ຂປລ
ລັດຖະບານ ອັງກິດ ປັບຫລຸດຄາດການເຕີບໂຕ ທາງເສດຖະກິດໃນປີ 2025 ຫລຸດລົງ ເຄິ່ງໜຶ່ງ ຫລັງຈາກປັບຫລຸດ ລາຍຈ່າຍ ຫລາຍຕື້ປອນ ເພື່ອປະຢັດລາຍຈ່າຍ ຂອງ ປະຊາຊົນ ທ່າມກາງ ພາວະ ເສດຖະກິດຫລຸດລົງ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ລອນດອນ ປະເທດອັງກິດ ເມື່ອບໍ່ດົນມານີ້, ລັດຖະບານ ອັງກິດ ປັບຫລຸດຄາດການເຕີບໂຕ ທາງເສດຖະກິດໃນປີ 2025 ຫລຸດລົງ ເຄິ່ງໜຶ່ງ ຫລັງຈາກປັບຫລຸດ ລາຍຈ່າຍ ຫລາຍຕື້ປອນ ເພື່ອປະຢັດລາຍຈ່າຍ ຂອງ ປະຊາຊົນ ທ່າມກາງ ພາວະ ເສດຖະກິດຫລຸດລົງ.
ໂດຍເສດຖະກິດ ອັງກິດ ຈະເຕີບໂຕພຽງ 1% ໃນປີນີ້ ຊຶ່ງປັບຫລຸດລົງຈາກ 2% ທີ່ກຳນົດໄວ້ ເມື່ອທ້າຍເດືອນຕຸລາ ປີກາຍ , ໃນໄລຍະທີ່ ລັດຖະບານ ຊຸດປັດຈຸບັນ ຈາກ ພັກແຮງງານ ໄດ້ນໍາສະເໜີ ແຜນງົບປະມານ ຊຸດທຳອິດ. ຢ່າງໃດກໍຕາມ ສຳນັກງານ ເພື່ອຄວາມຮັບຜິດຊອບ ດ້ານງົບປະມານ ເປັນໜ່ວຍງານ ກວດກາ ການໃຊ້ຈ່າຍສ່ວນກາງ ປັບເພີ່ມຄາດການ ເຕີບໂຕຂອງປະເທດ ສຳລັບອີກ 3 ປີຕໍ່ໜ້າ. /
KPL