ຄຸນປະໂຫຍດຂອງຜັກກະລໍ່າ

26/03/2025 10:04
Email Print 873
ຂປລ ຜັກກະລໍ່າ ແມ່ນຜັກທີ່ຄົນນິຍົມບໍລິໂພກ ເນື່ອງຈາກສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍເຍື່ອງ ບໍ່ວ່າຈະນໍາມາເຮັດເຍື່ອເຂົ້າປຸ້ນ, ເຮັດສົ້ມຜັກ, ຂ້ົວ ຫລື ລວກກັບແຈ່ວ ແລະ ອ່ືນໆ ແລ້ວແຕ່ຈະນຳມາປະຍຸກໃນອາຫານ.

     *ຜັກກະລໍ່າ ແມ່ນຜັກທີ່ຄົນນິຍົມບໍລິໂພກ ເນື່ອງຈາກສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍເຍື່ອງ ບໍ່ວ່າຈະນໍາມາເຮັດເຍື່ອເຂົ້າປຸ້ນ, ເຮັດສົ້ມຜັກ, ຂ້ົວ ຫລື ລວກກັບແຈ່ວ ແລະ ອ່ືນໆ ແລ້ວແຕ່ຈະນຳມາປະຍຸກໃນອາຫານ, ຍັງບໍ່ພໍເທົ່ານີ້ເພາະວ່າຜັກກະລໍ່າຍັງເປັນຜັກທີ່ອຸດົມໄປດ້ວຍວິຕາມິນເຊ, ໃຍອາຫານ ແລະ ສານອາຫານອື່ນໆ, ໃຫ້ພະລັງງານຕໍ່າເໝາະສຳລັບຜູ້ທີ່ກຳລັງຫລຸດນ້ຳໜັກ ແລະ ມີຄຸນປະໂຫຍດທີ່ດີຕໍ່ຮ່າງກາຍດັ່ງຕໍ່ໄປນີ້: 

    ປ້ອງກັນການປ່ຽນນ້ຳຕານເປັນໄຂມັນ : ຜັກກະລໍໍ່າມີອາຊິດທີ່ເອີ້ນວ່າອາຊິດ tartaric ເຊິ່ງມີປະໂຫຍດຊ່ວຍໃຫ້ນໍ້າຕານທີ່ຮ່າງກາຍໄດ້ຮັບແລ້ວ ບ່ໍປ່ຽນເປັນໄຂມັນໃນຊ້ັນຜິວໜັງ,ຫລຸດລະດັບໄຂມັນ ເພື່ອບ່ໍໃຫ້ມັນສູງຈົນເປັນອັນຕະລາຍຕໍ່ຮ່າງກາຍ, ບຳລຸງກະດູກ ແລະ ແຂ້ວ, ຍັງຊ່ວຍສ້າງຈຸລັງກະດູກ ໃໝ່ ,  ຫລຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດກະດູກຜ່ອຍ.

    ຊ່ວຍຍ່ອຍອາຫານ:  ເນື້ອຂອງເສັ້ນໃຍໃນຜັກກະລໍ່າແມ່ນສູງ. ດັ່ງນັ້ນ, ມັນມີປະໂຫຍດຕ່ໍຂະບວນການເຮັດວຽກຂອງລະບົບຍ່ອຍອາຫານ, ຊ່ວຍຍ່ອຍອາຫານ ແລະ ຂັບລ້າງສານພິດໃນຮ່າງກາຍ ໂດຍບໍ່ກໍ່ໃຫ້ເກີດອັນຕະລາຍຕໍ່ຮ່າງກາຍ ຈໍານວນເສັ້ນໃຍທີ່ໄດ້ຮັບຈະຊ່ວຍກະຕຸ້ນໃຫ້ລໍາໄສ້ໃຫຍ່ຂັບໄລ່ສິ່ງເສດເຫລືອອອກຢ່າງເຕັມທີ່, ຫລຸດຜ່ອນຄວາມສ່ຽງຕໍ່ການເປັນມະເຮັງ, ຊ່ວຍໃຫ້ລໍາໄສ້ເຮັດວຽກໄດ້ດີ, ຫລຸດຜ່ອນຄວາມສ່ຽງມະເຮັງລໍາໄສ້, ປ້ອງກັນມະເຮັງໃນອະໄວຍະວະອື່ນໆ; ກະຕຸ້ນການຜະລິດໂປຣຕີນ: ຜັກກະລໍ່າຈະກະຕຸ້ນການຜະລິດທາດໂປຣຕີນຈາກ keratin ເຊິ່ງເປັນໂປຣຕີນທີ່ຊ່ວຍເຮັດໃຫ້ເສັ້ນຜົມ, ຮາກຜົມແຂງແຮງບໍ່ແຕກປາຍ ແລະ ບໍ່ເກີດຜົມງອກໄວ, ເຮັດໃຫ້ເລັບ ແລະ ເນື້ອເຍື່ອແຂງແຮງ. ນອກນັ້ນ, ການກິນຜັກກະລຳ່ເປັນປະຈໍາເຮັດໃຫ້ນອນລັບງ່າຍ, ຮູ້ສຶກຜ່ອນຄາຍ, ຫລຸດຜ່ອນຄວາມກົດດັນ ແລະ ຊ່ວຍໃຫ້ທ່ານນອນຫລັບໄດ້ຢ່າງເຕັມທີ່ເໝາະສໍາລັບຄົນທີ່ເຮັດວຽກໝັກ ແລະ ຜູ້ທ່ີມີບັນຫານອນຍາກ.  

    ເຖິງຜັກກະລໍ່າ ຈະມີປະໂຫຍດ ແຕ່ກໍຕ້ອງກິນໃນປະລິມານທີ່ເໝາະສົມເນື່ອງຈາກວ່າ ຜັກກະລໍ່າ ມີເສັ້ນໃຍອາຫານສູງ ຖ້າກິນໃນປະລິມານທີ່ພໍດີຕໍ່ຮ່າງກາຍຈະຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີ, ແຕຖ້າກິນຫລາຍເກີນໄປກໍຈະມີຜົນຂ້າງຄຽງຕໍ່ຮ່າງກາຍເຊັ່ນກັນ ເນື່ອງຈາກວ່າກະລໍ່າດິບມີສານເຄມີຕົກຄ້າງຫລາຍ. ດັ່ງນັ້ນ, ຮ່າງກາຍຈະສະສົມສານເຄມີ ແລະ ສ່ົງຜົນໃຫ້ເກີດພະຍາດໄລຍະຍາວ ວິທີທີ່ດີທີ່ສຸດແມ່ນເອົາໃບຜັກກະລໍ່າມາລ້າງອອກເທື່ອລະໃບໃຫ້ສະອາດ ຫລື ຈະແຊ່ນໍ້າໄວ້ປະມານ 5-10 ນາທີກໍ່ໄດ້, ດີທີ່ສຸດເຮົາຄວນກິນກະລໍ່າທ່ີສຸກ ເພື່ອລີກລ່ຽງບັນຫາທີ່ຈະຕາມມາພາຍຫລັງ. 

            ຮຽບຮຽງໂດຍ: ມາລີດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top