ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 28.03.2025 ປີທີ 24 ສະບັບທີ 6.153ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K ra d xx ]k; pb f\A ogvq krb f8y de8q ;9y ' gxa o,kf8t4ko 1n o1a o7;k,4n d8h v' Iv'xtmkoltrkcsj '-kf 8h voIa [7tot-j P;-ko 0PoIP[IP'x, 50 xu csj 'lkprq ;ra o]k;{s;Pfok, ]a f4t,q o8u d-l 8h voIa [dkog0Q k1h P,0=j koa [ m6 f]k; muj 9twxfe]q '8ec|j '16j 8j k'xtgmf lxx ]k; lts]v';a ola '7q ,lq 'g7ktvk-Po xtdkf.-h ]a f4tme,to6 o lt[a [ xu 2025 1j k'gxa omk'dko okpq d]a f4t,q o8u g0Q kIj ;,dv'xt-5 ,g;mu xb dlksk]n 3[vk; grnj vvk-u xt9exu 2025 16j lx 9u o w0dv'xt-5 , ltrk;y mtpklkf 7Q o7;h k;Pd'koco;]k;lh k'-kf 7A 'mu I 16 oy gm; 0tspkpg0fla opko 5G * ໜັງສືພິມປະເທດລາວ ອອກສະບັບວັນທີ 27/03/2025 ໃນຫົວຂໍ້: ນາຍົກ ລັດຖະມົນຕີ ພົບປະ ນາຍົກລັດຖະມົນຕີ ສປ ຈີນ ນັ້ນແມ່ນຜິດ; ຖືກແທ້ແມ່ນ ນາຍົກ ລັດຖະມົນຕີ ພົບປະ ຮອງນາຍົກລັດຖະມົນຕີ ສປ ຈີນ ແລະ ເນື້ອໃນຂ່າວ ເປີດຝຶກ ອົບຮົມໄລຍະສັ້ນ ຫົວຂໍ້ສະເພາະໃຫ້ພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຊຸດທີ 1 ໃນ ວັກ 1 ແຖວທີ 7 ສາຍຫາຍ ບຸນທອງ ຈິດມະນີ....ນັ້ນແມ່ນຜິດ, ຖືກແທ້ແມ່ນ ສະຫາຍ ບຸນທອງ ຈິດມະນີ. ຂໍອະໄພໃນຄວາມຜິດພາດຄັ້ງນີ້ດ້ວຍ. ບກ cdh 7ezy f F ອ່ານຕໍ່ໜ້າ 6່ າໍ່ ໜ້າ ຂປລ. ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ຍາມໃດກໍຍຶດໝັ້ນຫລັກການ ແລະ ທັດສະນະກ່ຽວກັບ ການເຄົາລົບກົດເກນພາວະວິໄສ, ການປົດປ່ອຍແນວຄິດ ຄອງເດີມ, ອັດຕະວິໄສ, ຕ້ານລັດທິຄຳພີຕາຍຕົວ ໂດຍ ເນັ້ນໜັກມາໂດຍຕະຫລອດວ່າ ໃນການນໍາພາ-ຊີ້ນໍານັ້ນ ຕ້ອງຍຶດໝັ້ນຄວາມເປັນຈິງ, ເອົາພຶດຕິກຳຕົວຈິງ ເປັນ ມາດຕະຖານ ຢືນຢັນຄວາມຖືກຕ້ອງ ຂອງທັດສະນະ ກໍຄື ທິດສະດີຕ່າງໆຂອງພັກ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະ ບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຍົກໃຫ້ຮູ້ໃນ ພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ໃນວັນທີ 22 ມີນາ 2025 ຜ່ານມາ ນີ້ວ່າ: ພັກປປລາວ ເວລາໃດກໍຕໍ່ສູ້ ເພື່ອປັບປຸງຕົນເອງ, ຕໍ່ສູ້ ເພື່ອສະແຫວງຫາສັດຈະທໍາ ແລະ ຕໍ່ສູ້ເພື່ອຜົນປະໂຫຍດ ຂອງຊາດ, ຂອງປະຊາຊົນ. ຍ້ອນແນວນັ້ນ, ປະຊາຊົນລາວ ບັນດາເຜົ່າ ຈຶ່ງມີຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ ແລະ ໃຫ້ການສະໜັບສະໜູນ, ຂປລ. ໃນວັນທີ27ມີນາ 2025ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະໄດ້ເຂົ້າຮ່ວມແລະກ່າວປາໄສໃນ ກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 (Boao Forum for Asia 2025) ທີ່ແຂວງ ໄຮນານ, ສປ ຈີນ ທີ່ໄດ້ຈັດຂຶ້ນພາຍໃຕ້ ຫົວຂໍ້: “ອາຊີ ທ່າມກາງໂລກທີ່ກຳລັງ ປ່ຽນແປງ: ການກ້າວໄປສູ່ຄູ່ຮ່ວມ ຊາຕາກຳດຽວກັນ (Asia in the changing World: Towards a shared Future)” ຕາມການ ເຊື້ອເຊີນຂອງເລຂາທິການໃຫຍ່ກອງ ປະຊຸມເວທີປຶກສາຫາລື ໂບອາວ ເພື່ອ ອາຊີ. ຂປລ. ວັນທີ 25 ມີນາ 2025 ຜ່ານມາ, ຢູ່ສະພາແຫ່ງຊາດ, ສະຫາຍ ຈະເລີນ ເຍຍປາວເຮີ ກໍາມະການ ສູນກາງພັກ, ຮອງປະທານສະພາ ແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຂໍ່າ ນັບຂອງ ສະຫາຍ ຫວໍ ຊວັນ ຫວິງ ຮອງຫົວໜ້າສະຖາບັນສຶກສາອາຊີ ຕາເວັນອອກສ່ຽງໃຕ້, ຫົວໜ້າຄະນະ ຊ່ຽວຊານຂຽນຮຽບຮຽງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງ ສະພາ ຂປລ. ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຕ້ອນຮັບບັນດາເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປ ດໍາລົງຕໍາແໜ່ງເປັນທູດ ຢູ່ຕ່າງປະເທດ ໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ ເອກ ອັກຄະລັດຖະທູດ ວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສປປ ລາວ ປະຈໍາ ອົດສະ ຕຣາລີ, ທ່ານ ຄໍາແພງ ດວງທອງລາ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ໂອຕຣິດ, ທ່ານ ວິລັດສອນ ວິສອນນະ ວົງ ເອກອັກຄະລັດຖະທູດ ວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສປປ ລາວ ປະ ຂປລ. ກອງປະຊຸມ ສະພາວິທະຍາ ສາດ ຄົ້ນຄວ້າວຽກງານແນວລາວ ສ້າງຊາດ ໄຂຂຶ້ນໃນວັນທີ 25 ມີນາ 2025 ທີ່ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນປະທານຂອງທ່ານ ສິນ ລະວົງ ຄຸດໄພທູນ ກຳມະການກົມ ຂປລ. ສະພາແຫ່ງຊາດ ປະກາດ ໃຊ້ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ ພາຍຫລັງໄດ້ພິຈາ ລະນາຢ່າງຖີ່ຖ້ວນ ເລິກເຊິ່ງ ໃນກອງ ປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ຜ່ານມາ ພ້ອມທັງລົງຄະແນນສຽງຮັັບຮອງເອົາ ລັດຖະທຳມະນູນ ສະບັບດັ່ງກ່າວ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະ ດຳລັດ ສະບັບເລກທີ 037/ປປທ ລົງ ວັນທີ 22 ມີນາ 2025 ກ່ຽວກັບການ ຂປລ. ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນປະຕິວັດລາວເປັນ ຜູ້ສ້າງຕັ້ງ, ສຶກສາອົບຮົມກໍ່ສ້າງ ແລະ ປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງທັງດ້ານ ຈຳນວນ ແລະ ຄຸນນະພາບ, ເວລາໃດ ພັກກໍໃຫ້ຄວາມສໍາຄັນ, ຄວາມເອົາໃຈ ໃສ່ໃນການນໍາພາໂດຍກົງ ຮອບດ້ານ ເດັດຂາດຕໍ່ກອງທັບ, ສ້າງກອງທັບ ໃຫ້ ເປັນກອງທັບປະຕິວັດ ທີ່ໄວ້ໃຈຂອງ ພັກ, ເປັນທີ່ເພິ່ງອັນໜັກແໜ້ນຂອງ ປະຊາຊົນບັນດາເຜົ່າ, ເປັນກຳແພງເພັດ ຂປລ. ສປປ ລາວ ໄດ້ຮ່ວມກັບບັນ ດາປະເທດສະມາຊິກອາຊຽນ ສະ ເຫລີມສະຫລອງວັນສັງຄົມສົງເຄາະ ອາຊຽນ (15 ມີນາ) ເພື່ອຍົກສູງບົດ ບາດອັນສໍາຄັນ ຂອງນັກສັງຄົມສົງ ເຄາະ ແລະ ບຸກຄະລາກອນສັງຄົມສົງ ເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມ ການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ມີບັນດາ ຮອງປະທານ ສນຊ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຄົ້ນຄວ້າ ທິດສະດີ ແລະ ພຶດຕິກຳຂອງແນວ ລາວສ້າງຊາດ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນ ການສ້າງຕັ້ງສະພາວິທະຍາສາດຂຶ້ນ ມາ ເພື່ອເປັນເສນາທິການ ໃຫ້ແກ່ຄະນະ ປະຈຳ ສນຊ ໃນການຄົ້ນຄວ້າບັນດາ ນະໂຍບາຍ, ຍຸດທະສາດຂອງແນວ ລາວສ້າງຊາດ, ຄົ້ນຄວ້າບົດວິທະຍາ ສາດຕ່າງໆ ທີ່ຕິດພັນກັບວຽກງານ ຂອງແນວລາວສ້າງຊາດ, ຢັ້ງຢືນ ຮັບຮອງເອົາບັນດາບົດຄົ້ນຄວ້າ ທີ່ນັກ ວິທະຍາສາດ ໄດ້ຄົ້ນຄວ້າຮຽບຮຽງ ກ່ອນຈະມີການເຜີຍແຜ່. ແຫ່ງຊາດລາວ ແລະ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ມາເຄື່ອນ ໄຫວຢ້ຽມຢາມ, ເຮັດວຽກ ແລະ ເຂົ້າ ຮ່ວມກອງປະຊຸມປຶກສາຫາລືເນື້ອໃນ ທົນທານຕໍ່ການປ່ຽນແປງສະພາບດິນ ຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີ ຈໍາ ສາທາລະນະລັດ ສິງກະໂປ, ທ່ານ ສິດສັງຄົມ ສີສະເກດ ເອກອັກຄະລັດ ຖະທູດ ປະຈຳ ອາຊຽນ ທີ່ຈາກາຕາ ປະເທດອິນໂດເນເຊຍ, ທ່ານ ເຮືອນ ແກ້ວ ສັງສົມສັກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ. ໃນໂອກາດນີ້, ທ່ານ ນາງ ບຸນຄຳ ວໍລະຈິດ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຊົມເຊີຍ ບັນດາທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບການ ແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງສໍາຄັນ ໃນຄັ້ງນີ້. ພ້ອມນີ້, ໄດ້ແຈ້ງກ່ຽວກັບ ພາລະບົດບາດ, ໜ້າທີ່ ແລະ ບັນດາ ໜ້າວຽກບຸລິມະສິດ ຂອງກະຊວງ ປະກາດໃຊ້ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ. ພິທີຖະແຫລງຂ່າວກ່ຽວກັບການ ພິຈາລະນາຮັບຮອງ ແລະ ປະກາດໃຊ້ ລັດຖະທຳມະນູນ ສະບັບດັ່ງກ່າວ ຈັດ ຂຶ້ນໃນວັນທີ27ມີນາ2025ທີ່ນະຄອນ ຫລວງວຽງຈັນ ໂດຍທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາ ແຫ່ງຊາດຮອງປະທານ ຜູ້ປະຈຳການ ແລະ ຫົວໜ້າກອງເລຂາ ຄະນະກຳມະ ການລະດັບຊາດ ປັບປຸງລັດຖະທຳ rkp.8h dkooerk0v'ra d gIa f.sh de]a ' xtdv[vk;5 fg8u [.spj g0A ,c0'[+ 15 f1A ' ທີ່ແຂງແກ່ນ ປົກປັກຮັກສາປະເທດ ຊາດໄວ້ໃຫ້ໝັ້ນຄົງ, ດ້ານການປ້ອງກັນ ຊາດ ຮັບປະກັນເຮັດໃຫ້ປະເທດຊາດມີ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ. ສະຫາຍພັນໂທຄໍາຫລ້າພັນທະຈັກ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 301 ກອງພົນທີ 3 ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ B
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 28/03/2025 xtgmf]k; ນາຍົກລັດຖະມົນຕີ...ົັົີ ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ກອງປະຊຸມເວທີປຶກສາຫາລືໃນຄັ້ງ ນີ້, ເຊິ່ງຖືເປັນເວທີປຶກສາຫາລືທີ່ສໍາຄັນ ລະດັບພາກພື້ນ ທີ່ເຕົ້າໂຮມເອົາບັນດາ ຜູ້ນໍາ, ຜູ້ວາງນະໂຍບາຍ, ນັກຄົ້ນຄວ້າ, ຜູ້ຊ່ຽວຊານ, ນັກທຸລະກິດ ແລະ ຜູ້ຕາງ ໜ້າຈາກອົງການຈັດຕັ້ງສາກົນ, ສະ ຖາບັນການສຶກສາ, ສື່ມວນຊົນຕ່າງໆ ເພື່ອມາປຶກສາຫາລື ເຖິງທິດທາງໃນ ການຮ່ວມມື ໃນການສ້າງສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ ກໍຄື ການຮ່ວມກັນຊອກ ຫາວິທີການແກ້ໄຂບັນຫາ ແລະ ຮັບມື ສິ່ງທ້າທາຍຕ່າງໆ. ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນຢໍ້າເຖິງທັດສະນະ ຂອງ ສປປ ລາວ ຕໍ່ກັບການປະກອບ ສ່ວນເຂົ້າໃນການເສີມສ້າງຄວາມໝັ້ນ ຄົງ ແລະ ສະຖຽນລະພາບໃນພາກ ພື້ນ ແລະ ສາກົນ ໂດຍສະເພາະ ໃນໄລ ຍະທີ່ສະພາບການຂອງໂລກມີຄວາມ ເຄັ່ງຕຶງທາງດ້ານການເມືອງ ແລະ ເສດ ຖະກິດ, ການປ່ຽນແປງຂອງພູມມີ ສາດທີ່ຄາດການໄດ້ຍາກ ເຊິ່ງບໍ່ພຽງ ໄດ້ສົ່ງຜົນກະທົບຕໍ່ບັນດາປະເທດທີ່ ກ່ຽວຂ້ອງເທົ່ານັ້ນ ແຕ່ຍັງສົ່ງຜົນກະ ທົບອອກເປັນວົງກວ້າງຕໍ່ວົງຄະນະ ຍາດສາກົນ. ຕໍ່ໜ້າສະພາບການດັ່ງ ກ່າວນີ້, ປະຊາຄົມໂລກ ຕ້ອງມີການປັບ ຕົວ ແລະ ກຽມຄວາມພ້ອມເພື່ອຮັບມື ແລະ ຊອກຊ່ອງທາງໃນການເພີ່ມທະ ວີການຮ່ວມມືໃຫ້ຫລາຍກວ່າເກົ່າ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ພວກເຮົາ ຈະຕ້ອງໄດ້ສືບຕໍ່ຮັດແໜ້ນການເຊື່ອມ ໂຍງເຊື່ອມຈອດພາກພື້ນ ແລະ ໂລກ ໂດຍຜ່ານການພັດທະນາໂຄງລ່າງ ພື້ນຖານ, ການປະສານກົມກຽວດ້ານ ນະໂຍບາຍ ແລະ ການເຊື່ອມໂຍງລະ ຫວ່າງປະຊາຊົນກັບປະຊາຊົນ ແນ ໃສ່ສົ່ງເສີມຄວາມເຂົ້າໃຈ ແລະ ສ້າງ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ນອກນີ້, ທ່ານຍັງສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ທີ່ ທ່ານ ສີຈິ້ນຜິງ ໄດ້ປະກາດໃນ ປີ 2013 ເຊິ່ງຖືເປັນກົນໄກແຫ່ງການ ຮ່ວມມືພະຫຸພາຄີ ທີ່ທຸກຝ່າຍໄດ້ຮັບ ຜົນປະໂຫຍດຢ່າງແທ້ຈິງ, ທັງເປີດ ກວ້າງພັດທະນາເສດຖະກິດໂລກໃນ ທຸກດ້ານ ໂດຍຖືເອົາຄວາມຜາສຸກຂອງ ປະຊາຊົນໃນທົ່ວໂລກເປັນບຸລິມະສິດ ອັນດັບໜຶ່ງ ເຊິ່ງຂໍ້ລິເລີ່ມດັ່ງກ່າວໄດ້ ກາຍເປັນພື້ນຖານ ແລະ ສາມາດເຊື່ອມ ສານກັບກົນໄກການຮ່ວມມືໃນລະດັບ ພາກພື້ນຢ່າງກົມກືນ. ໃນນັ້ນ, ກໍແມ່ນ “ແຜນແມ່ບົດວ່າດ້ວຍການເຊື່ອມຈອດ ພາກພື້ນຂອງອາຊຽນ ປີ 2025” ກໍຄື ຍຸດທະສາດການຫັນປະເທດບໍ່ມີທາງ ອອກສູ່ທະເລ ມາເປັນສູນກາງເຊື່ອມ ຈອດຂອງ ສປປ ລາວ ໂດຍສະເພາະ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວຈີນ ແມ່ນໂຄງການຕົວແບບໜຶ່ງໃນ ການປະຕິບັດຄູ່ຮ່ວມຊາຕາກໍາ ລາວຈີນ, ຈີນ-ລາວ ແລະ ຖືເປັນການປະ ກອບສ່ວນທີ່ສໍາຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງລາວ ໃຫ້ເຕີບໃຫຍ່ ແລະ ຂະຫຍາຍຕົວ. ການເຂົ້າຮ່ວມກອງປະຊຸມເວທີປຶກ ສາຫາລືດັ່ງກ່າວ ຂອງທ່ານ ສອນໄຊ ສີພັນດອນ ແລະ ຄະນະໃນຄັ້ງນີ້ ໄດ້ຮັບ ຜົນສໍາເລັດຢ່າງຈົບງາມ ແລະ ຖືເປັນ ອີກໜຶ່ງບາດກ້າວໃນການຊຸກຍູ້ສົ່ງ ເສີມການພົວພັນຮ່ວມມືທາງດ້ານເສດ ຖະກິດ ຂອງ ສປປ ລາວ ໃນເວທີປຶກ ສາຫາລື ຂອງພາກພື້ນ ແລະ ສາກົນ. ຂ່າວ-ພາບ: ກຕທ ມະນູນ, ເຊິ່ງທ່ານໄດ້ກ່າວວ່າ: ການ ພິຈາລະນາຮັບຮອງ ແລະ ປະກາດໃຊ້ ລັດຖະທຳມະນູນສະບັບປີ2025 ແມ່ນ ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ເນື່ອງຈາກວ່າການປັບປຸງລັດຖະທໍາ ມະນູນຄັ້ງນີ້ ແມ່ນແນໃສ່ສືບຕໍ່ສ້າງ ການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານໃນລະບົບອໍານາດແຫ່ງ ລັດ ໃຫ້ມີປະສິດທິພາບສູງ ສ້າງບາດ ລ້ຽວໃໝ່ ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ການເຊື່ອມໂຍງ ເສດຖະກິດກັບພາກພື້ນ ແລະ ສາກົນ ຍູ້ ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ທັງ ເປັນການປັບປຸງນິຕິກໍາສູງສຸດຂອງລັດ ທີ່ເປັນກົດໝາຍພື້ນຖານຂອງຊາດ ໃຫ້ ສອດຄ່ອງກັບແນວທາງປ່ຽນແປງໃໝ່ ຂອງພັກ ແລະ ການຄຸ້ມຄອງ-ບໍລິຫານ ລັດໃນໄລຍະໃໝ່. ເນື້ອໃນລັດຖະທຳມະນູນ ສະບັບປີ 2025 ລວມມີ: ຄຳນໍາ ແລະ 14 ໝວດ 122 ມາດຕາ ທຽບໃສ່ລັດຖະທໍາມະ ນູນສະບັບປີ 2015 ແມ່ນມີຄຳນໍາ ແລະ 14 ໝວດ 119 ມາດຕາ ລື່ນພຽງ ແຕ່ 3 ມາດຕາ ໝາຍຄວາມວ່າມີມາດ ຕາໃໝ່ 5 ມາດຕາ ຄື ມາດຕາ 11 ກຳ ນົດກ່ຽວກັບຄວາມໝາຍຄວາມສຳ ຄັນ ຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ອຳນາດອະທິປະໄຕຂອງຊາດ, ມາດຕາ 103, 104, 105 ແລະ 106 ເຊິ່ງເປັນມາດຕາໃໝ່ ກຳນົດກ່ຽວກັບ ການກວດກາລັດ. ນອກຈາກ 5 ມາດ ຕາໃໝ່ນີ້ແລ້ວ ຍັງມີ 62 ມາດຕາ ໄດ້ມີ ການປັບປຸງ ແລະ ມາດຕາບໍ່ໄດ້ປັບປຸງ ປະກາດໃຊ້...້ ມີ 55 ມາດຕາ ໃນ 62 ມາດຕາທີ່ ມີການປັບປຸງນັ້ນບັນຫາສໍາຄັນ ແມ່ນ ໄດ້ປັບປຸງ ກ່ຽວກັບການປົກຄອງທ້ອງ ຖິ່ນ ເປັນຕົ້ນ ການແບ່ງຂັ້ນການປົກ ຄອງທ້ອງຖິ່ນເປັນ 3 ຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ. ພ້ອມນີ້, ລັດຖະທຳມະນູນ ສະບັບປີ 2015 ໄດ້ກຳນົດເອົາການປົກຄອງຂັ້ນບ້ານ ເປັນການປົກຄອງຕ່ຳສຸດ ແຕ່ລັດຖະ ທຳມະນູນ ປີິ 2025 ແມ່ນກຳນົດເອົາ ຂັ້ນຕາແສງເປັນຂັ້ນການປົກຄອງ ຕ່ຳສຸດ ສຳລັບຂັ້ນບ້ານແມ່ນເປັນ ການຈັດຕັ້ງຊຸມຊົນ ຫລື ການຈັດຕັ້ງ ຂອງປະຊາຊົນພາຍໃນບ້ານ ໂດຍ ມີການເລືອກຕັ້ງຕາມທີ່ໄດ້ກຳນົດໄວ້ ໃນລະບຽບການສະເພາະ, ພະນັກງານ ຂັ້ນຕາແສງຈະເປັນພະນັກງານລັດ ແລະ ຂັ້ນຕາແສງຈະເປັນຫົວໜ່ວຍ ງົບປະມານອີກຂັ້ນໜຶ່ງ. ພ້ອມກັນນີ້, ໄດ້ມີການປ່ຽນແປງຊື່ເອີ້ນຈາກເຈົ້າ ແຂວງ, ເຈົ້າຄອງນະຄອນຫລວງ, ເຈົ້າເມືອງ, ນາຍບ້ານ ມາເປັນປະທານ ຄະນະກຳມະການ ປົກຄອງນະຄອນ ຫລວງ, ປະທານຄະນະກຳມະການ ປົກຄອງແຂວງ, ປະທານຄະນະກຳ ມະການປົກຄອງເມືອງ ແລະ ປະທານ ຄະນະກຳມະການປົກຄອງຕາແສງ. ນອກຈາກການພິຈາລະນາຮັບຮອງ ແລະ ປະກາດໃຊ້ລັດຖະທຳມະນູນ ແລ້ວ ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດ ທີ IX ຍັງໄດ້ພິຈາລະນາຮັບຮອງເອົາ ກົດໝາຍການປົກຄອງທ້ອງຖິ່ນ ແລະ ກົດໝາຍພະນັກງານ-ລັດຖະກອນ ສະບັບປັບປຸງຕື່ມອີກ. ໃນໂອກາດນີ້, ທ່ານ ຈະເລີນ ເຍຍ ປາວເຮີ ໄດ້ຮຽກຮ້ອງໃຫ້ພະນັກງານ ສະມາຊິກພັກ ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ນັກທຸລະກິດ, ຊັ້ນຄົນ ແລະ ປະຊາຊົນລາວບັນດາ ເຜົ່າໃນທົ່ວປະເທດ ຈົ່ງພ້ອມກັນຍົກສູງ ສະຕິເຄົາລົບ ແລະ ປະຕິບັດລັດຖະທຳ ມະນູນ ແລະ ກົດໝາຍໃຫ້ເຂັ້ມງວດ ກວ່າເກົ່າ ພ້ອມກັນປະກອບສ່ວນປົກ ປັກຮັກສາ ແລະ ສ້າງສາປະເທດຊາດ ປະຕິບັດສິດ ແລະ ພັນທະຂອງຕົນໃຫ້ ຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳ ນົດໄວ້ໃນລັດຖະທຳມະນູນ ແລະ ກົດ ໝາຍ ພ້ອມທັງຍົກສູງນ້ຳໃຈຮັກຊາດ, ນ້ຳໃຈເປັນເຈົ້າຂອງປະເທດຊາດ, ສູ້ ຊົນຜ່ານຜ່າອຸປະສັກຕ່າງໆຮ່ວມແຮງ ຮ່ວມໃຈກັນສ້າງສາ ແລະ ພັດທະນາ ປະເທດຊາດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ເຮັດໃຫ້ ປະຊາຊົນຮັ່ງມີຜາສຸກ ປະເທດຊາດ ມັ່ງຄັ່ງເຂັ້ມແຂງ ສັງຄົມສາມັກຄີ ປອງ ດອງ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ. ພາບ: ເກດສະໜາ ພັກ ປປ ລາວ...ັ ຊ່ວຍເຫລືອກໍ່ສ້າງພັກເຮົາ ດ້ວຍຄວາມ ຈິງໃຈ, ທັງໄດ້ຕັ້ງໜ້າເປັນເຈົ້າການ ເຂົ້າຮ່ວມພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອ ກ່ອນ ແລະ ພາລະກິດ, ການປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ ຢ່າງສະເໝີຕົ້ນສະເໝີ ປາຍ. ພັກ ປປ ລາວ ຍາມໃດກໍສະດຸ້ງ ໄວຕໍ່ບັນຫາທີ່ເກີດຂຶ້ນ, ຮັບຮູ້ ແລະ ຍອມຮັບຂໍ້ຂາດຕົກບົກພ່ອງຢ່າງກ້າ ຫານ, ມີຄວາມປະດິດສ້າງເພື່ອປ່ຽນ ແປງ, ປັບປຸງ ແລະ ບູລະນະແນວທາງ, ແຜນນະໂຍບາຍທີ່ວາງອອກ ໃນແຕ່ລະ ໄລຍະ ໃຫ້ສອດຄ່ອງກວ່າເກົ່າ ແລະ ບໍລິບູນຂຶ້ນຢ່າງບໍ່ຢຸດຢັ້ງ. ສະຫາຍ ທອງລຸນ ສີສຸລິດ ຍັງໃຫ້ ຮູ້ອີກວ່າ: ໃນໄລຍະທີ່ການພັດທະນາ ຂຶ້ນສູ່ເສດຖະກິດ-ສັງຄົມ ລະດັບສູງ ແລະ ຂະຫຍາຍຕົວໄວນັ້ນ, ພັກໄດ້ຄໍາ ນຶງເຖິງ ແລະ ຊີ້ໃຫ້ເຫັນບັນຫາ, ທັງ ຕ້ອງຕີຖອຍທັດສະນະທີ່ບໍ່ຖືເອົາການ ເຕີບໂຕຂອງລວມຍອດຜະລິດຕະພັນ ພາຍໃນ (GDP) ແຕ່ດ້ານດຽວ ເປັນ ໄມ້ຫລາວັດແທກທັງໝົດຂອງພື້ນຖານ ເສດຖະກິດຂອງປະເທດ, ພວກເຮົາ ພະຍາຍາມຮັກສາໃຫ້ເສດຖະກິດເຕີບ ໂຕໃນຈັງຫວະອັນເໝາະສົມ, ມີຄຸນ ນະ ພາບ ແລະ ຍົກສູງລະດັບການເປັນ ຢູ່ທີ່ດີຂຶ້ນ ຂອງປະຊາຊົນ, ພັດທະນາ ເສດຖະກິດ ໄປຄຽງຄູ່ກັບການພັດທະ ນາດ້ານວັດທະນະທໍາ-ສັງຄົມ, ປົກ ປັກຮັກສາໄດ້ສິ່ງແວດລ້ອມ, ປົກປັກ ຮັກສາວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຊາດ ບໍ່ຖືກກະທົບ ກະເທືອນ ເຊິ່ງເນື້ອແທ້ແມ່ນການສ້າງ ຄວາມຈະເລີນດ້ານວັດຖຸ ແລະ ຄວາມ ສີວິໄລດ້ານຈິດໃຈ ໄປຄຽງຄູ່ກັນ, ຖືກ ຕາມທິດເອົາການພັດທະນາແບບຍືນ ຍົງ, ບໍ່ຟຸມເຟືອຍ, ປະຢັດທຶນຮອນ ເຂົ້າ ສູ່ການພັດທະນາພື້ນຖານໂຄງລ່າງທີ່ ຈຳເປັນ ໄປພ້ອມກັບການພັດທະນາ ຊັບພະຍາກອນມະນຸດ ບໍ່ຟຸມເຟືອຍໃນ ການໃຊ້ຊັບພະຍາກອນ, ບໍ່ເອົາການ ຂຸດຄົ້ນຊັບພະຍາກອນທໍາມະຊາດ ເພື່ອ ຫວັງສ້າງຮັ່ງຄູນມີ ໃຫ້ກັບປະເທດ ຊາດ ແລະ ປະຊາຊົນ. ພຶດຕິກຳຕົວຈິງ ໄດ້ພິສູດໃຫ້ເຫັນ ວ່າ: ແນວທາງປ່ຽນແປງໃໝ່ທີ່ພັກເຮົາ ວາງອອກນັ້ນ ແມ່ນຖືກຕ້ອງ, ສອດ ຄ່ອງ ແລະ ໄດ້ຮັບການສະໜັບສະໜູນ ຈາກປວງຊົນລາວທັງຊາດ, ເຖິງວ່າ ສະຖານະການຂອງໂລກ ໄດ້ຜັນແປ ໄປຢ່າງໄວວາ ແລະ ສັບສົນປານໃດ ກໍຕາມ, ແຕ່ການປະຕິບັດພາລະກິດ ປ່ຽນແປງໃໝ່ ກໍໄດ້ຮັບໝາກຜົນອັນ ສຳຄັນ ແລະ ເປັນພື້ນຖານໃນຫລາຍ ດ້ານຕະຫລອດມາ ໂດຍສະເພາະ ການ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ບົນຈິດໃຈ “ຍົກສູງຄວາມສາມາດ ນໍາພາຂອງພັກ, ເພີ່ມທະວີຄວາມສາ ມັກຄີເປັນປຶກແຜ່ນ ຂອງປະຊາຊົນ ໃນຊາດ, ຮັບປະກັນສະຖຽນລະພາບ ດ້ານການເມືອງຢ່າງໜັກແໜ້ນ, ຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ສູ່ ລວງເລິກ, ສ້າງການຫັນປ່ຽນການພັດ ທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະ ພາບໃໝ່ຢ່າງແຂງແຮງ, ຍົກລະດັບ ຄຸນນະພາບຊີວິດ ຂອງປະຊາຊົນໃຫ້ ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກ ສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ແມ່ນການສືບຕໍ່ເພີ່ມເຕີມເສີມຂະຫຍາຍ ບົດຮຽນ ແລະ ໝາກຜົນ ຂອງການ ປະຕິວັດ ຢູ່ປະເທດເຮົາ ພາຍໃຕ້ການ ນໍາພາຂອງພັກ ຕະຫລອດໄລຍະ 70 ປີ ກໍຄື ການຍົກລະດັບໜໍ່ແໜງປັດໄຈ ແລະ ພື້ນຖານແຫ່ງຜົນສໍາເລັດຂອງ ການຈັດຕັ້ງປະຕິບັດແນວທາງປ່ຽນ ແປງໃໝ່ຮອບດ້ານ ມີຫລັກການຂອງ ພັກເຮົາ ເກືອບ 40 ປີ ໃຫ້ເຂົ້າສູ່ລວງ ເລິກ ຕື່ມອີກ. ຂ່າວ: ທະນູທອງ ພາບ: ຂັນໄຊ ໄຂກອງປະຊຸມ...ຸ ໃນກອງປະຊຸມຜູ້ເຂົ້າຮ່ວມ ຍັງໄດ້ ຮັບຟັງການຜ່ານແຜນດຳເນີນງານ ຂອງສະພາວິທະຍາສາດຄົ້ນຄວ້າວຽກ ງານແນວລາວສ້າງຊາດ ປີ 2025 ພ້ອມທັງປະກອບຄຳຄິດຄຳເຫັນຕໍ່ຄຳ ຖາມເຈາະຈີ້ມກ່ຽວກັບເນື້ອໃນຈິດໃຈ ໃນການສ້າງຕັ້ງສະພາວິທະຍາສາດ, ວິທີໃນການຄົ້ນຄວ້າ, ການແບ່ງງານ ພາຍໃນຄະນະ ໃຫ້ມີຄວາມຮັດກຸມ. ໂອກາດນີ້, ທ່ານ ສິນລະວົງ ຄຸດ ໄພທູນ ໄດ້ເນັ້ນຕື່ມວ່າ: ການສ້າງຕັ້ງ ສະພາວິທະຍາສາດ ແມ່ນມີຄວາມ ຈຳເປັນ, ຄວາມຮຽກຮ້ອງຕ້ອງການ ເພື່ອພັດທະນາວຽກງານແນວລາວ ສ້າງຊາດ ເປັນໃຈກາງເຮັດໜ້າທີ່ວຽກ ງານແນວໂຮມໃຫ້ເຂັ້ມແຂງໜັກແໜ້ນ, ທຸກວຽກງານຖ້າບໍ່ມີການຄົ້ນຄວ້າ ກໍບໍ່ ມີການຫັນປ່ຽນໃໝ່; ຢາກອອກແບບ ຄົ້ນຄວ້າແບບບໍລິຫານ ໃຫ້ພະນັກງານ ແນວລາວສ້າງຊາດ ໄດ້ຄົ້ນຄວ້າຝຶກ ສະໝອງລອງປັນຍາ ໃຊ້ຄວາມຮູ້ ຄວາມສາມາດທີ່ໄດ້ຮຽນຮູ້ມາ ຍົກລະ ດັບພັດທະນາ ສ້າງອົງກອນຂອງພວກ ເຮົາໃຫ້ມີຄົນໜຸ່ມຫລາຍຂຶ້ນ. ປະກາດ ຕັ້ງສະພາຂຶ້ນມາແລ້ວ ພາລະບົດ ບາດ ຕ້ອງເຮັດຫລ້ອນໜ້າທີ່ດ້ວຍຄຸນ ນະພາບທີ່ດີ ແລະ ສະພາຕ້ອງເປັນ ເສນາທິການໃຫ້ຄະນະປະຈຳ ໃນການ ຄົ້ນຄວ້າຫົວຂໍ້ຕ່າງໆ ໃຫ້ເປັນບົດວິທະ ຍາສາດແທດເໝາະກັບສະພາບເງື່ອນ ໄຂໃນປັດຈຸບັນ. ພາບ-ຂ່າວ: ດວງມະນີ+ສຸວັນລີ ຮອງປະທານສະພາ... ຂອງປຶ້ມ 50 ປີ ແຫ່ງສາຍພົວພັນ ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃນລະ ຫວ່າງວັນທີ 23-27 ມີນາ 2025 ເພື່ອ ແບ່ງປັນບົດຮຽນທາງດ້ານປະຫວັດ ສາດແຫ່ງການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ສສ ຫວຽດນາມ ກໍຄື ລະຫວ່າງສອງສະພາແຫ່ງຊາດ ລາວຫວຽດນາມ ເຊິ່ງໄດ້ປະກອບສ່ວນສໍາ ຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມ ພູນຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດແລະປະຊາຊົນສອງ ຊາດ ລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງ ເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ສະຫາຍ ຫວໍ ຊວັນ ຫວິງ ໄດ້ລາຍ ງານຜົນສຳເລັດການພົບປະ, ເຮັດວຽກ ແລະ ປຶກສາຫາລືແລກປ່ຽນຄຳຄິດ ຄຳເຫັນເຊິ່ງກັນ ແລະ ກັນ ກັບຄະນະ ນຳກຳມາທິການການຕ່າງປະເທດ, ຄະນະຊ່ຽວຊານສະພາແຫ່ງຊາດ ລາວ ກ່ຽວກັບໂຄງສ້າງ, ເນື້ອໃນທັງ ຄັດເລືອກຮູບພາບ ເພື່ອປະກອບເຂົ້າ ໃນຮ່າງປຶ້ມ “50 ປີ ແຫ່ງສາຍພົວພັນ ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ”, ທັງ ຕີລາຄາສູງສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ກໍຄື ສອງສະພາແຫ່ງຊາດ ລາວຫວຽດນາມ ຕະຫລອດມາ. ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ ສະແດງຄວາມຍິນດີຕ້ອນຮັບຢ່າງ ອົບອຸ່ນ ທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການເຮັດວຽກ, ປຶກສາຫາລືແລກປ່ຽນຄຳເຫັນ ແລະ ຂໍ້ມູນທາງດ້ານເນື້ອໃນຂອງຮ່າງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງ ຊາດຫວຽດນາມ ກັບຄະນະຊ່ຽວຊານ ຂອງສະພາແຫ່ງຊາດລາວ ເຊິ່ງປຶ້ມ ດັ່ງກ່າວ ມີເນື້ອໃນຂ້ອນຂ້າງຄົບຖ້ວນ ເລີ່ມແຕ່ປະຫວັດແຫ່ງສາຍພົວພັນ ນັບ ແຕ່ປະຫວັດສາດ, ການຮ່ວມມືດ້ານ ການເມືອງ, ດ້ານເສດຖະກິດ-ສັງຄົມ, ວຽກງານປ້ອງການຊາດ-ປ້ອງກັນ ຄວາມສະຫງົບ, ການພົວພັນຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ລວມ ເຖິງທິດທາງການພົວພັນຮ່ວມມື ເຊິ່ງ ປຶ້ມນີ້ຈະເປັນບົດຮຽນ, ແຫລ່ງຂໍ້ມູນ, ເນື້ອໃນທີ່ສຳຄັນອັນລ້ຳຄ່າ ໃຫ້ແກ່ ຄົນຮຸ່ນໜຸ່ມໄດ້ສຶກສາ, ຄົ້ນຄວ້າ, ສືບ ທອດ ແລະ ປົກປັກຮັກສາສາຍພົວພັນ ແບບພິເສດ ລາວ-ຫວຽດນາມ ມີໜຶ່ງ ດຽວໃນໂລກ ໃຫ້ໝັ້ນຄົງຕະຫລອດໄປ. ພ້ອມນີ້, ສະຫາຍຍັງສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງ ສູງຕໍ່ຄະນະຊ່ຽວຊານຫວຽດນາມ ທີ່ ໄດ້ເອົາໃຈໃສ່ສຸມກໍາລັງແຮງ ແລະ ຫົວຄິດປັນຍາ ຄົ້ນຄວ້າການພົວພັນ ຮ່ວມມື, ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ລະ ຫວ່າງ ສະພາແຫ່ງຊາດລາວ ແລະ ສະພາ ແຫ່ງຊາດຫວຽດນາມ ມາຮອດປີນີ້ ພໍດີຄົບຮອບ 50 ປີ, ຄະນະຮັບຜິດຊອບ ຂຽນປຶ້ມດັ່ງກ່າວ ກໍຈະເຮັດສຳເລັດ ເນື້ອໃນ ລວມທັງການປະກອບຮູບ ພາບ, ການອອກແບບ ເພື່ອໃຫ້ທັນຈັດ ພິມຈຳໜ່າຍ ແລະ ເຜີຍແຜ່ ໃຫ້ສຳເລັດ ພາຍໃນເດືອນກັນຍາ 2025 ນີ້. ຂ່າວ-ພາບ: ສພຊ ພະນັກງານ-ນັກຮົບ ທົ່ວກອງພັນໃຫຍ່ 301 ໃຫ້ສຳພາດໃນໂອກາດວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ ໂດຍສະຫາຍໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະ 70 ປີ, ພັກໄດ້ພິສູດ ໃຫ້ເຫັນວ່າ ບັນຫາຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ມີຫລັກການ ຂອງພັກ ໄດ້ມີຜົນງານສໍາເລັດຫລາຍ ດ້ານ ເຊິ່ງໃນເບື້ອງຕົ້ນ ພວກເຮົາສາ ມາດປົກປັກຮັກສາອຳນາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງ ຊາດຢ່າງໝັ້ນຄົງ, ການພັດທະນາເສດ ທະກິດ-ສັງຄົມ ໄດ້ດໍາເນີນໄປຢ່າງ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາ ຊົນບັນດາ ເຜົ່ານັບມື້ດີຂຶ້ນກວ່າເກົ່າ ຖ້າທຽບໃສ່ແຕ່ກ່ອນ, ແນວທາງການ ຕ່າງປະເທດຂອງພັກ ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງມີໝາກຜົນສູງ, ຊື່ສຽງບົດບາດຂອງ ສປປ ລາວ ໄດ້ ສູງເດັ່ນຂຶ້ນໃນເວທີສາກົນ ແລະ ພາກ ພື້ນ. ຕໍ່ກັບກຳລັງປະກອບອາວຸດ ໂດຍ ສະເພາະແມ່ນ ກອງທັບປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີ ເຮັດໃຫ້ກຳລັງປະກອບອາວຸດເຕີບ ໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ສະຫາຍ ພັນໂທ ຄໍາຫລ້າ ພັນທະ ຈັກ ຍັງໃຫ້ຮູ້ອີກວ່າ: ໄລຍະຜ່ານມາ ກໍຄື ປັດຈຸບັນ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 301 ໄດ້ນໍາພາກົມກອງ ຮາກຖານເຄື່ອນໄຫວ ເຮັດໃຫ້ສະພາບ ໃນຂອບເຂດຮັບຜິດຊອບ ຂອງກົມ ກອງມີຄວາມສະຫງົບ, ເຮັດໃຫ້ຂອບ ເຂດຊາຍແດນ ຕາເວັນຕົກສ່ຽງເໜືອ ຂອງປະເທດແຕ່ ເມືອງປາກທາ ແຂວງ ບໍ່ແກ້ວ-ເມືອງຄອບ-ເມືອງຊຽງຮ່ອນເມືອງເງິນ ແຂວງໄຊຍະບູລີ ມີຄວາມ ສະຫງົບຢ່າງໜັກແໜ້ນ, ໄດ້ຊີ້ນໍາ ບັນດາກົມ ກອງຮາກຖານທີ່ຂຶ້ນກັບຫັນ ເອົາພະນັກງານລົງກໍ່ສ້າງຮາກຖານ ການເມືອງ ແບບມູນເຊື້ອຕິດພັນກັບ ການພັດທະນາຊົນນະບົດຮອບດ້ານ ຕາມທາງກວ້າງ, ທາງເລິກ. ດ້ານວຽກ ງານປັບປຸງກໍ່ສ້າງກໍາລັງ ໄດ້ສຸມໃສ່ ນໍາພາວຽກງານສຶກສາອົບຮົບການ ເມືອງແນວຄິດ ໃຫ້ພະນັກງານ-ສະມາ ຊິກພັກ-ນັກຮົບ ໃນທົ່ວກອງພັນໃຫຍ່ ມີ ຄຸນທາດການເມືອງໜັກແໜ້ນ ມີຄວາມ ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄຸນສົມບັດສິນທຳປະຕິ ວັດ, ມີຄວາມເດັດດ່ຽວໜຽວແໜ້ນ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ຈັດຕັ້ງ ເຜີຍແຜ່ເຊື່ອມຊຶມ ບັນດາມະຕິຕ່າງໆ ຂອງ ພັກ. ພ້ອມກັນນີ້, ຍັງໄດ້ສຸມໃສ່ກໍ່ ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງ ພາຍໃຕ້ການນຳພາ...້ ນັບແຕ່ຂັ້ນ ກອງພັນໃຫຍ່ ລົງຮອດກົມ ກອງຮາກຖານ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ, ວຽກງານ ກໍ່ສ້າງພັກ ກໍໄດ້ ເອົາໃຈໃສ່ດໍາເນີນຢ່າງຕັ້ງໜ້າ ເປັນຕົ້ນ ແມ່ນການກໍ່ສ້າງໜ່ວຍພັກ ປອດໃສ່ ເຂັ້ມແຂງ ໜັກແໜ້ນ ເຊິ່ງສາມາດຮັບ ຮອງໄດ້ 27 ໜ່ວຍພັກ, ເທົ່າກັບ 90% ຂອງຈານວນໜ່ວຍພັກທັງໝົດໃນທົ່ວ ກອງພັນໃຫຍ່, ມີສະມາຊິກພັກແຂງ ກວມເອົາ 76,24% ຂອງຈໍານວນ ສະມາຊິກພັກທັງໝົດ, ການກໍ່ສ້າງພະ ນັກງານ ກໍໄດ້ດໍາເນີນໄປຢ່າງຕໍ່ເນື່ອງ ຮັບປະກັນລັກສະນະສືບທອດປ່ຽນ ແທນໄປແຕ່ລະຮຸ່ນ ໄປຕາມແຜນກຳ ນົດສ້າງພະນັກງານໃນແຕ່ລະໄລຍະ, ໄຈັດສົ່ງພະນັກງານໄປຮຽນກໍ່ສ້າງຢູ່ ພາຍໃນ ແລະ ຕ່າງປະເທດ. ນອກນັ້ນ, ຍັງປະຕິບັດນະໂຍບາຍຕໍ່ພະນັກງານນັກຮົບ, ເອົາໃຈໃສ່ສຶກສາອົບຮົມໃຫ້ ພະນັກງານ-ນັກຮົບປະຕິບັດແນວທາງ ການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພື່ອນມິດຍຸດທະສາດ ສສ ຫວຽດ ນາມ, ສປ ຈີນ, ລັດເຊຍ ແລະ ບັນດາປະ ເທດໃກ້ຄຽງທີ່ມີຊາຍແດນຕິດຈອດ. ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ພ້ອມທັງໄດ້ຍົກໃຫ້ເຫັນ ຂອບການຮ່ວມມື ດ້ານຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ສົນ ທິສັນຍາ, ສັນຍາສາກົນ ແລະ ການ ຊ່ວຍເຫລືອຂອງບັນດາປະເທດ ທີ່ບັນ ດາທ່ານທູດ ຈະໄດ້ໄປປະຈໍາການຢູ່. ທ່ານລັດຖະມົນຕີ ຍັງໄດ້ຮຽກຮ້ອງ ໃຫ້ບັນດາເອກອັກຄະລັດຖະທູດ ຈົ່ງ ພ້ອມກັນສືບຕໍ່ຊຸກຍູ້ຜັນຂະຫຍາຍ ບັນ ດາຂົງເຂດວຽກງານ ທີ່ໄດ້ຈັດຕັ້ງປະຕິ ບັດໃນໄລຍະຜ່ານມາ ເພື່ອເຮັດໃຫ້ການ ພົວພັນຮ່ວມມືນັບມື້ດີຂຶ້ນ ແລະ ເຮັດໃຫ້ ປະເທດຊາດເກີດຜົນປະໂຫຍດສູງສຸດ. ຂ່າວ: ອະພິເດດ ແສງດາລາ ລັດຖະມົນຕີ ກຊສ...ັົີ ສປປ ລາວ... ພະນັກງານຈາກພາກລັດ, ສະຖາບັນ ການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ. ທ່ານ ເດຊານູລາດ ແສນດວງເດດ ວ່າການອະທິການບໍດີ ມະຫາວິທະຍາ ໄລແຫ່ງຊາດ ໄດ້ກ່າວວ່າ: ການສະ ເຫລີມສະຫລອງຄັ້ງນີ້ ເປັນເວທີທີ່ສໍາ ຄັນ ເພື່ອໃຫ້ພວກເຮົາເສີມສ້າງການ ຮ່ວມມື, ພັດທະນານະໂຍບາຍ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານ ສັງຄົມສົງເຄາະ ເພື່ອປະກອບສ່ວນ ເຂົ້າໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມ ທົນທານຕໍ່ສະພາບດິນຟ້າອາກາດ ພ້ອມທັງ ຊ່ວຍໃນການສ້າງອະນາຄົດ ທີ່ມີຄວາມທົນທານໃຫ້ແກ່ຊຸມຊົນໃນ ທົ່ວພາກພື້ນ. ທ່ານ ນາງ ມາກະລີ ໂຣເມເດັນ ຮອງຜູ້ຕາງໜ້າອົງການສະຫະປະຊາ ຊາດ ສໍາລັບເດັກ ປະຈໍາ ສປປລາວ ໄດ້ ກ່າວວ່າ: ອົງການອຸຍນິເຊັບເຊື່ອໝັ້ນ ວ່າ ບຸກຄະລາກອນສັງຄົມສົງເຄາະທີ່ ເຂັ້ມແຂງ ເປັນສິ່ງຈໍາເປັນສໍາລັບການ ປົກປ້ອງເດັກ ແລະ ການສ້າງຊຸມຊົນ ທີ່ມີຄວາມທົນທານ, ດ້ວຍເຫດນີ້, ອົງ ການອຸຍນິເຊັບ ຈຶ່ງໄດ້ເຮັດວຽກຮ່ວມ ກັບກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ, ມະຫາວິທະຍາໄລ ແຫ່ງຊາດ ແລະ ຄູ່ຮ່ວມງານອື່ນໆ ເພື່ອ ຮັບປະກັນວ່ານັກສັງຄົມສົງເຄາະ ໄດ້ ຮັບການຮັບຮູ້, ໄດ້ຮັບການຝຶກອົບຮົມ ແລະ ໄດ້ຮັບການສະໜັບສະໜູນທີ່ ເຂົາເຈົ້າສົມຄວນໄດ້ຮັບ. ເຫດການໄພພິບັດທີ່ຜ່ານມາ ເຊັ່ນ ພະຍຸຢາກິ ທີ່ເກີດຂຶ້ນໃນປີ 2024 ໄດ້ ເຮັດໃຫ້ເກີດນໍ້າຖ້ວມຢ່າງຮຸນແຮງໃນ ແຂວງຫລວງນໍ້າທາ ເຊິ່ງໄດ້ສະແດງ ໃຫ້ເຫັນຄວາມສຳຄັນ ຂອງຄໍາແນະນໍາ ຂອງພາກພື້ນສໍາລັບປະເທດສະມາຊິກ ອາຊຽນ ກ່ຽວກັບບົດບາດຂອງນັກ ສັງຄົມສົງເຄາະ ແລະ ບຸກຄະລາກອນ ສັງຄົມສົງເຄາະ ໃນການຫລຸດຜ່ອນ ຄວາມສ່ຽງຈາກໄພພິບັດ ແລະ ການ ສ້າງຄວາມທົນທານຕໍ່ສະພາບດິນຟ້າ ອາກາດ. ນັກສັງຄົມສົງເຄາະເຄິ່ງມື ອາຊີບ ໄດ້ມີບົດບາດສຳຄັນໃນການ ລະບຸເດັກທີ່ມີຄວາມສ່ຽງ, ເຊື່ອມຕໍ່ ຄອບຄົວເດັກເຫລົ່ານັ້ນ ກັບການບໍລິ ການໃນພາວະສຸກເສີນ ແລະ ໃຫ້ການ ຊ່ວຍເຫລືອດ້ານຈິດໃຈຢູ່ໃນທີ່ພັກ ອາໄສຊົ່ວຄາວ, ຊ່ວຍຫລຸດຜ່ອນຄວາມ ສ່ຽງ ແລະ ການຟື້ນຟູໃນຊຸມຊົນ. ສປປ ລາວ ພວມຮ່າງກົດໝາຍ ວ່າດ້ວຍວຽກງານສັງຄົມສົງເຄາະ, ເຊິ່ງເປັນກົດໝາຍສະບັບທຳອິດກ່ຽວ ກັບວຽກງານສັງຄົມສົງເຄາະຂອງ ປະເທດ ຄາດວ່າກົດໝາຍສະບັບນີ້ ຈະຖືກຮັບຮອງໃນທ້າຍປີນີ້. ພາຍໃຕ້ ກົດໝາຍດັ່ງກ່າວ ວິຊາຊີບສັງຄົມສົງ ເຄາະ ຈະໄດ້ຮັບການພັດທະນາ ແລະ ຮັບປະກັນບໍລິການທີ່ມີຄຸນນະພາບ. ໃນຂະນະດຽວກັນ, ມະຫາວິທະຍາໄລ ແຫ່ງຊາດ ກໍໄດ້ປັບປຸງຫລັກສູດ ປະ ລິນຍາຕີ ພາກວິຊາສັງຄົມສົງເຄາະ ເພື່ອລວມເອົາຫົວຂໍ້ການຫລຸດຜ່ອນ ຄວາມສ່ຽງ ຈາກໄພພິບັດ ແລະ ສະ ພາບອາກາດເຂົ້າໃນຫລັກສູດດັ່ງກ່າວ ເພື່ອກຽມພ້ອມນັກສຶກສາ ສຳລັບການ ແກ້ໄຂສິ່ງທ້າທາຍ ຈາກການປ່ຽນ ແປງດິນຟ້າອາກາດ ແລະ ຄວາມສ່ຽງ ທາງດ້ານສັງຄົມ. ໃນຂະນະທີ່ ອາຊຽນ ພວມຜະເຊີນ ກັບຄວາມສ່ຽງ ດ້ານສະພາບອາກາດ ທີ່ເພີ່ມຂຶ້ນ, ການນຳພາຂອງ ສປປ ລາວ ໃນການສົ່ງເສີມວຽກງານສັງຄົມ ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການ ລົງທຶນ ໃສ່ການພັດທະນາບຸກຄະລາ ກອນ ສັງຄົມສົງເຄາະທີ່ເຂັ້ມແຂງ ແລະ ມີຄວາມທົນທານໃນທົ່ວອາຊີຕະເວັນ ອອກສຽງໃຕ້.
RkJQdWJsaXNoZXIy MTc3MTYxMQ==