ຂປລ
ກຳປູເຈຍ ໄດ້ເປັນເຈົ້າພາບ ຈັດກອງປະຊຸມສາກົນ ວ່າດ້ວຍ ການຕ້ານການຫລອກລວງ ທາງອິນເຕີເນັດ ປີ 2026 ຢູ່ນະຄອນຫລວງພະນົມເປັນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 23-24 ກັນຍານີ້, ກຳປູເຈຍ ໄດ້ເປັນເຈົ້າພາບ ຈັດກອງປະຊຸມສາກົນ ວ່າດ້ວຍ ການຕ້ານການຫລອກລວງ ທາງອິນເຕີເນັດ ປີ 2026 ຢູ່ນະຄອນຫລວງພະນົມເປັນ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືກັບ ອົງການຕຳຫລວດ ອາຍາສາກົນ, ສຳນັກງານພາກພື້ນ ອາຊີ ຕາເວັນອອກສຽງໃຕ້ ແລະ ປາຊີຟິກ ຂອງຫ້ອງການອົງການ ສະຫະ ປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາດຊະຍະກຳ ແລະ ສູນການຮ່ວມມື ບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງສັງລວມ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ພາຍໃຕ້ຫົວຂໍ້ “ຮ່ວມກັນເຄື່ອນໄຫວ ທຳລາຍຕ່ອງໂສ້ ແລະ ກົກຮາກຂອງການຫລອກຫລວງ ທາງໂທລະຄົມ” ໂດຍມີ ຈຸດປະສົງ ເພື່ອແບ່ງປັນ ພຶດຕິກຳຕົວຈິງ ໃນການບັງຄັບໃຊ້ກົດໝາຍ ຂອງປະເທດຕ່າງໆ ແລະ ເພີ່ມທະວີ ການຮ່ວມມືສາກົນ ເພື່ອຮັບມືກັບສິ່ງທ້າທາຍ ທີ່ນັບມືນັບຮຸນແຮງຂຶ້ນ. ຜູ້ຕາງໜ້າຈາກລັດຖະບານ 20 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ ພ້ອມດ້ວຍສະຖາບັນການເງິນ, ບໍລິສັດວິທະຍາສາດ ເຕັກໂນໂລຊີ ແລະ ອົງການຄົ້ນຄ້ວາ ໄດ້ເຂົ້າຮ່ວມກອງປະຊຸມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL