ຂປລ
ທົ່ວໂລກ ຕິດຕັ້ງ ພະລັງງານ ໝູນວຽນ ໃນປະລິມານສູງສຸດ ເປັນປະຫວັດສາດ ເມື່ອປີກາຍນີ້, ໂດຍສະເພາະ ສປຈີນ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ປາຣີ ປະເທດຝຣັ່ງ ເມື່ອບໍ່ດົນມານີ້, ກະຊວງພະລັງງານໝູນວຽນ ລະຫວ່າງປະເທດ (ໄອອາຣອີເອັມເອ) ລາຍງານວ່າ: ທົ່ວໂລກ ຕິດຕັ້ງ ພະລັງງານ ໝູນວຽນ ໃນປະລິມານສູງສຸດ ເປັນປະຫວັດສາດ ເມື່ອປີກາຍນີ້, ໂດຍສະເພາະ ສປຈີນ.
ກຳລັງການຜະລິດ ຈາກ ພະລັງງານ ແສງຕາເວັນ, ພະລັງງານລົມ, ພະລັງງານນໍ້າ ແລະ ພະລັງງານຄວາມຮ້ອນ ທົ່ວໂລກ ຈະເລີນ ເຕີບໂຕຂຶ້ນ 15,1%. ນອກຈາກນັ້ນ ກຳລັງ ການຜະລິດ ພະລັງງານໝູນວຽນ ໃນເຄືອຂ່າຍໄຟຟ້າ ທົ່ວໂລກ ກໍມີຈຳນວນເພີ່ມຂຶ້ນ 585 ກິກາວັດ ຫລື ກວມເອົາ 92,5% ຂອງ ກຳລັງ ການຜະລິດໄຟຟ້າ ໂດຍທັງໝົດໄດ້ຕິດຕັ້ງໃໝ່ ເມື່ອປີກາຍນີ້. ສະນັ້ນ ເພື່ອໃຫ້ບັນລຸເປົ້າໝາຍ ທີ່ ໄດ້ຕົກລົງກັນ ໃນກອງປະຊຸມ ດ້ານສະພາບອາກາດ ລະດັບໂລກ “ຄອບ 28” ເມື່ອປີ 2023 ກ່ຽວກັບ ການເພີ່ມ ກຳລັງ ການຜະລິດ ພະລັງງານ ໝູນວຽນ ໃຫ້ເປັນ 3 ເທົ່າ ,ໃນປີ 2030 ໂລກຈະຕ້ອງບັນລຸ ການເຕີບໂຕ ປີລະ 16,6% ຈົນເຖິງ ທ້າຍທົດສະວັດ. /
KPL