ລ້ຽງງົວຂາຍ ສ້າງລາຍຮັບຫລາຍຮ້ອຍລ້າຍກີບຕໍ່ປີ

24/03/2025 19:03
Email Print 485
ຂປລ ພາຍໃຕ້ການນໍາພາ-ຊີ້ນຳອັນສະຫລາດສ່ອງໃສຂອງພັກ ກໍຄືອົງການຈັດຕັ້ງຕ່າງໆ ໄດ້ມີແຜນພັດທະນາເສດຖະກິດ-ສັງຄົມ ເຫັນໄດ້ວຽກງານພັດທະນາແກ້ໄຂ້ຄວາມທຸກຍາກຂອງປະຊາຊົນເປັນວຽກງານສຳຄັນ ໂດຍໄດ້ສົ່ງເສີມການຜະລິດກະສິກຳການປູກ-ການລ້ຽງ ເພື່ອຂາຍກາຍເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ.

    *ພາຍໃຕ້ການນໍາພາ-ຊີ້ນຳອັນສະຫລາດສ່ອງໃສຂອງພັກ ກໍຄືອົງການຈັດຕັ້ງຕ່າງໆ ໄດ້ມີແຜນພັດທະນາເສດຖະກິດ-ສັງຄົມ ເຫັນໄດ້ວຽກງານພັດທະນາແກ້ໄຂ້ຄວາມທຸກຍາກຂອງປະຊາຊົນເປັນວຽກງານສຳຄັນ ໂດຍໄດ້ສົ່ງເສີມການຜະລິດກະສິກຳການປູກ-ການລ້ຽງ ເພື່ອຂາຍກາຍເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ. ເໝືອນດັ່ງຄອບຄົວທ່ານ ພັນທະບູນ ວົງໄຊ ທີ່ເປັນຄອບຄົວຕົວແບບດ້ານການລ້ຽງງົວ ຢູ່ບ້ານໂພນຫໍ ເມືອງໂພນໂຮງ ແຂວງວຽງຈັນ ມີລາຍຮັບຈາກການລ້ຽງງົວຂາຍ 200 ລ້ານກວ່າກີບຕໍ່ປີ.

     ທ່ານ ພັນທະບູນ ວົງໄຊ ໄດ້ປະກອບຄຳເຫັນຕ່ໍກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນໂຮງ ຄັ້ງທີ VIII ເມື່ອບໍ່ດົນມານ້ີວ່າ: ຟາມຂອງຕົນຕັ້ງຢູ່ບ້ານໂພນຫໍ ເມືອງໂພນໂຮງ ເຊິ່ງໄດ້ເລີ່ມຕົ້ນລ້ຽງງົວມາແຕ່ປີ 2018 ໂດຍໄດ້ຊື້ພ່ໍ ແລະ ແມ່ພັນນຳເຂົ້າມາຈາກປະເທດ ເພື່ອນບ້ານໄທ ເປັນງົວລູກປະສົມບາມັນ 40 ໂຕ ໃນນີ້, ເປັນແມ່ພັນ 20 ໂຕ ລູກງົວຕິດມາ 19 ໂຕ ແລະ ພໍ່ພັນ 1 ໂຕ. ໃນປີ 2020 ໄດ້ນໍາເຂົ້າຕື່ມອີກ 5 ໂຕ ລວມເປັນ 45 ໂຕ. ເນື້ອທີ່ຟາມໃນການລ້ຽງງົວມີ 35 ເຮັກຕາ ໃນນັ້ນ, ໄດ້ແບ່ງອອກເປັນ 3 ສ່ວນຄື: ເນື້ອທີ່ຕັ້ງໂຮງເຮືອນ ແລະ ບ່ອນປ່ອຍງົວ 17 ເຮັກຕາ, ເນື້ອທີ່ປູກຫຍ້າເພື່ອຮອງຮັບໃນ ຟາມ 10 ເຮັກຕາ ແລະ ເນື້ອທີ່ປູກສະບຽງອາຫານ ແລະ ໄມ້ໃຫ້ໝາກ 8 ເຮັກຕາ.

    ສຳລັບຫຍ້າ ແລະ ສະບຽງອາຫານທີ່ໃຊ້ໃນຟາມໃນໄລຍະຜ່ານມາໄດ້ປູກຫຍ້າຢູ່ 3 ຊະນິດ ຄື: ຫຍ້າລູຊີ, ຫຍ້າເນເປຍ, ຫຍ້າແພງໂກລາ, ສ່ວນລະດູແລ້ງ ແມ່ນໄດ້ໃຊ້ເຟືອງເປັນອາຫານສ່ວນໃຫຍ່. ນອກນີ້, ຍັງໄດ້ນຳໃຊ້ອາຫານເສີມຊ່ວຍເປັນຕ້ົນກາກນ້ໍາຕານປະສົມກັບວິຕາມິນປະສົມນໍ້າຫົດເຟືອງ, ຂີ້ເບຍ ແລະ ຫົວອາຫານ, ແຕ່ລະປີມີງົວນ້ອຍເກີດໃໝ່ປະມານ 15-20 ໂຕ ຊຶ່ງປັດຈຸບັນໃນຟາມມີງົວທັງໝົດ 113 ໂຕ ເປັນງົວລູກປະສົມບາມັນທັງໝົດ. ສຳລັບການຈໍາໜ່າຍງົວຂອງຟາມແມ່ນໄດ້ເຂົ້າກຸ່ມສະມາຄົມງົວບາມັນແຫ່ງປະເທດລາວ ເພື່ອຈໍາໜ່າຍແນວພັນໃຫ້ປະຊາຊົນ ແລະ ສະມາຊິກໃນກຸ່ມທີ່ຕ້ອງການລ້ຽງງົວ ສະເລ່ຍມີລາຍຮັບຈາກການຂາຍງົວ 150 ລ້ານກວ່າກີບ ແລະ ຂາຍຂີ້ງົວປະມານ 50 ລ້ານ ກວ່າກີບ ລວມລາຍຮັບໝົດປີສະເລ່ຍ 200 ລ້ານກວ່າກີບ.

    ທ່ານ ພັນທະບູນ ວົງໄຊ ກ່າວຕື່ມວ່າ: ກ່ອນທີ່ຕົນເອງຈະມີໂອກາດ ແລະ ເວລາສ້າງເສດຖະກິດ ຄອບຄົວໃຫ້ເຂ້ັມແຂງແບບນ້ີ ກໍເນື່ອງຈາກການນໍາພາ-ຊີ້ນຳອັນ ສະຫລາດສ່ອງໃສຂອງພັກ ກໍຄືອົງການຈັດຕັ້ງຕ່າງໆ ໄດ້ມີແຜນພັດທະນາເສດຖະກິດ-ສັງຄົມ ເຫັໄດ້ວຽກງານພັດທະນາແກ້ໄຂ ຄວາມທຸກຍາກຂອງປະຊາຊົນເປັນວຽກງານສຳຄັນຕົນເອງຕາງໜ້າ ໃຫ້ພໍ່ແມ່ປະຊາຊົນເມືອງໂພນໂຮງຂໍສະແດງຄວາມຮູ້ບຸນຄຸນອັນສູງສົ່ງຕໍ່ການນຳພັກ-ລັດ ທຸກຂັ້ນໃນທົ່ວເມືອງ, ທົ່ວແຂວງ ທີ່ໄດ້ຊຸກຍູ້ວຽກງານດັ່ງກ່າວໃຫ້ພໍ່ແມ່ປະຊາຊົນ, ກະສິກອນທີ່ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ.

                      ໂດຍ: ແກ້ວອຸດົມ

KPL

ຂ່າວອື່ນໆ

    • ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາບົດ-ສາລະຄະດີ

      ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາ

      3/26/2025 10:50:50 AM

      ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025), ທົ່ວປະເທດ ໄດ້ພ້ອມກັນສະເຫລີມສະຫລອງໂຮມຊຸມນຸມວັນດ່ັງກ່າວ ຢ່າງມີຄວາມໝາຍເລິກເຊ່ິງ.

    • ຄຸນປະໂຫຍດຂອງຜັກກະລໍ່າບົດ-ສາລະຄະດີ

      ຄຸນປະໂຫຍດຂອງຜັກກະລໍ່າ

      3/26/2025 10:04:23 AM

      ຜັກກະລໍ່າ ແມ່ນຜັກທີ່ຄົນນິຍົມບໍລິໂພກ ເນື່ອງຈາກສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍເຍື່ອງ ບໍ່ວ່າຈະນໍາມາເຮັດເຍື່ອເຂົ້າປຸ້ນ, ເຮັດສົ້ມຜັກ, ຂ້ົວ ຫລື ລວກກັບແຈ່ວ ແລະ ອ່ືນໆ ແລ້ວແຕ່ຈະນຳມາປະຍຸກໃນອາຫານ.

    • ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານບົດ-ສາລະຄະດີ

      ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານ

      3/25/2025 9:15:56 AM

      ຖ້າຈະເອີຍເຖິງຮ້ານເຂົ້າປຽກນາງ ສອນ ບ້ານດົງປາລານ ຫລາຍຄົນຕ້ອງອາດຄຸນເຄີຍ ຫລື ຫລາຍຄົນກໍອາດຈະເປັນຂາປະຈໍາກໍເປັນໄດ້ ເພາະຮ້ານເພີ່ນເປັນອີກຮ້ານໜຶ່ງທີ່ເປີດມາຍາວນານ ຊຶ່ງເລີ່ມເປີດແຕ່ ປີ 2006 ຕອນນັ້ນ ຂາຍເລີ່ມຕົ້ນຖ້ວຍ 3.000 ກີບເທົ່ານັ້ນ ຈົນວັນເວລາຜ່ານໄປເສດຖະກິດກໍມີການປ່ຽນແປງຂຶ້ນຕາມເສດຖະກິດໂລກ ຈຶ່ງເຮັດໃຫ້ການຄ້າຂາຍກໍມີການເໜັງຕີງຂຶ້ນຕາມການເວລາສັງເກດໄດ້ຈາກລາຄາ 3.000 ສູ່ 30.000 ກີບໃນປັດຈຸບັນ.

    • ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານບົດ-ສາລະຄະດີ

      ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ

      3/24/2025 6:57:08 PM

      ທ້າຍອາທິດຜ່ານມານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.

    • ຄວາມສະເໝີພາບຍິງຊາຍບົດ-ສາລະຄະດີ

      ຄວາມສະເໝີພາບຍິງຊາຍ

      3/24/2025 6:32:47 AM

      ສິດສະເໝີພາບຍິງ-ຊາຍ ແມ່ນຄວາມເທົ່າທຽມກັນໃນການພັດທະນາຕົນເອງ; ຍິງ ແລະ ຊາຍ ມີຄຸນຄ່າ ແລະ ໂອກາດເທ່ົາທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຄອບຄົວ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຕາມທ່ີໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.

ads
ads

Top