ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຣນ ທັນສະໄໝ ພ້ອມດ້ວຍອຸປະກອນເສີມຈຳນວນ 3 ຊຸດ ໃຫ້ແຂວງຈຳປາສັກ ເພື່ອຮັບໃຊ້ເຂົ້າໃນວຽກງານ ການສຳຫລວດ, ຕິດຕາມກວດກາ, ວາງແຜນແກ້ໄຂສະພາບ ໄພພິບັດໃຫ້ທັນການ ແລະ ວຽກງານອື່ນໆ

ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຣນ ທັນສະໄໝ ພ້ອມດ້ວຍອຸປະກອນເສີມຈຳນວນ 3 ຊຸດ ໃຫ້ແຂວງຈຳປາສັກ ເພື່ອຮັບໃຊ້ເຂົ້າໃນວຽກງານ ການສຳຫລວດ, ຕິດຕາມກວດກາ, ວາງແຜນແກ້ໄຂສະພາບ ໄພພິບັດໃຫ້ທັນການ ແລະ ວຽກງານອື່ນໆ ໄດ້ຕາມເວລາຈິງ (Real-time) ໃນວັນທີ 28 ເມສາ 2025 ຕາງໜ້າມອບໂດຍ ທ່ານ ດວງຕາ ສະໝິງວົງສາ ປະທານ ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ອຸປະກອນທີ່ນຳມາມອບ ໃນຄັ້ງນີ້ປະກອບມີ: ໂດຣນ DJI Matrice ຮຸ່ນ 30T 1 ຊຸດ, ໂດຣນ DJI Matrice 4T 2 ຊຸດ, ແທັບເລັດ S10 Ultra 5G 1 ເຄື່ອງ ແລະ ອຸປະກອນທັນສະໄໝ ຈຳນວນໜຶ່ງ ລວມມູນຄ່າທັງໝົດ 700 ລ້ານກວ່າກີບ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ທີ່ໄດ້ມອບໂດຣນ ພ້ອມດ້ວຍອຸປະກອນທັນສະໄໝ ໃຫ້ແຂວງຈຳປາສັກໃນຄັ້ງນີ້, ເຊິ່ງເຫັນໄດ້ເຖິງຄວາມສຳຄັນ ໃນວຽກງານອັນລວມ ຂອງຄະນະພັກ-ອົງການປົກຄອງແຂວງ, ເຫັນໄດ້ເຖິງຄວາມສຳຄັນຂອງນະໂຍບາຍ ຂອງພັກ-ລັດຖະບານ ໃນການຫັນໄປສູ່ທັນສະໄໝ ໂດຍສະເພາະ ຮັບໃຊ້ເຂົ້າໃນການວາງແຜນ ແກ້ໄຂສະພາບໄພພິບັດໃຫ້ທັນການ, ໃຊ້ເຂົ້າໃນວຽກງານການສຳຫລວດ, ຕິດຕາມກວດກາ ແລະ ວຽກງານອື່ນໆ ທັງເປັນການກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກແຂວງ ທັງເປັນການປະກອນສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ເຊິ່ງຄະນະພັກ-ອົງການປົກຄອງ ແຂວງຈຳປາສັກ ຈະຄຸ້ມຄອງ ນຳໃຊ້ອຸປະກອນດັ່ງກ່າວ ໃຫ້ເກີດປະໂຫຍດສູງສູດ.
ຂ່າວ: ທັດຊະນະ
KPL