ຂປລ
ຂປລ. ເມື່ອບໍ່ດົນມານີ້, ກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ (ສພຊ) ຈັດຝຶກອົບຮົມຍົກສູງຂີດຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ ວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ
ຂປລ. ເມື່ອບໍ່ດົນມານີ້, ກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ (ສພຊ) ຈັດຝຶກອົບຮົມຍົກສູງຂີດຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ແກ່ພະນັກງານ-ລັດຖະກອນທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ ວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງ ທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການການຕ່າງປະເທດ, ມີຮອງປະທານກໍາມາທິການການຕ່າງປະເທດ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຕາງໜ້າຈາກກົມທີ່ກ່ຽວຂ້ອງພາຍໃນ ສພຊ ແລະ ສະພາປະຊາ ຊົນແຂວງ, ນະຄອນຫລວງວຽງຈັນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງອອນລາຍ.
ການຝຶກອົບຮົມໃນຄັ້ງນີ້, ເພື່ອຍົກສູງຂີດຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານໃຫ້ແກ່ ພະນັກງານ-ລັດຖະກອນ ທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ ວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ທັງເປັນການຍົກລະດັບຄວາມຮູ້, ຄວາມເຂົ້າໃຈຕໍ່ກັບວຽກງານ ການຕ່າງປະເທດຂອງ ສພຊ ໂດຍສະເພາະແມ່ນການສ້າງຄວາມຮັບຮູ້ກ່ຽວກັບ ພາລະບົດບາດຂອງບັນດາພະແນກຕ່າງໆ ຂອງກົມເສນາທິການ ໃຫ້ມີຄວາມເລິກເຊິ່ງກວ່າເກົ່າ.

ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີກ່ຽວກັບ ບາງບົດຮຽນໃນຂົງເຂດວຽກງານການຕ່າງປະເທດ ຈາກບັນດາຜູ້ຕາງໜ້າຂອງສອງກົມເສນາທິການ ໂດຍສະເພາະແມ່ນ ການຍົກສູງທາງດ້ານເນື້ອໃນ ທີ່ຈະນຳເຂົ້າກອງປະຊຸມຄົບຄະນະປະຈຳປີ ຂອງກຳມາທິການການຕ່າງປະເທດ, ພາລະບົດບາດໃນການ ເປັນເສນາທິການ ໃຫ້ແກ່ກົມພົວພັນລັດຖະສະພາສອງຝ່າຍ, ການກະກຽມດ້ານຕ່າງໆ ໃຫ້ແກ່ຄະນະຜູ້ແທນສະພາແຫ່ງຊາດລາວ ໃນການເຂົ້າຮ່ວມກອງປະຊຸມ ອົງການລັດຖະສະພາພາກພື້ນ ແລະ ສາກົນ, ປຶກສາຫາລືຕໍ່ຮ່າງຄຳແນະນຳ ແລະ ການເຜີຍແຜ່ວຽກງານການຕ່າງປະເທດ. ຈາກນັ້ນ, ກໍໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ, ປຶກສາຫາລື, ຍົກໃຫ້ເຫັນດ້ານດີເພື່ອສືບຕໍ່ຜັນຂະຫຍາຍ ແລະ ມາດຕະການແກ້ໄຂດ້ານຄົງຄ້າງ, ມີການຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນແຕ່ລະຫົວຂໍ້ ເພື່ອເຮັດໃຫ້ການປະຕິບັດ ໜ້າທີ່ການເມືອງຂອງ ກໍາມາທິການການຕ່າງປະເທດ ໄດ້ຮັບຜົນສຳເລັດຕາມພາລະບົດບາດ ຄວາມຮັບຜິດຊອບຢ່າງຈົບງາມ.
KPL