ຂປລ
ຂປລ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບສານຊົມເຊີຍ ຈາກ ສະຫາຍ ມີເກນ ເດສ໌-ກາແນນ ແບຣມູເດສ໌ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ແລະ ສະຫາຍ ພົ.ອ ຣາອູນ ກາດສໂຕຣ ຣຸດສ ຜູ້ນໍາປະຕິວັດກູບາ ເມື່ອບໍ່ດົນມານີ້, ເນື່ອງໃນໂອກາດສະຫລອງວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ.

ເນື້ອໃນສານລະບຸໄວ້ວ່າ: ໃນນາມຄະນະບໍລິຫານງານ ສູນກາງພັກກອມມູນິດກູບາ, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ເຖິງບັນດາສະມາຊິກພັກອ້າຍນ້ອງທັງໝົດ ແລະ ອົງການຈັດຕັ້ງທາງດ້ານການເມືອງ.
ພັກເປັນກອງນໍາໜ້າດ້ານການເມືອງ ຂອງປະເທດຊາດ, ໄດ້ນໍາພາ-ຊີ້ນຳ ປະຊາຊົນລາວບັນດາເຜົ່າ ໃນຂະບວນການຕໍ່ສູ້ເພື່ອເອກະລາດ, ຄວາມປອງດອງ, ພັດທະນາປະເທດຊາດ ແລະ ສ້າງສັງຄົມນິຍົມ.
ສະຫາຍ ທອງລຸນ ສີສຸລິດ ທີ່ຮັກແພງ, ພວກຂ້າພະເຈົ້າຢືນຢັນວ່າ ຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ດີງາມ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດອ້າຍນ້ອງ.
KPL