ຈັງຫວະການເຕີບໂຕ ເສດຖະກິດໂລກ ອາດປັບຂຶ້ນເກືອບ 3%

24/09/2026 12:08
ຂປລ ອົງ​ການ ເພື່ອ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ ແລະ ​​ພັດ​ທະ​ນາ(OECD) ໄດ້​ເຜີຍ​ແຜ່​ ບົດ​ລາຍ​ງານ ສະ​ພາບ​ທ່າ​ອຽງ​ ກາ​ນ​ພັດ​ທະ​ນາ​ ເສດ​ຖະ​ກິດ​ ສະ​ບັບ​ຫລ້າ​ສຸດ ​ໂດຍໄດ້​ປັບ​ການ​ຄາດ​ຄະ​ເນ​ ຈັງ​ຫວະ​ການ​ເຕີບ​ໂຕ​ ຂອງ​ເສດ​ຖະ​ກິດ​ໂລກ ​ໃນ​ປີ2026 ຈາກ 2,8%​ ຂຶ້ນ​ເປັນ 2,9%.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນ​ທີ 23 ກັນ​ຍາ​ນີ້,  ອົງ​ການ ເພື່ອ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ ແລະ ​​ພັດ​ທະ​ນາ(OECD) ໄດ້​ເຜີຍ​ແຜ່​ ບົດ​ລາຍ​ງານ ສະ​ພາບ​ທ່າ​ອຽງ​ ກາ​ນ​ພັດ​ທະ​ນາ​ ເສດ​ຖະ​ກິດ​ ສະ​ບັບ​ຫລ້າ​ສຸດ ​ໂດຍໄດ້​ປັບ​ການ​ຄາດ​ຄະ​ເນ​ ຈັງ​ຫວະ​ການ​ເຕີບ​ໂຕ​ ຂອງ​ເສດ​ຖະ​ກິດ​ໂລກ ​ໃນ​ປີ2026 ຈາກ 2,8%​ ຂຶ້ນ​ເປັນ 2,9%. ບົດ​ລາຍ​ງານ​ລະ​ບຸ​ວ່າ: ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ ຈາກສະ​ຖາ​ນະ​ການ ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ ກໍ​ຕາມ, ແຕ່​​​ເສດ​ຖະ​ກິດ​ຂອງ ຫລາຍ​ປະ​ເທດ ​ຍັງ​ຄົງ​ສະ​ແດງ​ໃຫ້​ເຫັນ​ ຄວາມ​ເຂັ້ມ​ແຂງ ​​ແລະ ທົນ​ທານ, ມີ​ຄັງ​ສຳ​ຮອງ​ ນ້ຳ​ມັນ​ເຊື້ອ​ໄຟ ແລະ ການ​ສະ​ໜອງ ​ພະ​ລັງ​ງານ ​ເພີ່ມ​ໃໝ່​ ຢ່າງ​ພຽງ​ພໍ, ແລະ ມາດ​ຕະ​ການ ​ສະ​ໜັບ​ສະ​ໜູນ ​ຂອງ​ບາງ​ປະ​ເທດ​ ໄດ້ຊ່ວຍ​ຜ່ອນ​ຄາຍ ​ຜົນ​ກະ​ທົບ​ດັ່ງ​ກ່າວ, ການ​ພັດ​ທະ​ນາ ​ຢ່າງ​ຄຶກ​ຄື້ນ​ ຂອງ​ຂົງ​ເຂດ​ ປັນ​ຍາ​ປະ​ດິດ ​ໄດ້​ຊຸກ​ຍູ້​ໃຫ້​ການ​ລົງ​ທຶນ ​ແລະ​ ການ​ຄ້າ​ຂະ​ຫຍາຍ ​ຕົວ​ເຊັ່ນ​ກັນ. ບົດ​ລາຍ​ງານ​ດັ່ງ​ກ່າວ ​ລະ​ບຸ​ຕື່ມ​ວ່າ: ອະ​ນາ​ຄົດ​ ຂອງ​ເສດ​ຖະ​ກິດ​ໂລກ ​ຍັງ​ຄົງ​ຂຶ້ນ​ຢູ່​ກັບ ​ການ​ພັດ​ທະ​ນາ​ ຂອງ​ການ​ປະ​ທະ​ກັນ ​ຢູ່​ເຂດ​ຕາ​ເວັນ​ອອກກາງ, ລາ​ຄາ​ພະ​ລັງ​ງານ​ ເພີ່ມ​ຂຶ້ນ​ອີກ​ຄັ້ງ, ນະ​ໂຍ​ບາຍ​ດ້ານຕ່າງໆ​ເຊັ່ນ: ພາ​ສີ ແລະ ກ​ານ​ຄວບ​ຄຸມ​ ການ​ສົ່ງ​ອອກ​ເປັນ​ຕົ້ນ ​ໄດ້​ເພີ່ມ​ຄວາມ​ບໍ່​ແນ່ນອນ ​ຫລາຍ​ຂຶ້ນ. ຄາດ​ວ່າ ແຮງ​ກົດ​ດັນ​ ຈາກ​ໄຟ​ເງິນ​ເຟີ້​ໄລ​ຍະ​ສັ້ນ​ ຈະ​ເພີ່ມ​ຂຶ້ນ ແລະ​ ຈະ​​ຜ່ອນ​ຄາຍ​ລົງ​ ເທື່ອ​ລະ​ກ້າວ​ ໃນ​ປີ2027./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top