 14 ໂດຍສະເພາະການຫັນຂະແໜງ ການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top