ຂປລ
ຂປລ. ວັນທີ 1 ເມສາ 2025 ນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ພົບປະໂອ້ລົມພະນັກງານ-ນັກຮົບ ຫ້ອງການເມືອງ ໃນໂອກາດສ້າງຜົນງານ, ສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລີກເຊິ່ງ

ຂປລ. ວັນທີ 1 ເມສາ 2025 ນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ພົບປະໂອ້ລົມພະນັກງານ-ນັກຮົບ ຫ້ອງການເມືອງ ໃນໂອກາດສ້າງຜົນງານ, ສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລີກເຊິ່ງ ໂດຍມີ ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ຄະນະປະຈຳພັກ, ຮອງຫົວໜ້າຫ້ອງການເມືອງ, ມີຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ນັກຮົບ ທົ່ວຫ້ອງການເມືອງ ເຂົ້າຮ່ວມ.
ການພົບປະໂອ້ລົມ ຂອງ ສະຫາຍ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບໃນຄັ້ງນີ້ ກໍເພື່ອເປັນການປັບປຸງກໍ່ສ້າງກໍາລັງ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ ຂອງຄະນະພັກທຸກຂັ້ນ, ພະນັກງານ-ນັກຮົບທຸກສະ ຫາຍໃຫ້ຮັບຮູ້, ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ໜ້າທີ່ການເມືອງຂອງກົມກອງ ກໍຄື ໜ້າທີ່ຄວາມຮັບຜິດຊອບຂອງຕົນເອງ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ-ສິນທໍາປະຕິ ວັດ, ມີຄວາມຈົງຮັກພັກດີ, ສາມັກຄີປອງດອງ, ສັດຊື່ບໍລິສຸດ, ມີຫົວຄິດປະດິດສ້າງ ແລະ ມີຄວາມຕື່ນຕົວປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນທຸກໜ້າທີ່ວຽກງານ, ທຸກຂະບວນການຂອງກົມກອງ, ພ້ອມກັນສ້າງກອງທັບ ກໍຄື ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃຫ້ເຂັ້ມແຂງຮອບດ້ານ ແລະ ກ້າວສູ່ທັນສະໄໝ.

ຂ່າວ: ໂອລິນ ມິ່ງມີໄຊ
KPL