ຂປລ
ກອງປະຊຸມ ຄັ້ງທີ 31 ບັນດາຝ່າຍ ເຂົ້າຮ່ວມສົນທິສັນຍາ ຂອບຂອງ ສະຫະປະຊາຊາດ(ສປຊ) ກ່ຽວກັບ ການ ປ່ຽນ ແປງ ຂອງ ດິນຟ້າອາກາດ (COP31) ທີ່ໄດ້ຈັດຂຶ້ນຢູ່ ອັນຕາຢາ(Antal ya)ຂອງ ຕວັກກີ, ທ່ານ ອັນໂຕນີໂອ ກູເຕີເຣສ (António Guterres), ເລຂາທິ ການໃຫຍ່ ສະຫະ ປະຊາ ຊາດ (ສປຊ) ໄດ້ຮຽກຮ້ອງໃຫ້ ບັນດາປະເທດ ເພີ່ມທະວີ ການຮ່ວມມື, ຍູ້ແຮງການກະທຳ ເພື່ອຮັບມືກັບ ການປ່ຽນແປງ ຂອງດິນ ຟ້າອາກາດ ແລະ ຊຸກຍູ້ການສ້າງ ສົນທິ ສັນຍາ ຄວາມຍຸຕິທຳ ດ້ານດິນຟ້າອາ ກາດທົ່ວໂລກ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ກອງປະຊຸມ ຄັ້ງທີ 31 ບັນດາຝ່າຍ ເຂົ້າຮ່ວມສົນທິສັນຍາ ຂອບຂອງ ສະຫະປະຊາຊາດ(ສປຊ) ກ່ຽວກັບ ການ ປ່ຽນແປງ ຂອງ ດິນຟ້າອາກາດ (COP31) ທີ່ໄດ້ຈັດຂຶ້ນຢູ່ ອັນຕາຢາ(Antal ya)ຂອງ ຕວັກກີ, ທ່ານ ອັນໂຕນີໂອ ກູເຕີເຣສ(António Guterres), ເລຂາທິ ການໃຫຍ່ ສະຫະ ປະຊາ ຊາດ (ສປຊ) ໄດ້ຮຽກຮ້ອງໃຫ້ ບັນດາປະເທດ ເພີ່ມທະວີ ການຮ່ວມມື, ຍູ້ແຮງການກະທຳ ເພື່ອຮັບມືກັບ ການປ່ຽນແປງ ຂອງດິນ ຟ້າອາກາດ ແລະ ຊຸກຍູ້ການສ້າງ ສົນທິສັນຍາ ຄວາມຍຸຕິທຳ ດ້ານດິນຟ້າອາ ກາດທົ່ວໂລກ. ສົນທິສັນຍາ ຄວາມຍຸຕິທຳ ດ້ານດິນຟ້າອາກາດ ຕ້ອງສຸມໃສ່ ສີ່ເສົາຄໍ້າຄື: ຊຸກຍູ້ການຫັນໄປສູ່ ພະລັງງານ ສະອາດ; ການປົກປ້ອງປະຊາຄົມ ທີ່ມີຄວາມສ່ຽງສູງ ຕໍ່ຈາກໄພພິບັດ ທຳມະຊາດ; ຮັບປະກັນແຫລ່ງການເງິນ ດ້ານດິນຟ້າອາກາດ ທີ່ສາມາດເຂົ້າເຖິງໄດ້ງ່າຍ ໃຫ້ແຕ່ ປະເທດ ພວມພັດ ທະນາ; ແລະ ເພີ່ມທະວີ ການຮ່ວມມືສາກົນ, ຜ່ານຜ່າຄວາມບໍ່ລົງລອຍກັນ ດ້ານການຄ້າ, ພູມສາດການເມືອງ.COP31 ຈັດຂຶ້ນແຕ່ວັນທີ 9 ພະ ຈິກຫາ ວັນທີ 20 ພະຈິກນີ້, ໄດ້ສຸມໃສ່ ຊຸກຍູ້ການປະຕິບັດ ບັນດາຄຳໝັ້ນ ສັນຍາ ດ້ານດິນຟ້າອາກາດ, ລະດົມແຫລ່ງ ກຳລັງດ້ານການເງິນ ແລະ ຍົກສູງຄວາມສາ ມາດ ໃນການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL