ຟີລິບປິນ ເລັ່ງຂະຫຍາຍໂຄງສ້າງພື້ນຖານ ສະຖານີສາກລົດໄຟຟ້າ

01/04/2025 22:23
Email Print 185
ຂປລ ກະຊວງ ພະລັງງານ ຟີລິບປິນ ພວມສະເໜີແຜນ ຂໍ້ລິເລີ່ມ ດ້ານລະບຽບການ ​ແລະ ຮັບ​ຟັງ​ ຄວາມ​ຄິດ​ເຫັນ​ ຂອງ​ປະຊາຊົນ ​ເພື່ອ​ສ້າງ​ເຄືອ​ຂ່າຍ​ ສາກ​ໄຟຟ້າ ທີ່ປອດໄພ ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ

ຂປລ.ຕາມຂ່າວຈາກ ຊິນຮວາ,ວັນທີ 1 ເມສານີ້, ກະຊວງ ພະລັງງານ ຟີລິບປິນ ພວມສະເໜີແຜນ ຂໍ້ລິເລີ່ມ ດ້ານລະບຽບການ ​ແລະ ຮັບ​ຟັງ​ ຄວາມ​ຄິດ​ເຫັນ​ ຂອງ​ປະຊາຊົນ ​ເພື່ອ​ສ້າງ​ເຄືອ​ຂ່າຍ​ ສາກ​ໄຟຟ້າ ທີ່ປອດໄພ ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ. ​ໃນ​ນັ້ນ ​ມີ​ການ​ຈັດ​ພິມ​ ບົດ​ແນະນຳ​ ຂອງ​ຜູ້ໃຫ້ບໍລິການ ​ສະຖານີ​ ສາກ​ລົດໄຟຟ້າ ​ໃນ​ເດືອນ​ເມສາ ​ແລະ ຈັດການຮັບຟັງ ຄວາມຄິດເຫັນ ​ໃນ​ໄຕ​ມາດ​ທີ 2ຂອງ​ປີ​ນີ້ ລະຫວ່າງ ເດືອນເມສາ ຫາເດືອນ ມິຖຸນາ.ທ່ານ ແພທຣິກ ອາກີໂນ(Patrick Aquino), ຜູ້ອໍານວຍການ ສຳນັກງານ ການຈັດການ ການໃຊ້ປະໂຫຍດ ຈາກພະລັງງານ ກ່າວວ່າ:ຟີລິບປິນ ຕັ້ງເປົ້າໝາຍ ທີ່ຈະມີສະຖານີສາກໄຟຟ້າ ຫລາຍກວ່າ 7,000ແຫ່ງ ພາຍໃນປີ 2028, ແລະ ຈະເຊື່ອມໂຍງ ການພັດທະນາ ພື້ນຖານໂຄງລ່າງ ດ້ວຍການມີ ສ່ວນຮ່ວມ ຂອງປະຊາຊົນ ເພື່ອ​ເພີ່ມ ​ການ​ນຳ​ໃຊ້​ພາຫະນະ​ໄຟຟ້າ ​ແລະ ສ້າງ​ຂະ​ແໜງ ​ຄົມມະນາຄົມ​ ທີ່​ສະອາດ ​ແລະ ຍືນ​ຍົງ​ ຫລາຍຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top