ຄວາມສະເໝີພາບຍິງຊາຍ

24/03/2025 06:32
Email Print 562
ຂປລ ສິດສະເໝີພາບຍິງ-ຊາຍ ແມ່ນຄວາມເທົ່າທຽມກັນໃນການພັດທະນາຕົນເອງ; ຍິງ ແລະ ຊາຍ ມີຄຸນຄ່າ ແລະ ໂອກາດເທ່ົາທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຄອບຄົວ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຕາມທ່ີໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.

      *ສິດສະເໝີພາບຍິງ-ຊາຍ ແມ່ນຄວາມເທົ່າທຽມກັນໃນການພັດທະນາຕົນເອງ; ຍິງ ແລະ ຊາຍ ມີຄຸນຄ່າ ແລະ ໂອກາດເທ່ົາທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຄອບຄົວ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຕາມທ່ີໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. ສິດສະເໝີພາບທາງດ້ານການເມືອງ: ລັດຮັບປະກັນໃຫ້ແມ່ຍິງໄດ້ຮັບສິດທາງດ້ານການເມືອງ ເທົ່າທຽມກັບເພດຊາຍເຊັ່ນ: ສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ, ເຂົ້າຮ່ວມການເຄື່ອນໄຫວວຽກງານ, ປຶກສາຫາລື ແລະ ຕົກລົງບັນຫາສຳຄັນຂອງຊາດໄດ້ຮັບການແຕ່ງຕັ້ງຢ່າງເໝາະສົມເຂົ້າໃນຕຳແໜ່ງຂັ້ນຕ່າງໆຂອງບັນດາອົງການຈັດຕັ້ງພັກ, ລັດ, ແນວທາງສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ.

    ສິດສະເໝີພາບທາງດ້ານເສດຖະກິດ: ລັດມີນະໂຍບາຍສ່ົງເສີມໃຫ້ແມ່ຍິງມີສິດດຳເນີນການຜະລິດ, ທຸລະກິດ ແລະ ການບໍລິການທີ່ຖືກຕ້ອງຕາມກົດໝາຍ, ມີສິດໃນການເລືອກວິຊາຊີບ, ການມີວຽກເຮັດງານທຳ, ການໄດ້ຮັບຄ່າຕອບແທນ ແລະ ມີສິດໄດ້ຮັບນະໂຍບາຍຈາກການອອກ ແຮງງານ.ແມ່ຍິງທີ່ມີຕຳແໜ່ງ, ໜ້າທ ວຽກງານ, ມີຄວາມຮັບຜິດຊອບ ລະດັບດຽວກັນກັບເພດຊາຍມີສິດ ໄດ້ຮັບຄ່າຕອບແທນ ແລະ ນະໂຍ ບາຍຕ່າງໆເທົ່າທຽມກັນ.ສິດສະເໝີພາບທາງດ້ານວັດ ທະນະທຳ-ສັງຄົມ: ລັດສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງ ໄດ້ຮັບສິດເທົ່າທຽມກັບເພດຊາຍທາງດ້ານວັດທະນະທຳ-ສັງຄົມ ເຊ່ັນ: ສິດເຂ້ົາຮ່ວມກິດຈະກຕ່າງໆທາງດ້ານວັດທະນະທຳ-ສັງຄົມ, ການເຄື່ອນໄຫວສິລະປະວັນນະຄະດີ, ກິລາກາຍະກຳ, ການສຶກສາ, ສາທາລະນະສຸກ ແລະ ການຄົ້ນຄວ້າ, ປະດິດສ້າງທາງດ້ານວັດທະນະທຳ- ສັງຄົມ, ດ້ານວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຊີ.

     ສິດສະເໝີພາບທາງດ້ານຄອບຄົວ: ລັດ ແລະ ສັງຄົມສົ່ງເສີມ ແລະ ປົກປ້ອງຄວາມສະເໝີພາບຍິງ- ຊາຍພາຍໃນຄອບຄົວ. ຍິງ ແລະ ຊາຍມີສິດເທົ່າທຽມກັນທຸກດ້ານກ່ຽວກັບສາຍພົວພັນຄອບຄົວ, ແມ່ຍິງມີອາຍຸແຕ່ 18 ປີຂຶ້ນໄປມີເສລີພາບໃນການເລືອກຄູ່ຄອງເພື່ອສ້າງຄອບຄົວ. ເມຍມີສິດເລືອກເອົານາມສະກຸນຜົວ ຫລື ຈະຮັກສານາມສະກຸນເດີມຂອງຕົນໄວ້ກໍໄດ້. ເມຍມີສິດເທົ່າທຽມກັນກັບຜົວກ່ຽວກັບ ສິນສົມສ້າງ.ຜົວເມຍມີສິດເທົ່າທຽມກັນໃນການປຶກສາຫາລື, ຕົກລົງ ແລະ ແກ້ໄຂບັນຫາພາຍໃນຄອບຄົວຢ່າງເປັນເອກະພາບໃນການເລກບ່ອນຢູ່, ການປະກອບອາຊີບ, ການມີລູກ ແລະ ອື່ນໆ; ຜົວເມຍຕ້ອງຮັກແພງ, ເຄົາລົບນັບຖື, ເບິ່ງແຍງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນລ້ຽງດູ, ສຶກສາອົບຮົມລູກ ແລະ ກໍ່ສ້າງກັນໃຫ້ກາຍເປັນຄອບຄົວວັດທະນະທຳ, ມີຄວາມສາມັກຄີປອງດອງກັນ, ມີຄວາມຜາສຸກ ແລະ ກ້າວໜ້າ. ລູກສາວ ແລະ ລູກຊາຍມີສິດເທົ່າທຽມກັນໃນການສືບທອດມໍລະດົກ ແລະ ໄດ້ຮັບການສຶກສາຮ່ຳຮຽນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

     ສິດໃນການຮ້ອງຂໍ ຫລື ຮ້ອງຟ້ອງ, ໃນກໍລະນີທີ່ບຸກຄົນ ຫລື ການຈັດຕັ້ງຫາກໄດ້ຈຳກັດ, ຂັດຂວາງ ຫລື ລະເມີດສິດສະເໝີພາບທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ຫລື ຄອບຄົວແລ້ວແມ່ຍິງມີສິດສະເໝີພາບຄວາມເຫັນ, ຮ້ອງຂໍ, ຮ້ອງຟ້ອງຕ່ໍອົງການທີ່ກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ.

KPL

ຂ່າວອື່ນໆ

    • ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາບົດ-ສາລະຄະດີ

      ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາ

      3/26/2025 10:50:50 AM

      ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025), ທົ່ວປະເທດ ໄດ້ພ້ອມກັນສະເຫລີມສະຫລອງໂຮມຊຸມນຸມວັນດ່ັງກ່າວ ຢ່າງມີຄວາມໝາຍເລິກເຊ່ິງ.

    • ຄຸນປະໂຫຍດຂອງຜັກກະລໍ່າບົດ-ສາລະຄະດີ

      ຄຸນປະໂຫຍດຂອງຜັກກະລໍ່າ

      3/26/2025 10:04:23 AM

      ຜັກກະລໍ່າ ແມ່ນຜັກທີ່ຄົນນິຍົມບໍລິໂພກ ເນື່ອງຈາກສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍເຍື່ອງ ບໍ່ວ່າຈະນໍາມາເຮັດເຍື່ອເຂົ້າປຸ້ນ, ເຮັດສົ້ມຜັກ, ຂ້ົວ ຫລື ລວກກັບແຈ່ວ ແລະ ອ່ືນໆ ແລ້ວແຕ່ຈະນຳມາປະຍຸກໃນອາຫານ.

    • ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານບົດ-ສາລະຄະດີ

      ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານ

      3/25/2025 9:15:56 AM

      ຖ້າຈະເອີຍເຖິງຮ້ານເຂົ້າປຽກນາງ ສອນ ບ້ານດົງປາລານ ຫລາຍຄົນຕ້ອງອາດຄຸນເຄີຍ ຫລື ຫລາຍຄົນກໍອາດຈະເປັນຂາປະຈໍາກໍເປັນໄດ້ ເພາະຮ້ານເພີ່ນເປັນອີກຮ້ານໜຶ່ງທີ່ເປີດມາຍາວນານ ຊຶ່ງເລີ່ມເປີດແຕ່ ປີ 2006 ຕອນນັ້ນ ຂາຍເລີ່ມຕົ້ນຖ້ວຍ 3.000 ກີບເທົ່ານັ້ນ ຈົນວັນເວລາຜ່ານໄປເສດຖະກິດກໍມີການປ່ຽນແປງຂຶ້ນຕາມເສດຖະກິດໂລກ ຈຶ່ງເຮັດໃຫ້ການຄ້າຂາຍກໍມີການເໜັງຕີງຂຶ້ນຕາມການເວລາສັງເກດໄດ້ຈາກລາຄາ 3.000 ສູ່ 30.000 ກີບໃນປັດຈຸບັນ.

    • ລ້ຽງງົວຂາຍ ສ້າງລາຍຮັບຫລາຍຮ້ອຍລ້າຍກີບຕໍ່ປີບົດ-ສາລະຄະດີ

      ລ້ຽງງົວຂາຍ ສ້າງລາຍຮັບຫລາຍຮ້ອຍລ້າຍກີບຕໍ່ປີ

      3/24/2025 7:03:22 PM

      ພາຍໃຕ້ການນໍາພາ-ຊີ້ນຳອັນສະຫລາດສ່ອງໃສຂອງພັກ ກໍຄືອົງການຈັດຕັ້ງຕ່າງໆ ໄດ້ມີແຜນພັດທະນາເສດຖະກິດ-ສັງຄົມ ເຫັນໄດ້ວຽກງານພັດທະນາແກ້ໄຂ້ຄວາມທຸກຍາກຂອງປະຊາຊົນເປັນວຽກງານສຳຄັນ ໂດຍໄດ້ສົ່ງເສີມການຜະລິດກະສິກຳການປູກ-ການລ້ຽງ ເພື່ອຂາຍກາຍເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ.

    • ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານບົດ-ສາລະຄະດີ

      ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ

      3/24/2025 6:57:08 PM

      ທ້າຍອາທິດຜ່ານມານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.

ads
ads

Top