ວິທີປ້ອງກັນບໍ່ໃຫ້ເກີດພະຍາດຖອກທ້ອງ

24/03/2025 06:28
Email Print 537
ຂປລ ພະຍາດຖອກທ້ອງກໍເປັນອີກພະຍາດໜຶ່ງທີ່ມັກເກີດຂຶ້ນໄດ້ງ່າຍໃນໄລຍະລະດູຮ້ອນ ຊຶ່ງເກີດຈາກການຮັບປະທານອາຫານ ຫລື ດ່ືມນ້ຳທ່ີມີເຊ້ືອພະຍາດປົນເປ້ືອນ, ຮັບປະທານອາຫານສຸກໆດິບໆ ຫລື ອາຫານຂ້າມຄືນເຫລ່ົານ້ີເປັນຕ້ົນ.

      *ພະຍາດຖອກທ້ອງກໍເປັນອີກພະຍາດໜຶ່ງທີ່ມັກເກີດຂຶ້ນໄດ້ງ່າຍໃນໄລຍະລະດູຮ້ອນ ຊຶ່ງເກີດຈາກການຮັບປະທານອາຫານ ຫລື ດ່ືມນ້ຳທ່ີມີເຊ້ືອພະຍາດປົນເປ້ືອນ, ຮັບປະທານອາຫານສຸກໆດິບໆ ຫລື ອາຫານຂ້າມຄືນເຫລ່ົານ້ີເປັນຕ້ົນ. ພະຍາດນີ້ສ່ວນຫລາຍມັກເກີດຂຶ້ນກັບກຸ່ມເດັກນ້ອຍ 5 ປີລົງມາ ແລະ ຜູ້ທີ່ມີພູມຕ້ານທານຕໍ່າ. ດັ່ງນັ້ນຄໍລໍາສຶກສາຫາຄວາມຮູ້ ຂໍແນະນໍາກ່ຽວກັບອາການຂອງພະຍາດຖອກ ທ້ອງດັ່ງນີ້:

     ຄົນທີ່ເປັນພະຍາດຖອກທ້ອງຈະຖ່າຍໜັກເປັນນ້ຳຫລາຍໆເທື່ອ, ບາງຄົນກໍມີອາການອື່ນໆເຊັ່ນ: ມີ ໄຂ້, ເຈັບຫົວ, ອ່ອນເພຍ, ຮາກ,ທ້ອງເບັງ, ໜາວສັ່ນເຫລົ່ານີ້ເປັນຕົ້ນທັງ ນີ້ກໍຍ້ອນວ່າຮ່າງກາຍຂາດນ້ຳຈາກການຖອກທ້ອງຈຶ່ງເກີດມີອາການຂ້າງຄຽງ. ສະນັ້ນ, ຮ່າງກາຍຈ່ຶງຕ້ອງການນ້ຳທົດແທນໃຫ້ສົມດູນກັບນ້ຳທີ່ເສຍໄປດ້ວຍການດື່ມນ້ຳປະສົມໂອຣາລິດ ຫລື ນ້ຳໝາກພ້າວອ່ອນ, ນໍ້າຊາອ່ອນ ຫລື ນ້ຳຕົ້ມເຂົ້າ. ພະຍາດຖອກທ້ອງ, ອະຫິຫວາ ແລະ ທ້ອງບິດສາມາດຕິດຕໍ່ສູ່ຄົນອື່ນໄດ້ໂດຍຄົນທີ່ມີເຊື້ອພະຍາດໄປຖ່າຍຊະຊາຍ, ພະຍາດກໍ່ຈະແພ່ໄປຕາມດິນ, ຕາມພືດຜັກຕ່າງໆ ຫລື ມີແມງວັນຕອມສິ່ງເປິເປື້ອນແລ້ວໄປຕອມອາຫານເຊ້ືອພະຍາດກໍຈະເຂ້ົາສູ່ຮ່າງກາຍຂອງເຮົາໄດ້.

    ເພື່ອຫລີກລ່ຽງພະຍາດດັ່ງກ່າວ ຄວນປະຕິບັດຫລັກອະນາໄມ 3 ສະອາດຄື: ຢູ່ສະອາດ, ກິນສະອາດ ແລະ ດື່ມສະອາດໝາຍຄວາມວ່າໃຊ້ນ້ຳສະອາດ, ດ່ື່ມນ້ຳສະອາດ, ຢູ່ສະອາດ ຫລື ດື່ມນ້ຳຕົ້ມສຸກເປັນປະຈຳ, ປົກປັກຮັກສານ້ຳໃຊ້ໃຫ້ສະອາດ, ກິນອາຫານສຸກດີ, ເກັບມ້ຽນອາຫານການກິນໃຫ້ດີບໍ່ໃຫ້ມີແມງວັນຕອມ, ຜັກລ້າງໃຫ້ສະອາດ, ລ້າງມືໃສ່ສະບູທຸກຄັ້ງກ່ອນ ແລະ ຫລັງກິນອາຫານ, ຖ່າຍໃສ່ວິດທຸກຄັ້ງ (ບໍ່ຖ່າຍຊະຊາຍ), ອະນາໄມເຮືອນຊານ ແລະ ສະພາບແວດລ້ອມໃຫ້ສະອາດ. ນອກນັ້ນກໍ່ຄວນສອນລູກຫລານໃຫ້ປະຕິບັດຕາມຫລັກອະນາໄມ 3 ສະອາດຢ່າງເຄັ່ງຄັດເພື່ອປ້ອງກັນບໍ່ໃຫ້ເປັນພະຍາດຖອກທ້ອງ.

ຮຽບຮຽງໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

    • ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາບົດ-ສາລະຄະດີ

      ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາ

      3/26/2025 10:50:50 AM

      ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025), ທົ່ວປະເທດ ໄດ້ພ້ອມກັນສະເຫລີມສະຫລອງໂຮມຊຸມນຸມວັນດ່ັງກ່າວ ຢ່າງມີຄວາມໝາຍເລິກເຊ່ິງ.

    • ຄຸນປະໂຫຍດຂອງຜັກກະລໍ່າບົດ-ສາລະຄະດີ

      ຄຸນປະໂຫຍດຂອງຜັກກະລໍ່າ

      3/26/2025 10:04:23 AM

      ຜັກກະລໍ່າ ແມ່ນຜັກທີ່ຄົນນິຍົມບໍລິໂພກ ເນື່ອງຈາກສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍເຍື່ອງ ບໍ່ວ່າຈະນໍາມາເຮັດເຍື່ອເຂົ້າປຸ້ນ, ເຮັດສົ້ມຜັກ, ຂ້ົວ ຫລື ລວກກັບແຈ່ວ ແລະ ອ່ືນໆ ແລ້ວແຕ່ຈະນຳມາປະຍຸກໃນອາຫານ.

    • ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານບົດ-ສາລະຄະດີ

      ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານ

      3/25/2025 9:15:56 AM

      ຖ້າຈະເອີຍເຖິງຮ້ານເຂົ້າປຽກນາງ ສອນ ບ້ານດົງປາລານ ຫລາຍຄົນຕ້ອງອາດຄຸນເຄີຍ ຫລື ຫລາຍຄົນກໍອາດຈະເປັນຂາປະຈໍາກໍເປັນໄດ້ ເພາະຮ້ານເພີ່ນເປັນອີກຮ້ານໜຶ່ງທີ່ເປີດມາຍາວນານ ຊຶ່ງເລີ່ມເປີດແຕ່ ປີ 2006 ຕອນນັ້ນ ຂາຍເລີ່ມຕົ້ນຖ້ວຍ 3.000 ກີບເທົ່ານັ້ນ ຈົນວັນເວລາຜ່ານໄປເສດຖະກິດກໍມີການປ່ຽນແປງຂຶ້ນຕາມເສດຖະກິດໂລກ ຈຶ່ງເຮັດໃຫ້ການຄ້າຂາຍກໍມີການເໜັງຕີງຂຶ້ນຕາມການເວລາສັງເກດໄດ້ຈາກລາຄາ 3.000 ສູ່ 30.000 ກີບໃນປັດຈຸບັນ.

    • ລ້ຽງງົວຂາຍ ສ້າງລາຍຮັບຫລາຍຮ້ອຍລ້າຍກີບຕໍ່ປີບົດ-ສາລະຄະດີ

      ລ້ຽງງົວຂາຍ ສ້າງລາຍຮັບຫລາຍຮ້ອຍລ້າຍກີບຕໍ່ປີ

      3/24/2025 7:03:22 PM

      ພາຍໃຕ້ການນໍາພາ-ຊີ້ນຳອັນສະຫລາດສ່ອງໃສຂອງພັກ ກໍຄືອົງການຈັດຕັ້ງຕ່າງໆ ໄດ້ມີແຜນພັດທະນາເສດຖະກິດ-ສັງຄົມ ເຫັນໄດ້ວຽກງານພັດທະນາແກ້ໄຂ້ຄວາມທຸກຍາກຂອງປະຊາຊົນເປັນວຽກງານສຳຄັນ ໂດຍໄດ້ສົ່ງເສີມການຜະລິດກະສິກຳການປູກ-ການລ້ຽງ ເພື່ອຂາຍກາຍເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ.

    • ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານບົດ-ສາລະຄະດີ

      ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ

      3/24/2025 6:57:08 PM

      ທ້າຍອາທິດຜ່ານມານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.

ads
ads

Top