ຂປລ
ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໃນວັນທີ 4 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກປະຈຳການ, ສະມາຊິກພັກອາວຸໂສບຳນານ, ກຳມະການ ສນຊ, ຄູ່ຮ່ວມງານ ແລະ ຄະນະທີ່ປຶກສາ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍຮອງເລຂາຄະນະພັກໄດ້ຍົກໃຫ້ເຫັນບັນດາເນື້ອໃນພື້ນຖານກ່ຽວກັບພັກປະຊາຊົນປະຕິວັດລາວ ເປັນຕົ້ນແມ່ນ 5 ຫຼັກການ, 3 ທິດນຳ, ມາດຕະຖານ-ເງື່ອນໄຂການຂະຫຍາຍພັກ; ສິດ, ໜ້າທີ່, ຂໍ້ຫ້າມ ແລະ ການສິ້ນສຸດການເປັນສະມາຊິກພັກ, ຫຼັກການຈັດຕັ້ງ ແລະ ລະບົບສາຍໃຍຂອງການຈັດຕັ້ງຂອງພັກ, ວຽກງານຕິດຕາມ-ກວດກາຂອງພັກ; ກົດລະບຽບຂອງພັກສະໄໝທີ XII ປະກອບມີ XV ໝວດ ແລະ ມີ 64 ມາດຕາ. ພ້ອມນີ້, ຍັງໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ ສະບັບເລກທີ 61/ກມສພ ລົງວັນທີ 18 ມິຖຸນາ 2026, ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 64/ກມສພ ລົງວັນທີ 24/7/2026. ໃນນັ້ນ, ກອງປະຊຸມໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ສູນກາງແນວລາວສ້າງຊາດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ປະທານ-ຮອງປະທານກວດກາໜ່ວຍພັກ ຂອງ 4 ໜ່ວຍພັກ ອົງຄະນະພັກສູນກາງແນວລາວສ້າງຊາດ ຕື່ມອີກ.
ໃນຕອນທ້າຍ, ສະຫາຍປະທານກອງປະຊຸມ ໄດ້ມີຄຳເຫັນໂດຍເນັ້ນໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກ ຈົ່ງສືບຕໍ່ສຶກສາຄົ້ນຄວ້າເນື້ອໃນກົດລະບຽບພັກ ແລະ ມະຕິວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ເພື່ອໃຫ້ສາມາດເຊື່ອມຊຶມ, ກຳແໜ້ນຢ່າງເລິກເຊິ່ງກວ່າເກົ່າ; ຖືເອົາກົດລະບຽບຂອງພັກເປັນພື້ນຖານໃນການຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນຖານແຖວພະນັກງານ ເພື່ອຮັບປະກັນຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ນຳເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ບັນດານິຕິກຳທີ່ສຳຄັນທີ່ໄດ້ຮັບການເຊື່ອມຊຶມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງແນວລາວສ້າງຊາດ, ສືບຕໍ່ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ເອົາໃຈໃສ່ຕໍ່ວຽກງານການກໍ່ສ້າງ ແລະ ປັບປຸງພັກ-ພະນັກງານ ໃຫ້ມີຄວາມເຂັ້ມແຂງ ແລະ ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເພີ່ມທະວີການລົງໃກ້ຊິດຕິດແທດກັບຮາກຖານ ເພື່ອເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ປຸກລະດົມປະຊາຊົນເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຢ່າງແຂງແຮງກວ່າເກົ່າ.
ຂ່າວ-ພາບ: ສນຊ
KPL