ຂປລ
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025), ທົ່ວປະເທດ ໄດ້ພ້ອມກັນສະເຫລີມສະຫລອງໂຮມຊຸມນຸມວັນດ່ັງກ່າວ ຢ່າງມີຄວາມໝາຍເລິກເຊ່ິງ.
*ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025), ທົ່ວປະເທດ ໄດ້ພ້ອມກັນສະເຫລີມສະຫລອງໂຮມຊຸມນຸມວັນດ່ັງກ່າວ ຢ່າງມີຄວາມໝາຍເລິກເຊ່ິງ. ໃນນ້ັນ, ໄດ້ມີການຈັດຕັ້ງຫວນຄືນມູນເຊື້ອ ການກຳເນີດ, ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ, ວາງພວງມາລາຕໍ່ຮູບປັ້ນອະດີດການນຳ, ອະນຸສາວະວີນັກຮົບວິລະນານ, ມອບຫລຽນ 70 ປີ ໃຫ້ການນຳ ພັກ-ລັດ, ອະດີດການນຳພັກ-ລັດຢ່າງຟົດຟື້ນ, ສະແດງຮູບພາບການເຄື່ອນໄຫວຂອງພັກໃນໄລຍະຜ່ານມາເຖິງປັດຈຸບັນ.
ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກ ປປລາວ ຄົບຮອບ 70 ປີ ຢູ່ນະຄອນຫລວງວຽງຈັນ, ສະມາຊິກພັກຫລາຍສະຫາຍກໍ່ໄດ້ຫ້ໂອກາດໃຫ້ຜູ້ສືຂ່າວໄດ້ສຳພາດ ທັດສະນະຂອງຕົນຕ່ໍການນຳພາຂອງພັກໃນໄລຍະ 70 ປີມານີ້. ໜຶ່ງໃນນີ້ ກໍ່ແມ່ນສະຫາຍ ຕູ້ຊົ່ງ ບົວສີຕົ່ງ ສືຫົວໜ້າກົມພັດທະນາວຽກງານສະພາ, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມຊຸມນຸມວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ທີ່ຫໍປະຊຸມແຫ່ງຊາດວ່າ: ນັບແຕ່ພັກປະຊາຊົນ ປະຕິວັດລາວ ໄດ້ມີການສ້າງຕັ້ງຂຶ້ນໃນວັນ 22 ມີນາ ປີ 1955 ມາຮອດປັດຈຸບັນນີ້, ພັກໄດ້ນຳພາປວງຊົນລາວທັງຊາດຕໍ່ສູ້ກູ້ຊາດ, ປົດປ່ອຍປະເທດຊາດ ຈົນໃນທີ່ສຸດກໍ່ສາມາດປົດປ່ອຍ ປະເທດຊາດ ແລະ ກອບກູ້ເອົາຜືນແຜ່ນດິນອັນຄົບຖ້ວນມາສູ່ກຳມືຂອງປະຊາຊົນ. ຫລັງຈາກນັ້ນ, ກໍ່ໄດ້ມີ ການວາງແນວທາງປ່ຽນແປງໃໝ່ ໃນແຕ່ລະໄລຍະຕິດພັນກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງໜຶ່ງໃນນັ້ນອັນສຳຄັນທີ່ສຸດແມ່ນໄດ້ຊີ້ນຳ-ນຳພາວຽກງານການເມືອງແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າຕ່ໍເນ່ືອງອັນເຮັດໃຫ້ທົ່ວສັງຄົມມີຄວາມຮັບຮູ້ເຂົ້າໃຈທັງເຮັດໃຫ້ປະເທດຂອງພວກເຮົາມີຄວາມສະຫງົບໂດຍພື້ນຖານ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ມີຢູ່ມີກິນມີການພັດທະນາດີຂຶ້ນ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ພື້ນຖານໂຄງລ່າງຕ່າງໆ, ເສັ້ນທາງຄົມມະນາຄົມຂຶ້ນເໜືອລົງໃຕ້ໄດ້ຮັບການພັດທະນາດີຂຶ້ນເຮັດໃຫ້ການໄປມາສະດວກສະບາຍ (ເມື່ອທຽບໃສ່ໄລຍະກ່ອນໆ), ລູກຫລານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າໂຮງຮຽນ, ຮຽນວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ ທັງໄດ້ປະກອບເຂົ້າ ເປັນພະນັກງານ- ລັດຖະກອນຢູ່ຂັ້ນຕ່າງໆນັບແຕ່ທ້ອງຖ່ິນຮອດສູນກາງ ໂດຍທ່ີແນວທາງຂອງພັກເຮົາບໍ່ໄດ້ຈຳແນກເພດ, ເຜົ່າເຊິ່ງທັງໝົດນີ້ແມ່ນຜົນງານອັນໃຫຍ່ຫລວງ ແລະ ແນວທາງອັນຖືກຕ້ອງຂອງພັກ-ລັດໃນແຕ່ລະໄລຍະ.
ທ່ານ ຕູ້ຊົ່ງ ບົວສີຕົ່ງສື ກ່າວຕື່ມວ່າ: ພາຍໃຕ້ການນຳພາຂອງພັກ ເຮັດໃຫ້ປະເທດຊາດມີການພັດທະນາ, ມີຄວາມສະຫງົບດັ່ງທ່ີກ່າວມານັ້ນ, ຢາກຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ, ພ້ອມກັນຈັດຕັ້ງປະຕິບັດ, ທຳມາຫາກິນໃຫ້ຖືກຕາມແນວທາງນະໂຍບາຍຂອງພັກວາງອອກ. ພ້ອມນີ້, ບໍ່ຕ້ອງໄປເຊື່ອການຕົວະຍົວະຂອງກຸ່ມຄົນບ່ຫວັງດີຍຸແຍ່ສ້າງຄວາມປັ່ນປ່ວນຂອງຄົນພາຍນອກຫວັງທຳລາຍ ຄວາມສາມັກຄີພາຍໃນປະເທດຂອງພວກເຮົາ; ພວກເຮົາຕ້ອງມີຄວາມເຊ່ືອໝ້ັນຕ່ໍການນຳພາຂອງການນຳພັກ-ລັດຖະບານຂອງພວກເຮົາ, ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າທັງເຮັດໃຫ້ປະເທດຂອງພວກເຮົາມີຄວາມສະຫງົບ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທ່ືອລະກ້າວທັງຫລຸດພ້ົນອອກຈາກປະເທດດ້ອຍພັດທະນາຕາມແນວທາງຂອງພັກວາງອອກ.
ໂດຍ: ຢ່າຕົ່ງໂດຍ: ຢ່າຕົ່ງ
KPL