ຂປລ
ກອງປະຊຸມ ນັກຂ່າວໂລກປີ 2025 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ສູນການຂ່າວ ສ. ເກົາຫລີ ນະຄອນຫລວງ ເຊີອູນ ດ້ວຍການເຂົ້າຮ່ວມຂອງ ນັກຂ່າວ 62 ຄົນ ມາຈາກ 52 ປະເທດ. ພາຍໃຕ້ ຫົວຂໍ້ ສື່ມວນຊົນ ໃນຍຸກ ປັນຍາປະດິດ (AI) ແລະ ບົດບາດຂອງສື່ມວນຊົນ ໃນການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ນັກຂ່າວໂລກປີ 2025 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ສູນການຂ່າວ ສ. ເກົາຫລີ ນະຄອນຫລວງ ເຊີອູນ ດ້ວຍການເຂົ້າຮ່ວມຂອງ ນັກຂ່າວ 62 ຄົນ ມາຈາກ 52 ປະເທດ. ພາຍໃຕ້ ຫົວຂໍ້ ສື່ມວນຊົນ ໃນຍຸກ ປັນຍາປະດິດ (AI) ແລະ ບົດບາດຂອງສື່ມວນຊົນ ໃນການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ. ໃນຂອບເຂດກອງປະຊຸມ, ບັນດານັກຂ່າວ ໄດ້ປຶກສາຫາລື ກ່ຽວກັບ ການນຳໃຊ້ AI ໃນວຽກງານ ສື່ມວນຊົນ ພ້ອມທັງ ເນັ້ນຫນັກເຖິງ ຄວາມສຳຄັນ ຂອງການຮັກສາ ຈັນຍາບັນວິຊາຊີບ ແລະ ຮັບປະກັນວ່າ AI ບໍ່ປ່ຽນແທນການວິເຄາະ, ຕີລາຄາ ຂອງມະນຸດ. ບັນດາບົດປະກອບຄຳເຫັນຫລັກ ໄດ້ຍົກອອກມາ ທີ່ກອງປະຊຸມ ແມ່ນເຕື້ອງເຖິງ ບົດບາດຂອງ AI ໃນສື່ມວນຊົນ. ກອງປະຊຸມ ນັກຂ່າວໂລກ ໄດ້ຈັດຂຶ້ນທຸກປີ ແມ່ນເລີ່ມແຕ່ປີ 2013 ດ້ວຍຫລາຍຫົວຂໍ້ ແຕກຕ່າງກັນ ທີ່ກ່ຽວຂ້ອງເຖິງ ບັນດາບັນຫາ ແລະ ສິ່ງທ້າທາຍໃຫຍ່ ຂອງບັນດາປະເທດ ແລະ ທົ່ວໂລກ ຄື: ສັນຕິພາບໂລກ ແລະ ສິ່ງແວດລ້ອມ. ເຫດການນີ້ ໄດ້ກາຍເປັນ ເວທີປາໄສ ສຳຄັນ ຊື່ງໄດ້ດຶງດູດ ການເຂົ້າຮ່ວມ ຂອງບັນດາ ນັກຂ່າວ ມາຈາກ ທົ່ວທຸກແຫ່ງ ໃນໂລກ ແລະ ກໍ່ແມ່ນ ກາລະໂອກາດ ເພ່ືອໃຫ້ບັນດານັກຂ່າວ ແລກປ່ຽນ ຂໍ້ມູນເຊື່ອມຕໍ່ເຄືອຂ່າຍ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL