ສະຫລອງບຸນໄຫວ້ພະຈັນ ຕິດພັນກັບການສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

24/09/2026 13:02
ຂປລ ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບສະຖານທູດຈີນປະຈຳລາວ ຈັດງານສະເຫລີມສະຫລອງບຸນໄຫວພະຈັນ ປະຈຳປີ 2026 ຢູ່ນະຄອນຫລວງວຽງຈັນ (ນວ).

ຂປລ. ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ 2026 ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳລາວ, ມີບັນດາການນຳພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ບູລະພາ ສັນຕິຄົງຄາ ປະທານສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ, ທັງເປັນປະທານສະມາຄົມຈີນ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ການຈັດງານສະເຫລີມສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026 ນີ້, ຈັດຂຶ້ນເນື່ອງໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ- ຈີນ ແລະ ປີມິດຕະພາບ ລາວ-ຈີນ. ຕະຫລອດໄລຍະເວລາ 65 ປີ ທີ່ ສປປ ລາວ ແລະ ສປ ຈີນ ໄດ້ເຊື່ອມໂຍງກັນດ້ວຍພູຜາ ແລະ ແມ່ນໍ້າ, ມີວັດທະນະທໍາທີ່ຄ້າຍຄືກັນ ແລະ ມີສາຍພົວພັນທີ່ໃກ້ຊິດ ລະຫວ່າງປະຊາຊົນ. ມິດຕະພາບອັນຍາວນານຂອງສອງປະເທດໄດ້ຜ່ານການທົດສອບເວລາ ແລະ ການຮ່ວມມືຕົວຈິງຢ່າງເລິກເຊິ່ງຍິ່ງຂຶ້ນ.  ເທສະການໄຫວ້ພະຈັນ ແມ່ນເທສະການແຫ່ງການເຕົ້າໂຮມຍາດຕິພ່ີນ້ອງຂອງປະຊາຊາດຈີນ, ດວງຈັນທ່ີສະຫວ່າງສະໄຫວ ເຮັດໃຫ້ຄິດຮອດບ້ານເກີດເມືອງນອນ ແລະ ໝູ່ເພື່ອນ, ງານລ້ຽງທີ່ເຊື່ອມໂຍງສາຍພົວພັນໃນຄອບຄົວ ແລະ ມິດຕະພາບ. ສໍາລັບຊາວຈີນຕ່າງດ້າວທີ່ອາໄສ, ດຳເນີນທຸລະກິດຢູ່ລາວມາເປັນເວລາດົນນານ, ຄືນທີ່ດວງຈັນເຕັມດວງເຮັດໃຫ້ພວກເຮົາຮູ້ສຶກເຖິງຄວາມໝາຍຂອງ “ບ້ານ”. ເຖິງວ່າພວກເຮົາມາຈາກບ່ອນທີ່ແຕກຕ່າງກັນ ແລະ ເຮັດວຽກໃນອຸດສາຫະກຳທີ່ແຕກຕ່າງກັນ, ແຕ່ໃນດິນແດນລາວແຫ່ງນີ້, ພວກເຮົາມີຊີວິດຮ່ວມກັນ, ອຸດົມການຮ່ວມກັນ ແລະ ພວກເຮົາໄດ້ເຫັນທຸກໆໄລຍະເວລາທີ່ສໍາຄັນໃນການພັດທະນາຂອງການຮ່ວມມືມິດຕະພາບລະຫວ່າງ ລາວ-ຈີນ ຢ່າງຕໍ່ເນື່ອງ. 

ທ່ານ ກິແກ້ວ ໄຂຄໍາພິທູນ ກໍໄດ້ມີຄໍາເຫັນວ່າ: ງານສະເຫລີມສະຫລອງບຸນໄຫວ້ພະຈັນໃນຄັ້ງນີ້, ສະແດງໃຫ້ເຫັນເຖິງການແລກປ່ຽນມິດຕະພາບລະຫວ່າງ ປະຊາຊົນສອງປະເທດພວກເຮົາ ຊຶ່ງເປັນບຸນປະເພນີພື້ນເມືອງຂອງຈີນ ທີ່ເນັ້ນເຖິງການເຕົ້າໂຮມຍາດພີ່ນ້ອງ, ສ້າງຄວາມສາມັກຄີເໝືອນດັ່ງຄອບຄົວດຽວກັນ, ພ້ອມທັງສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນປະຈໍາລາວ ທີ່ໄດ້ສ້າງຮາກຖານ, ດໍາເນີນທຸລະກິດ, ດຶງດູດການລົງທຶນ, ທັງເປັນຂົວຕໍ່ໃຫ້ກັບປະຊາຊົນສອງປະເທດທຸກລະດັບໄດ້ມີການພົວພັນຮ່ວມມືກັນນັບມື້ນັບຫລາຍຂຶ້ນ ຊຶ່ງເປັນການສົ່ງເສີມເສດຖະກິດ-ສັງຄົມໃນ ສປປ ລາວ ແລະ ເສີມຂະຫຍາຍໃຫ້ສາຍພົວພັນສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ຢ່າງໃດກໍຕາມ, ແນວລາວສ້າງຊາດຈະສືບຕໍ່ເພີ່ມທະວີແລກປ່ຽນກັບ ສປ ຈີນ ໂດຍສະເພາະແມ່ນຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນ ຢູ່ລາວ ເພື່ຶອສົ່ງເສີມແລກປ່ຽນການທູດປະຊາຊົນ ແລະ ການພົວພັນຮ່ວມມື ດ້ານວັດທະນະທໍາ- ສັງຄົມ ເພື່ອປະກອບສ່ວນເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງພັກ-ລັດ ແລະ ປະຊາຊົນ ລາວ-ຈີນ, ຈີນ-ລາວ ໃຫ້ເລິກເຊິ່ງ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ.

ຂ່າວ: ທະນູທອງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ຖືເອົາວຽກງານກວດກາເປັນເຄື່ອງມືໃນການນຳພາຂອງພັກ ແລະ ການບໍລິຫານລັດການເມືອງ

      ຖືເອົາວຽກງານກວດກາເປັນເຄື່ອງມືໃນການນຳພາຂອງພັກ ແລະ ການບໍລິຫານລັດ

      9/24/2026 1:10:24 PM

      ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄໍາເຫັນຊີ້ນໍາຄະນະພັກ, ຄະນະນຳ ກໍຄື ຄະນະກວດກາແຂວງ ເຊກອງ ໃນໂອກາດດໍາເນີນກອງ ປະຊຸມສະຫລຸບຕີລາຄາວຽກງານກວດກາທົ່ວແຂວງ 5 ປີ (2021- 2025) ແລະ ທິດທາງແຜນການ 5 ປີ (2026-2030) ໃນວັນທີ 21-22 ກັນຍາ 2026 .

    • ນາຍົກລັດຖະມົນຕີ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມ

      9/23/2026 9:41:50 AM

      ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

    • ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ ພິຈາລະນາຫລາຍຫົວຂໍ້ສຳຄັນການເມືອງ

      ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ ພິຈາລະນາຫລາຍຫົວຂໍ້ສຳຄັນ

      9/23/2026 9:33:31 AM

      ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄຂຂຶ້ນໃນວັນທີ 22 ກັນຍາ 2026 ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ບັນດາຄະນະນຳອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026.

    • ຄະນະຜູ້ແທນຂັ້ນສູງ ພັກຄອມມູນິດ ເບຣາຣຸດຊີ ຢ້ຽມຢາມ ສປປ ລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກຄອມມູນິດ ເບຣາຣຸດຊີ ຢ້ຽມຢາມ ສປປ ລາວ

      9/23/2026 9:25:28 AM

      ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດເບລາຣຸດຊີ ນຳໂດຍ ສະຫາຍ ເຊຣ໌ເກ ອາເລັກຊັນໂດຣວິຈ໌ ຊືຣັນກົບ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-25 ກັນຍາ 2026.

    • ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມ

      9/22/2026 9:43:41 AM

      ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ads
ads

Top