ອີຣານ ຮຽກຮ້ອງໃຫ້ທຸກປະເທດ ສຸມຄວາມພະຍາຍາມຮ່ວມກັນ ເພື່ອບັນລຸສັນຕິພາບ

24/09/2026 12:53
ຂປລ ທ່ານ ມາ​ຊຸດ ເປ​ເຊັ​ສ​ກຽນ ປະ​ທາ​ນາ​ທິ​ບໍ​ດີ​​ ອີ​ຣານ ໄດ້​ກ່າວ​ຄຳ​ໄສ ​ອະ​ພິ​ປາຍ​ທົ່ວ​ໄປ ​ໃນ​ກອງ​ປະ​ຊຸມ ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ ສະ​ຫະ ​ປະ​ຊາ​ຊາດວ່າ: ອີ​ຣານ “ຈະ​ບໍ່​ກົ້ມ​ຫົວ​ລົງ ຫລື ຈະ​ບໍ່​ຄຸ​ເຂົ່າ ​ຍອມ​ຈຳ​ນົນ​​ ຢ່າງ​ເດັດ​ຂາດ”, ພ້ອມທັງ​ ຮຽກ​ຮ້ອງ​ ໃຫ້​ທຸກ​ປະ​ເທດ ​ສຸມ​ຄວ​າມ​ພະ​ຍາ​ຍາມ​ ຮ່ວມ​ກັນ​ເພື່ອ​ບັນ​ລຸ ​ສັນ​ຕິ​ພາບ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 23 ກັນ​ຍາ​ນີ້, ທ່ານ ມາ​ຊຸດ ເປ​ເຊັ​ສ​ກຽນ ປະ​ທາ​ນາ​ທິ​ບໍ​ດີ​​ ອີ​ຣານ ໄດ້​ກ່າວ​ຄຳ​ໄສ ​ອະ​ພິ​ປາຍ​ທົ່ວ​ໄປ ​ໃນ​ກອງ​ປະ​ຊຸມ ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ ສະ​ຫະ ​ປະ​ຊາ​ຊາດວ່າ: ອີ​ຣານ “ຈະ​ບໍ່​ກົ້ມ​ຫົວ​ລົງ ຫລື ຈະ​ບໍ່​ຄຸ​ເຂົ່າ ​ຍອມ​ຈຳ​ນົນ​​ ຢ່າງ​ເດັດ​ຂາດ”, ພ້ອມທັງ​ ຮຽກ​ຮ້ອງ​ ໃຫ້​ທຸກ​ປະ​ເທດ ​ສຸມ​ຄວ​າມ​ພະ​ຍາ​ຍາມ​ ຮ່ວມ​ກັນ​ເພື່ອ​ບັນ​ລຸ ​ສັນ​ຕິ​ພາບ. ຈາກນັ້ນ ທ່ານ ມາ​ຊຸດ ເປ​ເຊັ​ສ​ກຽນ ກ່າວ​ວ່າ: ອີ​ຣານ ​ບໍ່​ຫວັງ​ຄອບ​ຄອງ​ອາ​ວຸດ​ນິວ​ເຄ​ລຍ, ທັງ​ບໍ່​ຍອມ​ຮັບ​ ການ​ຈຳ​ກັດ ​ຕໍ່​ແຜນ​ການ​ນິວ​ເຄ​ລຍ ​ທີ່​ໃຊ້​ໃນ​ທາງ​ພົນ​ລະ​ເຮືອນ. ພ້ອມທັງ​ກ່າວ​ຢ້ຳ​ວ່າ: ອີ​ຣານ ​ຍິນ​ດີ​ຢູ່​ຮ່ວມ​ກັນ​ຢ່າງ​ເປັນ​ມິດ ​ກັບ​ປະ​ເທດ​ໃກ້​ຄຽງ​ ໃນ​ພາກ​ພື້ນ, ບັນ​ຫາ​ໃນ​ພາກ​ພື້ນ​ ຕ້ອງ​ໃຫ້​ປະ​ເທດ​ ໃນ​ພາກ​ພື້ນ​ ເປັນ​ຜູ້​ແກ້​ໄຂ, ບໍ່​ຄວນ​ປ່ອຍ​ ໃຫ້​ອິດ​ທິ​ກຳ​ລັງ​ ພາຍນອກ ເຂົ້າ​ມາ​ແຊກ​ແຊງ​. ການ​ອະ​ພິ​ປາຍ ​ທົ່ວ​ໄປ ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ​ສະ​ໄໝ​ທີ 81 ໄດ້​ເລີ່ມ​ຂຶ້ນ ​ຢູ່​ສຳ​ນັກ​ງານ​ໃຫຍ່​ ສະ​ຫະ​ປະ​ຊາ​ຊາດ ​ທີ່​ນະ​ຄອນ ​ນິວຢອກ ຂອງ ສ.ອາເມ​ລິກາ ເມື່ອບໍ່ດົນມານີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top