ພິທີລະນຶກວັນເກີດ ທ່ານ ຊຸ່ນຢັດເຊັນ ຄົບຮອບ 160 ປີຈັດຂຶ້ນຢ່າງຍິ່ງໃຫຍ່

13/11/2026 18:04
ຂປລ ພິທີລະນຶກວັນເກີດ ທ່ານ ຊຸ່ນຢັດເຊັນ ຄົບຮອບ 160 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ນະຄອນ ຫລວງ ປັກກິ່ງ ຂອງ ສປ ຈີນ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳ ມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະ ກຳມະ ການການ ທະຫານ ສູນກາງຈີນ ໄດ້ເຂົ້າຮ່ວມ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 12 ພະຈິກນີ້, ພິທີລະນຶກວັນເກີດ ທ່ານ ຊຸ່ນຢັດເຊັນ ຄົບຮອບ 160 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ນະຄອນ ຫລວງ ປັກກິ່ງ ຂອງ ສປ ຈີນ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳ ມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະ ກຳມະ ການການ ທະຫານ ສູນກາງຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນວ່າ: ຊາວກອມມູນິດຈີນ ແມ່ນຜູ້ສະໜັບສະໜູນ ທີ່ໜັກແໜ້ນທີ່ສຸດ, ເປັນຜູ້ ຮ່ວມມື ທີ່ຈົງຮັກພັກດີທີ່ສຸດ ແລະ ເປັນຜູ້ສືບທອດ ທີ່ຊື່ສັດທີ່ສຸດ ຕໍ່ພາລະ ກິດປະຕິວັດຂອງ ທ່ານ ຊຸ່ນຢັດເຊັນ. ໃນໄລຍະ 100 ກວ່າປີມານີ້, ຄຳຂວັນ ຂອງ ທ່ານ ຊຸ່ນຢັດເຊັນ ທີ່ວ່າ “ສ້າງປະຊາ ຊາດຈີນ ໃຫ້ຈະເລີນຮຸ່ງເຮືອງ” ໄດ້ສ້າງແຮງບັນດານໃຈ ໃຫ້ແກ່ ຄົນຈີນທຸກຮຸ່ນຄົນ, ທັງໄດ້ຮັບການ ຕີ ຄວາມໝາຍ ແລະ ເນື້ອໃນໃໝ່ ໃນຍຸກສະໄໝ ຢ່າງຕໍ່ເນື່ອງ. ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຕະຫລອດຊີວິດ ຂອງ ທ່ານ ຊຸ່ນຢັດເຊັນ ໄດ້ອຸທິດໃຫ້ແກ່ ຄວາມຮັກຊາດ ແລະ ກອບກູ້ປະເທດ, ເພື່ອຮຽນຮູ້, ສືບທອດ ແລະ ເສີມ ຂະ ຫຍາຍຈິດໃຈ ອັນລ້ຳຄ່າຂອງທ່ານ, ພວກເຮົາ ຕ້ອງເສີມຂະຫຍາຍ ຈິດໃຈ ຮັກຊາດ ແລະ ພະຍາຍາມເຮັດໃຫ້ປະເທດຊາດຈະເລີນຮຸ່ງເຮືອງ ແລະ ເຂັ້ມ ແຂງ. ຕ້ອງຍຶດໝັ້ນຖືປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ຢ່າງສະເໝີ ຕົ້ນສະ ເໝີປາຍ ແລະ ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ. ທ່ານ ສີ ຈິ້ນຜິງ ຍັງຊີ້ ໃຫ້ເຫັນວ່າ: ຕະຫລອດຊີວິດຂອງ ທ່ານ ຊຸ່ນຢັດເຊັນ ໄດ້ສົ່ງເສີມຄວາມ ສາ ມັກຄີ, ເພື່ອຮຽນຮູ້, ສືບທອດ ແລະ ເສີມຂະຫຍາຍຈິດໃຈ ອັນລ້ຳຄ່າຂອງ ທ່ານ, ພວກເຮົາ ຕ້ອງ ຍຶດໝັ້ນແນວໂຮມ ເອກະພາບ ແລະ ສືບຕໍ່ເສີມສ້າງ ແລະ ພັດທະນາຄວາມສາມັກຄີອັນໃຫຍ່ຫລວງ ຂອງລູກຫລານ ປະຊາຊາດ ຈີນ ທຸກຖ້ວນໜ້າ. ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນຕື່ມວ່າ: ທ່ານ ຊຸ່ນຢັດເຊັນ ຍຶດໝັ້ນໃນຄວາມເປັນເອກະພາບ ຂອງປະເທດຊາດ ແລະ ຄວາມສາມັກຄີ ຂອງປະຊາຊາດ ຢ່າງໜັກແໜ້ນ ມາໂດຍ ຕະຫລອດ, ຄັດຄ້ານທຸກຄຳເວົ້າ ແລະ ທຸກການກະທຳ ທີ່ເປັນການແບ່ງແຍກ ປະເທດຊາດ ແລະ ແບ່ງແຍກ ປະຊາຊາດ ຢ່າງເດັດດ່ຽວ. ຄວາມປາດ ຖະໜາ ອັນແຮງກ້າ ແລະ ເຈດຈຳນົງ ອັນໜັກແໜ້ນຂອງ ທ່ານ ຕໍ່ການທ້ອນໂຮມປະເທດຊາດ ໃຫ້ເປັນເອກະ ພາບໄດ້ບັນດານໃຈ, ສຶກສາອົບຮົມ ແລະ ສ້າງກຳລັງ ໃຈໃຫ້ ແກ່ ລູກຫລານ ປະຊາຊາດຈີນທຸກຖ້ວນໜ້າຢ່າງຕໍ່ເນື່ອງ. ພີ່ນ້ອງຮ່ວມຊາດສອງ ຝັ່ງຊ່ອງ ແຄບຕະຫລອດຈົນ ລູກຫລານປະຊາຊາດຈີນ ທຸກຖ້ວນໜ້າ ທີ່ອາໄສ ຢູ່ ພາຍໃນ ແລະ ຕ່າງປະເທດ ຕ້ອງຈັບມືກັນ, ຮ່ວມກັນຄັດຄ້ານອິດທິ ກຳລັງ ແບ່ງແຍກໄຕ້ຫວັນ ເປັນເອກະລາດ, ຮ່ວມກັນສຸມ ຄວາມພະຍາຍາມ ເພື່ອ ການພັດທະນາ ການພົວພັນ ຂອງສອງຝັ່ງຊ່ອງແຄບ ຢ່າງສັນຕິ ແລະ ການ ທ້ອນໂຮມປະເທດຊາດ ໃຫ້ເປັນເອກະພາບ ຢ່າງສົມບູນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top