ສປ ຈີນ ສົ່ງເຄື່ອງຊ່ວຍເຫລືອສຸກເສີນດ້ານມະນຸດສະທຳໃຫ້ມຽນມາ

01/04/2025 21:40
Email Print 239
ຂປລ ເຄື່ອງ​ຊ່ວຍ​ເຫລືອ ​ສຸກ​ເສີນ​ ດ້ານມະ​ນຸດ​ສະ​ທຳ ທີ່ ສປ ​ຈີນ​ ຊ່ວຍ​ເຫລືອ ມຽນ​ມາ ງວດ​ທຳ​ອິດ​ ໄດ້​ຂົນ​ສົ່ງ​ໄປຮອດ​​ ສະ​ໜາມ​ບິນ​ສາ​ກົນ ​ຢາງ​ກຸງແລ້ວ. ໂດຍມີ ທ່ານ ​ມາເຈ່ຍ, ເອກ​ອັກ​ ຄະ​ລັດ​ຖະ​ທູດ​ຈີນ​ ປະ​ຈຳ​ ມຽນ​ມາ, ທ່ານ​ ອູ​ໂຊ​ເທັນ, ເຈົ້າ​ແຂວງ ແຂວງ​ຢາງ​ກຸງ ຂອງ​ມຽນ​ມາ​ ໄດ້​ໄປ​ຮັບ​ເຄື່ອງ ​ຢູ່​ສະ​ໜາມ​ບິນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນ​ທີ 31 ມີ​ນາ​ ຜ່ານ​ມາ​ ເຄື່ອງ​ຊ່ວຍ​ເຫລືອ ​ສຸກ​ເສີນ​ ດ້ານມະ​ນຸດ​ສະ​ທຳ ທີ່ ສປ ​ຈີນ​ ຊ່ວຍ​ເຫລືອ ມຽນ​ມາ ງວດ​ທຳ​ອິດ​ ໄດ້​ຂົນ​ສົ່ງ​ໄປຮອດ​​ ສະ​ໜາມ​ບິນ​ສາ​ກົນ ​ຢາງ​ກຸງແລ້ວ. ໂດຍມີ ທ່ານ ​ມາເຈ່ຍ, ເອກ​ອັກ​ ຄະ​ລັດ​ຖະ​ທູດ​ຈີນ​ ປະ​ຈຳ​ ມຽນ​ມາ, ທ່ານ​ ອູ​ໂຊ​ເທັນ, ເຈົ້າ​ແຂວງ ແຂວງ​ຢາງ​ກຸງ ຂອງ​ມຽນ​ມາ​ ໄດ້​ໄປ​ຮັບ​ເຄື່ອງ ​ຢູ່​ສະ​ໜາມ​ບິນ. ​ເຄື່ອງ​ຊ່ວຍ​ເຫລືອ ງວດ​ທຳ​ອິດ​ ລວມ​ມີ: ​ເຕັ້ນ 1.200 ດາງ, ຜ້າ​ຫົ່ມ 8000 ຜືນ ແລະ​ ຖົງ​ຢາສຸກ​ເສີນ 40.000 ກວ່າ​​ຖົງ. ເຄື່ອງ​ຊ່ວຍ​ເຫລືອ​ອື່ນໆ ​ກໍ່​ກຳ​ລັງ​ ຂ້ຽວ​ກະ​ກຽມ​ຢູ່ ແລະ ຈະ​ຂົນ​ສົ່ງ​ ໄປ​ຮອດ​ ມຽນ​ມາ ​ໃນ​ໄວໆ​ນີ້.ໃນໂອກາດນີ້ ທ່ານ ​ອູໂຊ​ເທັນ ​ກ່າວ​ວ່າ: ມຽນ​ມາ​ ສະ​ແດງ​ ຄວາມ​ຂອບ​ອົກ ​ຂອບ​ໃຈ​ ຕໍ່​ການ​ຊ່ວຍ​ເຫລືອ ​ທີ່​ຈິງ​ໃຈ​ ຂອງ​ຝ່າຍ​ ສປ ຈີນ ແລະ​ ຈະ​ຈົດ​ຈຳ​ ການ​ຊ່ວຍ​ເຫລືອ​ ຄັ້ງ​ນີ້ ​ໄວ້​ຕະ​ຫລອດ​ໄປ. ມຽນ​ມາ​ ຈະ​ຂົນ​ສົ່ງ ​​ເຄື່ອງ​ຊ່ວຍ​ເຫລືອ ໄປ​ເຂດ​ ປະ​ສົບ ​ໄພ​ພິ​ບັດ​ ໂດຍ​ໄວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top