ລັດຖະມົນຕີ ກຕທ ຕ້ອນຮັບ ຮອງລັດຖະມົນຕີ ກຕທ ຫວຽດນາມ

01/04/2025 16:14
Email Print 220
ຂປລ ຂປລ. ໃນວັນທີ 31 ມີນາ 2025 ຜ່ານມານີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ (ກຕທ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດນໍາພາຄະນະກະກຽມລ່ວງໜ້າ ຈາກກະຊວງການຕ່າງປະເທດ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ




ຂປລ. ໃນວັນທີ
31 ມີນາ 2025 ຜ່ານມານີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ (ກຕທ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດນໍາພາຄະນະກະກຽມລ່ວງໜ້າ ຈາກກະຊວງການຕ່າງປະເທດ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 8-9 ເມສາ 2025 ທີ່ຈະມາເຖິງນີ້.

ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາກະກຽມເຮັດວຽກລ່ວງໜ້າ ຂອງຄະນະໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫງວຽນ ແມັງ ເກືອງ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນຮອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນສໍາຄັນ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ທີ່ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ໃນຕະຫລອດໄລຍະເວລາທີ່ຜ່ານມາ. ພ້ອມນີ້, ໄດ້ແຈ້ງໃຫ້ຊາບວ່າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຄອງຄອຍທີ່ຈະໄດ້ຕ້ອນຮັບ ສະຫາຍ ເລືອງ ເກືອງ ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນທ່າມກາງບັນຍາກາດ ທີ່ທົ່ວປວງຊົນລາວທັງຊາດ ພວມກະກຽມຕ້ອນຮັບບຸນປີໃໝ່ລາວ ພສ 2568 ນີ້.





ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່
, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ທີ່ສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ. ອັນພົ້ນເດັ່ນ, ສອງຝ່າຍໄດ້ສໍາເລັດການຈັດກອງປະຊຸມ ສອງກົມການເມືອງ ປະຈໍາປີ 2024 ແລະ 2025, ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງສຸດ ເຖິງຂັ້ນທ້ອງຖິ່ນ ເຊິ່ງເປັນການສະແດງໃຫ້ເຫັນໄດ້ ເຖິງສາຍພົວພັນແບບພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບວຽກງານ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ກະກຽມການແລກປ່ຽນ ການຢ້ຽມຢາມ ຂອງການນໍາຂັ້ນສູງ ໃນອະນາຄົດອັນໃກ້ນີ້ ກໍຄື ບັນດາກົນໄກການຮ່ວມມື ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ.


ໃນຂະນະດຽວກັນ
, ສະຫາຍ ຫງວຽນ ແມັງ ເກືອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.

ຂ່າວ-ພາບ: ກຕທ
KPL

ຂ່າວອື່ນໆ

    • ຫສປທ ເຜີຍແຜ່ເອກະສານສຳຄັນຂອງພັກການເມືອງ

      ຫສປທ ເຜີຍແຜ່ເອກະສານສຳຄັນຂອງພັກ

      4/2/2025 8:38:30 PM

      ຂປລ. ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ຈັດເຜີຍແຜ່ເອກະສານ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ເຜີຍແຜ່ສູນທອນພົດ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ

    • ນວ ສະຫລຸບວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງການເມືອງ

      ນວ ສະຫລຸບວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ

      4/2/2025 8:35:04 PM

      ຂປລ. ນະຄອນຫລວງວຽງຈັນ (ນວ) ຈັດກອງປະຊຸມສະຫລຸບວຽກງານ ກໍ່ສ້າງຮາກຖານການ ເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈຳປີ 2023-2024 ແລະ ວາງທິດທາງແຜນການ ປີ 2025

    • ທາບທາມຄໍາເຫັນຕໍ່ ຮ່າງດໍາລັດວ່າດ້ວຍການປັບໃໝການເມືອງ

      ທາບທາມຄໍາເຫັນຕໍ່ ຮ່າງດໍາລັດວ່າດ້ວຍການປັບໃໝ

      4/2/2025 8:24:43 PM

      ຂປລ.ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ຮ່ວມກັບ ກົມກົດໝາຍ ກະຊວງຍຸຕິທໍາ ໄຈັດກອງປະຊຸມທາບທາມ ຄໍາເຫັນຕໍ່ຮ່າງດໍາລັດວ່າດ້ວຍ ການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ ໃນວັນທີ 1 ເມສາ 2025

    • ເປີດງານສັບປະດາດີຈິຕອນ 2025ການເມືອງ

      ເປີດງານສັບປະດາດີຈິຕອນ 2025

      4/2/2025 8:20:04 PM

      ຂປລ. ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈັດງານສັບປະດາດິຈິຕອນ (Digital Week) 2025 ພາຍໃຕ້ຄໍາຂວັນ “ພັດທະນາພື້ນຖານໂຄງລ່າງດີຈິຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ”ໃນວັນທີ 2-6 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງ​ວຽງ​ຈັນ

    • ຫົວໜ້າ ອອປສ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ສ ກູບາການເມືອງ

      ຫົວໜ້າ ອອປສ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ສ ກູບາ

      4/2/2025 8:14:43 PM

      ຂປລ. ໃນໂອກາດເຄື່ອນໄຫວຢ້ຽມຢາມ ອົງການໄອຍະການປະຊາຊົນສູງສຸດ ສ ກູບາ ໃນວັນທີ 31 ມີນາ 2025 ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ມິເກວ ດິອາຊ-ຄາເນວ ເບີມູເດຊ ເລຂາທິການໃຫ່ຍພັກກອມມູນິດ, ປະທານປະເທດ ສ ກູບາ.

ads
ads

Top