ສປ ຈີນ ມີມູນຄ່າການລົງທຶນ ໂດຍກົງ ຕໍ່ຕ່າງປະເທດ ຢູ່ແຖວໜ້າຂອງໂລກ ຢ່າງໝັ້ນທ່ຽງ

24/09/2026 12:36
ຂປລ ອົງ​ການສະ​ຖິ​ຕິ​ ແຫ່ງ​ຊາດຈີນ ແລະ ອົງ​ການ​ຄຸ້ມ​ຄອງ ເງິນ​ຕາ​ຕ່າງ​ປະ​ເທດ ​ແຫ່ງ​ຊາດ​ຈີນ​ ໄດ້​ຮ່ວມ​ກັນ​ ປະ​ກາດ “ບົ​ດ​ລາຍ​ງານປະ​ຈຳ​ປີ 2025 ກ່ຽວ​ກັບ​ສະ​ຖິ​ຕິ​ ການ​ລົງ​ທຶນ​ໂດຍ​ກົງ​ ຕໍ່​ຕ່າງ​ປະ​ເທດ​ຂອງ ສປ ​ຈີນ”

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 23 ກັນ​ຍາ​ນີ້, ​ກະ​ຊວງ​ການ​ຄ້າ​ຈີນ, ອົງ​ການສະ​ຖິ​ຕິ​ ແຫ່ງ​ຊາດຈີນ ແລະ ອົງ​ການ​ຄຸ້ມ​ຄອງ ເງິນ​ຕາ​ຕ່າງ​ປະ​ເທດ ​ແຫ່ງ​ຊາດ​ຈີນ​ ໄດ້​ຮ່ວມ​ກັນ​ ປະ​ກາດ “ບົ​ດ​ລາຍ​ງານປະ​ຈຳ​ປີ 2025 ກ່ຽວ​ກັບ​ສະ​ຖິ​ຕິ​ ການ​ລົງ​ທຶນ​ໂດຍ​ກົງ​ ຕໍ່​ຕ່າງ​ປະ​ເທດ​ຂອງ ສປ ​ຈີນ” ໂດຍ​ລະ​ບຸ​ວ່າ: ປີ 2025, ​ມູນ​ຄ່າການ​ລົງ​ທຶນ​ໂດຍ​ກົງ ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ເຖິງ 213,58 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 11,1% ເມື່ອ​ທຽບ​ໃສ່​ປີ 2024; ​ສ່ວນຍອດ​ມູນ​ຄ່າ​ ການ​ລົງ​ທຶນ ​ຕໍ່​ຕ່າງ​ປະ​ເທດ​ມີ​ເຖິງ 3.400 ຕື້​ໂດ​ລາສະ​ຫະ​ລັດ ເຊິ່ງ​ສາ​ມາດ​ຮັກ​ສາ​ ອັນ​ດັບ​ໜຶ່ງ​ ຫາ​ສາມ ​ໃນ​ໂລກ​​ເປັນ​ເວ​ລາ 9 ປີ​ຕິດ​ຕໍ່​ກັນ ແລະ ສ່ວນ​ແບ່ງ​ການ​ລົງ​ທຶນ ​ໂດຍ​ກົງ​ຕໍ່​ຕ່າງ​ປະ​ເທດ​ທົ່ວ​ໂລກ ເພີ່ມ​ຂຶ້ນ​ເປັນ 7,4%. ນັບ​ມາ​ຮອດ​ ທ້າຍ​ປີ 2025, ສປ ຈີນ​ ໄດ້ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ ​ຢູ່​ຕ່າງ​ປະ​ເທດ 58.000 ແຫ່ງ​ໃນ 189 ປະ​ເທດ ແລະ ເຂດ​ແຄວ້ນ ໂດຍ​ໄດ້​​ຈ້າງ​ແຮງງານ​ ຕ່າງ​ປະ​ເທດ 2.965.000 ຄົນ. ປີ 2025, ວິ​ສາ​ຫະ​ກິດ​ຈີນ​ ໄດ້​ລົງ​ທຶນ​ໂດຍ​ກົງ ​ຕໍ່​ປະ​ເທດ ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ມູນ​ຄ່າ 46,05 ຕື້​ໂດ​ລາ​ສະ​ຫະ​ລັດ, ກວ​ມ​ເອົາ 21,6% ຂອງຍອດ​ຈຳ​ນວນ​ ການ​ລົງ​ທຶນ ​ຕໍ່​ຕ່າງ​ປະ​ເທດ​ໃນ​ປີ​ນັ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top