ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວໃນມຽນມາ ເພີ່ມຂຶ້ນຫລາຍກວ່າ 3.000ຄົນ

01/04/2025 22:25
Email Print 222
ຂປລ ທ່ານ ພົອ ອາວຸໂສ ມຶນອອງຫລາຍ,ຜູ້ນຳ ລັດຖະບານ ທະຫານ ມຽນມາ ຖະແຫລງວ່າ: ຍອດຜູ້ເສຍຊີວິດ ຈາກເຫດການ ແຜ່ນດິນໄຫວ ທີ່ບໍລິເວນໃກ້ກັບ ເມືອງມັນທະເລຍ ເພີ່ມຂຶ້ນ ຫລາຍກວ່າ 3.000ຄົນ,ບາດເຈັບ 4.521ຄົນ ແລະ ຍັງສູນຫາຍອີກ 441ຄົນ.

ຂປລ.ຕາມຂ່າວຈາກ ນະຄອນຫລວງ ເນປີດໍ, ທ່ານ ພົອ ອາວຸໂສ ມຶນອອງຫລາຍ,ຜູ້ນຳ ລັດຖະບານ ທະຫານ ມຽນມາ ຖະແຫລງວ່າ: ຍອດຜູ້ເສຍຊີວິດ ຈາກເຫດການ ແຜ່ນດິນໄຫວ ທີ່ບໍລິເວນໃກ້ກັບ ເມືອງມັນທະເລຍ ເພີ່ມຂຶ້ນ ຫລາຍກວ່າ 3.000ຄົນ,ບາດເຈັບ 4.521ຄົນ ແລະ ຍັງສູນຫາຍອີກ 441ຄົນ. ອາຄານ ສຳນັກງານ, ເຮືອນປະຊາຊົນ,ວັດຫລາຍແຫ່ງ ລວມທັງ ລະບົບພື້ນຖານໂຄງລ່າງ ໄດ້ຮັບຄວາມເສຍຫາຍ ຢ່າງໜັກ. ປັດຈຸບັນ ມີຫລາຍປະເທດ ພວມລະດົມ ກຳລັງແຮງຂອງເຈົ້າໜ້າທີ່ກູ້ໄພ ແລະ ບ້ວງເງິນຊ່ວຍເຫລືອ ປະຊາຊົນມຽນມາ ທີ່ໄດ້ຮັບຜົນກະທົບ ຈາກເຫດການ ແຜ່ນດິນໄຫວ ຄັ້ງໃຫຍ່ນີ້.ຄາດວ່າ ຕົວເລກຜູ້ເສຍຊີວິດ ອາດເພີ່ມ ສູງຂຶ້ນອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top