ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ

24/03/2025 18:57
Email Print 436
ຂປລ ທ້າຍອາທິດຜ່ານມານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.

    *ທ້າຍອາທິດຜ່ານມານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ກອງປະຊຸມຄັ້ງນີ້ ດຳເນີນເປັນເວລາ 4 ວັນ ເຊິ່ງໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິຮັບຮອງຂອງສະພາແຫ່ງຊາດ 5 ສະບັບ.  ໃນນີ້, ໄດ້ພິຈາລະນາຕົກລົງຂອງສະພາແຫ່ງຊາດ ໃນການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະ ການຍົກເວັ້ນ ອາກອນກໍາໄລໃຫ້ແກ່ຜູ້ລົງທຶນ ໃນນິຄົມອຸດສາຫະກໍາອະມະຕະ. ສຳລັບການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ໄດ້ໂຮມກະຊວງແຜນການ ແລະ ການລົງທຶນເຂົ້າກັບກະຊວງການເງິນ ແລະ ເອີ້ນຊື່ວ່າ: ກະຊວງການເງິນ; ໂຮມກະຊວງພະລັງງານ ແລະ ບ່ແຮ່ເຂົ້າກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອີ້ນຊື່ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ; ໂຮມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ເອີ້ນຊື່ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດຕ້ັງສູນກາງພັກ ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວໄປ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານສາ ສະ ໜາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ-ອົງການທີ່ເຫັນວ່າ ມີຄວາມສອດຄ່ອງ; ໂອນວຽກສ່ມວນຊົນ (ວຽກຖະແຫລງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ປ່ຽນຊື່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທຳ ແລະ ທ່ອງທ່ຽວ.

    ສ່ວນການຍົກເວັ້ນອາກອນກໍາໄລໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາອະມະຕະ ໄດ້ມີການຍົກເວັ້ນອາກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ ສໍາລັບຜູ້ທ່ີມາລົງທຶນພາຍໃນ 7 ປີທໍາອິດ ພາຍຫລັງທີ່ດຳລັດວ່າດ້ວຍນິຄົມ ອຸດສາຫະກຳອະມະຕະ ມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງເສີມພິເສດ 4 ກຸ່ມກິດຈະການຄື: ອຸດສາຫະກຳປຸງແຕ່ງກະສິກຳທ່ີນໍາໃຊ້ວັດຖຸດິບພາຍໃນເປັນຕ້ົນຕໍ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ; ອຸດສາຫະກຳຜະລິດອຸປະກອນ ໍຂອງພະລັງງານທົດແທນ ລວມທັງແຜງ, ຊິ້ນສ່ວນພະລັງງານແສງອາທິດ; ອຸດສາຫະກຳຜະລິດລົດຍົນ ແລະ ອາໄຫລ່; ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກ ໂຕຣນິກ. ນອກຈາກນ້ີ, ຍັງໄດ້ອອກເປັນມະຕິຂອງສະພາແຫ່ງຊາດເປັນຕ້ົນແມ່ນມະຕິວ່າດ້ວຍການຮັບຮອງ ເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025, ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025, ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍພະນັກງານ- ລັດຖະກອນສະບັບປັບປຸງປີ 2025 ອີກຕື່ມ. 

     ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະດຳເນີນກອງປະຊຸມມີປະຊາຊົນບັນດາເຜ່ົາ ສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ມາຍັງກອງປະຊຸມສະພາແຫ່ງຊາດ ມີທັງໝົດ 282 ສາຍ, 134 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະກິດ- ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການຊົດເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ; ຕໍ່ຄໍາຄິດເຫັນຂອງປະຊາຊົນທ່ີສົ່ງມານັ້ນ ສະພາແຫ່ງຊາດ, ກອງເລຂາ ກອງປະຊຸມຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ໃນການຄົ້ນຄວ້າພິຈາລະນາແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ. ທ່ານ ນາງ ອຳ ໄພວອນ ລ້ອມບຸນແພງ ກ່າວ.  

                      ໂດຍ: ຢ່າຕົງ

KPL

ຂ່າວອື່ນໆ

    • ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາບົດ-ສາລະຄະດີ

      ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາ

      3/26/2025 10:50:50 AM

      ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025), ທົ່ວປະເທດ ໄດ້ພ້ອມກັນສະເຫລີມສະຫລອງໂຮມຊຸມນຸມວັນດ່ັງກ່າວ ຢ່າງມີຄວາມໝາຍເລິກເຊ່ິງ.

    • ຄຸນປະໂຫຍດຂອງຜັກກະລໍ່າບົດ-ສາລະຄະດີ

      ຄຸນປະໂຫຍດຂອງຜັກກະລໍ່າ

      3/26/2025 10:04:23 AM

      ຜັກກະລໍ່າ ແມ່ນຜັກທີ່ຄົນນິຍົມບໍລິໂພກ ເນື່ອງຈາກສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍເຍື່ອງ ບໍ່ວ່າຈະນໍາມາເຮັດເຍື່ອເຂົ້າປຸ້ນ, ເຮັດສົ້ມຜັກ, ຂ້ົວ ຫລື ລວກກັບແຈ່ວ ແລະ ອ່ືນໆ ແລ້ວແຕ່ຈະນຳມາປະຍຸກໃນອາຫານ.

    • ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານບົດ-ສາລະຄະດີ

      ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານ

      3/25/2025 9:15:56 AM

      ຖ້າຈະເອີຍເຖິງຮ້ານເຂົ້າປຽກນາງ ສອນ ບ້ານດົງປາລານ ຫລາຍຄົນຕ້ອງອາດຄຸນເຄີຍ ຫລື ຫລາຍຄົນກໍອາດຈະເປັນຂາປະຈໍາກໍເປັນໄດ້ ເພາະຮ້ານເພີ່ນເປັນອີກຮ້ານໜຶ່ງທີ່ເປີດມາຍາວນານ ຊຶ່ງເລີ່ມເປີດແຕ່ ປີ 2006 ຕອນນັ້ນ ຂາຍເລີ່ມຕົ້ນຖ້ວຍ 3.000 ກີບເທົ່ານັ້ນ ຈົນວັນເວລາຜ່ານໄປເສດຖະກິດກໍມີການປ່ຽນແປງຂຶ້ນຕາມເສດຖະກິດໂລກ ຈຶ່ງເຮັດໃຫ້ການຄ້າຂາຍກໍມີການເໜັງຕີງຂຶ້ນຕາມການເວລາສັງເກດໄດ້ຈາກລາຄາ 3.000 ສູ່ 30.000 ກີບໃນປັດຈຸບັນ.

    • ລ້ຽງງົວຂາຍ ສ້າງລາຍຮັບຫລາຍຮ້ອຍລ້າຍກີບຕໍ່ປີບົດ-ສາລະຄະດີ

      ລ້ຽງງົວຂາຍ ສ້າງລາຍຮັບຫລາຍຮ້ອຍລ້າຍກີບຕໍ່ປີ

      3/24/2025 7:03:22 PM

      ພາຍໃຕ້ການນໍາພາ-ຊີ້ນຳອັນສະຫລາດສ່ອງໃສຂອງພັກ ກໍຄືອົງການຈັດຕັ້ງຕ່າງໆ ໄດ້ມີແຜນພັດທະນາເສດຖະກິດ-ສັງຄົມ ເຫັນໄດ້ວຽກງານພັດທະນາແກ້ໄຂ້ຄວາມທຸກຍາກຂອງປະຊາຊົນເປັນວຽກງານສຳຄັນ ໂດຍໄດ້ສົ່ງເສີມການຜະລິດກະສິກຳການປູກ-ການລ້ຽງ ເພື່ອຂາຍກາຍເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ.

    • ຄວາມສະເໝີພາບຍິງຊາຍບົດ-ສາລະຄະດີ

      ຄວາມສະເໝີພາບຍິງຊາຍ

      3/24/2025 6:32:47 AM

      ສິດສະເໝີພາບຍິງ-ຊາຍ ແມ່ນຄວາມເທົ່າທຽມກັນໃນການພັດທະນາຕົນເອງ; ຍິງ ແລະ ຊາຍ ມີຄຸນຄ່າ ແລະ ໂອກາດເທ່ົາທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຄອບຄົວ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຕາມທ່ີໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.

ads
ads

Top