ຂປລ
ແຂວງຢູນນານ ຂອງ ສປ ຈີນ ໄດ້ເປີດນຳໃຊ້ ເສັ້ນທາງຂົນສົ່ງຂ້າມຊາຍແດນໂດຍກົງໃໝ່ 2 ເສັ້ນ ຄື: ຄຸນ ມິງ-ຕວ່ຽນ ກວ່າງ (ຫວຽດນາມ) ແລະ ເວີນຊ່ານ- ຮາຢ່າງ (ສສ ຫວຽດນາມ) ຢ່າງເປັນທາງການ ເພື່ອອຳນວຍຄວາມສະດວກ ໃນການຂົນສົ່ງສາກົນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 11 ພະຈິກນີ້, ແຂວງຢູນນານ ຂອງ ສປ ຈີນ ໄດ້ເປີດນຳໃຊ້ ເສັ້ນທາງຂົນສົ່ງຂ້າມຊາຍແດນໂດຍກົງໃໝ່ 2 ເສັ້ນ ຄື: ຄຸນ ມິງ-ຕວ່ຽນກວ່າງ (ຫວຽດນາມ) ແລະ ເວີນຊ່ານ- ຮາຢ່າງ (ສສ ຫວຽດນາມ) ຢ່າງເປັນທາງການ ເພື່ອອຳນວຍຄວາມສະດວກ ໃນການຂົນສົ່ງສາກົນ. ເສັ້ນທາງ ສາຍ ໃໝ່ນີ້ ໄດ້ນຳໃຊ້ຮູບແບບ "ໃສ່ລົດຄັນດຽວໄປຮອດປາຍທາງ, ຂາໄປ-ຂາກັບ ບັນທຸກເຕັມຄັນ", ບັນລຸໄດ້ການບໍ່ຕ້ອງປ່ຽນລົດ ຕະຫລອດເສັ້ນທາງ, ການຂົນ ສົ່ງສິນ ຄ້າໄປ-ກັບເຕັມລົດ ທັງສອງທິດທາງ ແລະ ສາມາດແກ້ໄຂ ຈຸດຄົງຄ້າງໃນອະດີດ ເຊັ່ນ: ການຄ່ຽນຖ່າຍ ແລະ ການຂົນສົ່ງທາງດຽວ ແບບບໍ່ມີສິນຄ້າ. ອີງຕາມ ການ ຄາດຄະເນ ຂອງວິສາຫະກິດການຄ້າຊາຍແດນ, ຕົ້ນທຶນການຂົນສົ່ງທາງດຽວ ຕໍ່ລົດ ແຕ່ລະຄັນ ຫລຸດລົງ 1.500 ຢວນ, ເວລາການຂົນສົ່ງທາງດຽວ ຈາກເວີນ ຊ່ານໄປ ສສ ຫວຽດນາມ ຫລຸດລົງ ຫລາຍກວ່າ 3 ຊົ່ວໂມງ, ການບັນທຸກ ສິນຄ້າເຕັມຄັນ ທັງສອງທິດທາງ ຊ່ວຍເພີ່ມລາຍໄດ້ ຂອງຄົນຂັບລົດ ຂົນສົ່ງສິນ ຄ້າຢ່າງມີ ປະສິດທິ ພາບ.ການເປີດນຳໃຊ້ ເສັ້ນທາງໃນຄັ້ງນີ້ ແມ່ນ ມາດຕະການຕົວຈິງ ເພື່ອຈັດຕັ້ງປະຕິບັດຜົນ ຂອງການເຈລະຈາ ກ່ຽວກັບ ການຂົນສົ່ງຕາມ ເສັ້ນທາງສາກົນ ຈີນ- ຫວຽດນາມ, ແກ້ໄຂຈຸດຕິດຂັດໃນ ການຂົນສົ່ງຂ້າມຊາຍແດນ ລະຫວ່າງ ແຂວງຢູນນານຂອງ ສປ ຈີນ-ສສ ຫວຽດນາມ, ແລະ ໃຫ້ການສະໜັບສະໜູນ ແກ່ການ ພັດທະນາເສດຖະກິດ ແລະ ການຄ້າຊາຍແດນ ຈີນ-ຫວຽດນາມ ໃຫ້ມີຄຸນນະພາບສູງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL