ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

11/11/2026 14:01
ຂປລ ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ວັນດີ ບຸດສະດີ ກຳມະການປະຈຳຄະນະພັກ, ຫົວໜ້າກົມຈັດຕັ້ງ ກະຊວງການຕ່າງປະເທດ ໄດ້ຜ່ານມະຕິຕົກລົງວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານ ແລະ ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ໂດຍໄດ້ແຕ່ງຕັ້ງ ສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພູວາ ຊາມຸນຕີ ຫົວໜ້າຫ້ອງການສະຖານທູດ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ພັນເອກ ຄຳຄ່ອງ ອິນທິລາດ ທີ່ປຶກສາທູດປ້ອງກັນຊາດ ເປັນກຳມະການຄະນະພັກຮາກຖານ.

ໃນໂອກາດດັ່ງກ່າວ, ສະຫາຍ ໄມທອງ ທຳມະວົງສາ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານພັກ-ພະນັກງານ ຢູ່ ສປ ຈີນ ທີ່ເປັນປະເທດເພື່ອນມິດຍຸດທະສາດທີ່ສຳຄັນ, ມີບັນດາໜ່ວຍພັກ, ສະມາຊິກພັກ, ພະນັກງານ-ນັກການທູດ ແລະ ນັກສຶກສາຈຳນວນຫຼາຍ; ຄະນະພັກຮາກຖານສະຖານທູດ ຈະກາຍເປັນເສນາທິການໃຫ້ແກ່ຄະນະກະຊວງ ລົງເລິກນຳພາ-ຊີ້ນຳຢ່າງໃກ້ຊິດຕິດແທດກັບບັນດາໜ່ວຍພັກ, ຮາກຖານພັກ ແລະ ສະມາຊິກພັກ. ພ້ອມນັ້ນ, ສະຫາຍຍັງໄດ້ໃຫ້ທິດຊີ້ນຳທີ່ສຳຄັນເພື່ອໃຫ້ຄະນະພັກຮາກຖານ ແລະ ບັນດາໜ່ວຍພັກນຳໄປຈັດຕັ້ງປະຕິບັດ.

ຫຼັງຈາກນັ້ນ, ສະຫາຍ ສົມພອນ ສີຈະເລີນ ເລຂາຄະນະພັກຮາກຖານ ໄດ້ຕາງໜ້າຄະນະພັກຮາກຖານຂຶ້ນຮັບຄຳໂອວາດ ໂດຍໃຫ້ຄຳໝັ້ນສັນຍາວ່າຈະນຳເອົາທິດຊີ້ນຳຂອງຄະນະພັກຂັ້ນເທິງໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ; ກໍ່ສ້າງຄະນະພັກຮາກຖານ, ໜ່ວຍພັກ, ຈຸພັກ ຢູ່ບັນດາສຳນັກງານການທູດ ແລະ ຖັນແຖວນັກສຶກສາ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ພາຍຫຼັງສຳເລັດພິທີ ສະຫາຍ ໄມທອງ ທຳມະວົງສາ ຍັງໄດ້ສືບຕໍ່ເປັນປະທານກອງປະຊຸມແລກປ່ຽນລະຫວ່າງສຳນັກງານການທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ແລະ ບັນດາກົມພາຍໃນກະຊວງການຕ່າງປະເທດ ປະຈຳປີ 2026 ຕື່ມອີກ.

KPL

ຂ່າວອື່ນໆ

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ Vການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

      11/11/2026 10:05:00 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .

    • ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIIIການເມືອງ

      ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

      11/11/2026 9:42:42 AM

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທ່ີເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ”.

    • ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳການເມືອງ

      ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

      11/10/2026 9:55:17 AM

      ກອງປະຊຸມປຶກສາຫາລືກ່ຽວກັບການນໍາໃຊ້ກົດໝາຍ ແລະ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນທີ່ມີຄວາມຫຍຸ້ງຍາກ ຈັດຂຶ້ນໃນທ້າຍອາທິດຜ່ານມາ.

    • ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນການເມືອງ

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນ

      11/9/2026 11:51:57 AM

      ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ V ຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-13 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມສຳນັກງານນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມມາດຕາ 54 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ.

    • ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກການເມືອງ

      ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

      11/9/2026 11:22:40 AM

      ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໃນວັນທີ 4 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກປະຈຳການ, ສະມາຊິກພັກອາວຸໂສບຳນານ, ກຳມະການ ສນຊ, ຄູ່ຮ່ວມງານ ແລະ ຄະນະທີ່ປຶກສາ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ads
ads

Top