ຂປລ
ຖ້າຈະເອີຍເຖິງຮ້ານເຂົ້າປຽກນາງ ສອນ ບ້ານດົງປາລານ ຫລາຍຄົນຕ້ອງອາດຄຸນເຄີຍ ຫລື ຫລາຍຄົນກໍອາດຈະເປັນຂາປະຈໍາກໍເປັນໄດ້ ເພາະຮ້ານເພີ່ນເປັນອີກຮ້ານໜຶ່ງທີ່ເປີດມາຍາວນານ ຊຶ່ງເລີ່ມເປີດແຕ່ ປີ 2006 ຕອນນັ້ນ ຂາຍເລີ່ມຕົ້ນຖ້ວຍ 3.000 ກີບເທົ່ານັ້ນ ຈົນວັນເວລາຜ່ານໄປເສດຖະກິດກໍມີການປ່ຽນແປງຂຶ້ນຕາມເສດຖະກິດໂລກ ຈຶ່ງເຮັດໃຫ້ການຄ້າຂາຍກໍມີການເໜັງຕີງຂຶ້ນຕາມການເວລາສັງເກດໄດ້ຈາກລາຄາ 3.000 ສູ່ 30.000 ກີບໃນປັດຈຸບັນ.
*ຖ້າຈະເອີຍເຖິງຮ້ານເຂົ້າປຽກນາງ ສອນ ບ້ານດົງປາລານ ຫລາຍຄົນຕ້ອງອາດຄຸນເຄີຍ ຫລື ຫລາຍຄົນກໍອາດຈະເປັນຂາປະຈໍາກໍເປັນໄດ້ ເພາະຮ້ານເພີ່ນເປັນອີກຮ້ານໜຶ່ງທີ່ເປີດມາຍາວນານ ຊຶ່ງເລີ່ມເປີດແຕ່ ປີ 2006 ຕອນນັ້ນ ຂາຍເລີ່ມຕົ້ນຖ້ວຍ 3.000 ກີບເທົ່ານັ້ນ ຈົນວັນເວລາຜ່ານໄປເສດຖະກິດກໍມີການປ່ຽນແປງຂຶ້ນຕາມເສດຖະກິດໂລກ ຈຶ່ງເຮັດໃຫ້ການຄ້າຂາຍກໍມີການເໜັງຕີງຂຶ້ນຕາມການເວລາສັງເກດໄດ້ຈາກລາຄາ 3.000 ສູ່ 30.000 ກີບໃນປັດຈຸບັນ, ແຕ່ລູກຄ້າກໍຍັງຄົງແໜ້ນໜາບໍ່ຂາດສາຍໃນແຕ່ລະມື້, ທັງນີ້ກໍຍ້ອນວ່າເຂົ້າປຽກຮ້ານເພິ່ນຈະເນັ້ນຄຸນນະພາບເປັນຫລັກ, ເນັ້ນຄວາມສະອາດ, ຄວາມສົດໃໝ່, ລົດຊາດກໍບໍ່ປ່ຽນແປງທີ່ສໍາຄັນໄປກວ່ານັ້ນຄືການບໍລິການທ່ີວ່ອງໄວ, ທັນໃຈຄວາມເປັນກັນເອງຂອງຜູ້ຂາຍກັບລູກຄ້າກໍເປັນສາເຫດໜຶ່ງທີ່ເຮັດໃຫ້ຮ້ານເຂົ້າປຽກຄອງໃຈລູກຄ້າມາຍາວນານ ເຖິງວ່າຈະມີການແຂ່ງຂັນກັນສູງໃນອາຊີບນ້ີກໍຕາມ.

ນາງ ສອນ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນທ່ີໄດ້ມາເຮັດອາຊີບຂາຍເຂົ້າປຽກກໍຍ້ອນຜົວ ແລະ ລູກມັກກິນເຂົ້າປຽກຢູ່ແລ້ວ, ສ່ວນຫລາຍທາງຄອບຄົວໄດ້ໄປເລາະກິນຫລາຍໆຮ້ານໃນນະຄອນຫລວງວຽງຈັນ. ສະນັ້ນ, ຕົນເອງໄດ້ມີແນວຄິດຢາກເປີດຮ້ານເຂົ້າປຽກ ຈຶ່ງປຶກສາກັບຄອບຄົວ ແລ້ວເລີ່ມເປີດແຕ່ປີ 2006 ເປັນຕົ້ນມາ ເຊິ່ງໄລຍະນັ້ນແມ່ນຂາຍເຂົ້າປຽກເຂົ້າຖ້ວຍລະ 3.000 ກີບ, ເຂົ້າປຽກເສັ້ນຖ້ວຍລະ 5.000 ກີບເທົ່ານັ້ັ້ນ ເຫັນວ່າມີການຕອບຮັບທ່ີດີຈາກລູກຄ້າ ເພາະລູກຄ້າເຂົ້າມາໃຊ້ບໍລິການຢ່າງຫລວງຫລາຍໃນແຕ່ລະມື້, ຍ້ອນວ່າລູກຄ້າທີ່ມາກິນແລ້ວມີການບອກຕໍ່ປາກຕໍ່ປາກ ເຖິງລົດຊາດເຂົ້າປຽກທີ່ແຊບຊ້ອຍດ້ວຍນ້ຳຕົົ້ມໄກ່ທີ່ເປັນເອກະລັກຂອງຮ້ານ ແລະ ວັດຖຸດິບທີ່ສົດໃໝ່, ການບໍລິການທີ່ດີທີ່ເຮັດໃຫ້ລູກຄ້າຕິດອົກຕິດໃຈຫລາຍຄົນກໍກາຍເປັນລູກຄ້າປະຈຳມາແຕ່ດົນນານຈົນເຖິງທຸກມ້ືນີ້ ຊຶ່ງຜູ້ຂຽນເອງໄດ້ກໍມີໂອກາດໄປນັ່ງກິນເຂົ້າປຽກຢູ່ຮ້ານເພິ່ນກໍສັງເກດເຫັນວ່າ ໃນລະຫວ່າງຕອນສວຍແມ່ນໂຕະເຕັມບາງເທື່ອລູກຄ້າຈົນໄດ້ຖ້າຄິວ ຫລື ບາງຄົນກໍສັ່ງກັບບ້ານຍ້ອນໂຕະບໍ່ວ່າງ. ສໍາລັບຮ້ານເຂົ້າປຽກເຮົາແມ່ນເນັ້ນເຂົ້າປຽກໄກ່ ໂດຍຈະໃສ່ທຸກສ່ວນຂອງໄກ່ເລີຍບໍ່ວ່າຈະເປັນ ຊີ້ນ, ໄຕ, ຕັບ, ໄຂ່ ທ່ີສົດໃໝ່ໃນແຕ່ລະມື້.

ໂດຍມື້ໜ່ຶງ ຈະຕົ້ມໄກ່ປະມານ 30 ກວ່າໂຕ ຫລື ຫລາຍກວ່ານີ້ ຈຶ່ງເຮັດໃຫ້ນໍ້າຕົ້ມເຂົ້າປຽກມີຄວາມແຊບແບບເອກະລັກສະເພາະຂອງຮ້ານເຮົາ ບວກໃສ່ເສັ້ນເຂົ້າປຽກແຊບໂພໄຊທີ່ມີຄວາມໜຽວນຸ່ມ ຍິ່ງເພີ່ມອັດຖະລົດຂຶ້ນຕື່ມຊຶ່ງລາຄາເຂົ້າປຽກກໍຈະປັບຂຶ້ນຕາມເສດຖະກິດ ເນື່ອງຈາກວ່າຄ່າຄອງຊີບແພງເຮັດໃຫ້ຕົ້ນທຶນເພີ່ມຂຶ້ນຈາກເມື່ອກ່ອນຫລາຍຄິດເບິ່ງວ່າຈາກຖ້ວຍ 5.000 ກີບ ໃນປີ 2006 ມາປັດຈຸບັນນີ້ ຂາຍເລ່ີມຕ້ົນຖ້ວຍ 30.000 ກີບຂ້ຶນໄປ ແລ້ວແຕ່ຖ້ວຍນ້ອຍ, ກາງ, ໃຫຍ່ ແຕ່ຖ້າຕື່ມຕ່ອນໄກ່ແມ່ນຕ່ອນ 10 ພັນກີບ ແຕ່ສໍາລັບລາຄານ້ີຮັບຮອງວ່າໄດ້ຫລາຍແທ້ ບາງຄົນຈົນບອກວ່າຂະໜາດຖ້ວຍນ້ອຍກິນກ່ໍບ່ໍຢາກໝົດ. ນອກນັ້ນທາງຮ້ານກໍຍັງຂາຍເຂົ້າຂາໝູ ລາຄາເລີີ່ມຕົ້ນແມ່ນ 30.000 ກີບຂ້ຶ້ນໄປ ຊຶ່ງເຂົ້າຂາໝູທາງຮ້ານເພິ່ນກໍມີສູດສະເພາະສົດໃໝ່ທຸກມື້, ພ້ອມນັ້ນມີກາເຟຈອກ, ໂອວັນຕິນນ້ຳດ່ືມຫົວເສືອ ແລະ ນ້ຳອ່ືນໆໄວ້ຄອຍບໍລິການລູກຄ້ານຳດ້ວຍ.

ນາງ ສອນ ເວົ້າສູ່ຟັງວ່າ: ພາຍຫລັງທ່ີມາເຮັດອາຊີບຂາຍເຂ້ົາປຽກ ເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂ້ຶນກວ່າເມື່ອກ່ອນຫລາຍ, ສາມາດສົ່ງລູກເຕົ້າຮ່ຳຮຽນໜັງສື, ມີທຶນໝູນວຽນໃນແຕ່ລະມື້ ແລະ ສ່ວນໜຶ່ງກໍສາມາດແບ່ງປັນໃຫ້ພີ່ນ້ອງລູກຫລານທີ່ມາຊ່ວຍເພາະວ່າຮ້ານເຮົາບໍ່ໄດ້ຈ້າງພະນັກງານຊ່ວຍຈະປະກອບການແບບຄອບຄົວຈຶ່ງມີຄວາມສະດວກສະບາຍເຮັດວຽກ ກໍງ່າຍເຂົ້າໃຈກັນມີຫຍັງກໍສາມາດຊ່ວຍເຫລືອກັນໄດ້.

ສໍາລັບທ່ານໃດທີ່ມັກກິນອາຫານ ປະເພດເສັ້ນຢາກຂໍແນະນໍາເລີຍຮ້ານນີ້ ຮັບຮອງວ່າແຊບຫລາຍເພາະຜູ້ຂຽນກໍໄດ້ໄປສໍາຜັດມາດ້ວຍໂຕເອງ ບອກໄດ້ເລີຍວ່າແຊບຖືກໃຈ ໄດ້ຫລາຍແຮງ, ທັງຕ່ອນໄກ່, ທັງເສັ້ນເຂົ້າປຽກບວກໃສ່ນໍ້າຕົ້ມທີ່ເຂັ້ມຂຸ້ນ, ເສັ້ນເຂົ້າປຽກທີ່ໜຽວນຸ່ມ ຍິ່ງເຮັດເຂົ້າປຽກແຊບຂຶ້ນຕື່ມ. ສໍາລັບຮ້ານແມ່ນເປີດແຕ່ວັນຈັນ-ວັນສຸກ, ວັນເສົາ ແລະ ອາທິດປິດ, ສະຖານທີ່ຕັ້ງຢູ່ບ້ານດົງປາລານ ກົງກັນຂ້າມກັບຮ້ານເຂົ້າຈີ່ແຊບນາງຊອຍ ຫລື ໃຜໄປແລ້ວບໍ່ຮູ້ຮ້ານກໍສາມາດຕິດຕ່ໍ ໄດ້ທີ່ເບີ 020 5677 9797.
ໂດຍ: ມາລິດາ
KPL