ຂປລ
ແມ່ຍິງລາວ ມີມູນເຊື້ອດຸໝັ່ນໃນການອອກແຮງງານ ແລະ ເພີ່ມພູນຜະລິດຜົນ, ໂດຍຖືເອົາວຽກງານຫັດຖະກຳຕໍ່າຫູກ ເພື່ອສ້າງລາຍຮັບເຂົ້າຄອບຄົວ.
*ແມ່ຍິງລາວ ມີມູນເຊື້ອດຸໝັ່ນໃນການອອກແຮງງານ ແລະ ເພີ່ມພູນຜະລິດຜົນ, ໂດຍຖືເອົາວຽກງານຫັດຖະກຳຕໍ່າຫູກ ເພື່ອສ້າງລາຍຮັບເຂົ້າຄອບຄົວ. ດັ່ງຄອບຄົວທ່ານ ນາງ ຊື ແສງດາໄຊ ອາຍຸ 40 ປີ ສະມາຊິກສະຫະພັນແມ່ຍິງໜ່ວຍສະຫະພັນແມ່ຍິງຮາກຖານບ້ານກັນດອນໃໝ່ ເມືອງທ່າແຕງ ແຂວງເຊກອງ ກໍແມ່ນຄອບຄົວໜ່ຶງທີ່ເຮັດທຸລະກິດກ່ຽວກັບການຜະລິດຫັດຖະກໍາຕໍ່າຫູກ (ຕໍ່າສ້ິນຊົນເຜ່ົາ) ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວມີຢູ່ມີກິນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ.

ທ່ານ ນາງ ຊື ແສງດາໄຊ ໃຫ້ຮູ້ໃນໂອກາດປະກອບຄໍາເຫັນຕ່ໍກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງເຊກອງ ຄັ້ງທີ VII ເມື່ອບ່ໍ ດົນຜ່ານມາວ່າ: ພາຍໃນຄອບຄົວມີສະມາຊິກທັງໝົດ 9 ຄົນ, ຍິງ 4 ຄົນ, ມີແຮງງານຕົ້ນຕໍ 6 ຄົນ. ໃນເມື່ອກ່ອນຖານະຄອບຄົວຂອງຕົນແມ່ນທຸກຍາກຂາດເຂີນ, ໂດຍອີງໃສ່ທິດຊີ້ນໍາຂອງຄະນະພັກ, ອົງການປົກຄອງແຂວງ-ເມືອງ ກໍຄືຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ເມືອງ ແລະ ໜ່ວຍສະຫະພັນແມ່ຍິງບ້ານທີ່ໄດ້ປຸກລະດົມຂະບວນການສ້າງເສດຖະກິດຄອບຄົວຕາມຄໍາຂວັນທີ່ວ່າ: “ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ” ໂດຍອີງໃສ່ທ່າແຮງ ແລະ ຄວາມສາມາດຕົວຈິງຂອງແຕ່ລະຄອບຄົວ. ສະນ້ັນ, ຕົນເອງປຶກສາ ຫາລືກັບຄອບຄົວເພື່ອຊອກຫາແນວທາງໃນການພັດທະນາຊີວິດການເປັນຢູ່ຂອງຄອບຄົວ ແລະ ໄດ້ຕັດສິນໃຈຖືເອົາການຜະລິດຫັດຖະກໍາຕໍ່າຫູກ (ຕໍ່າສິ້ນຊົນເຜົ່າ) ແລະ ປູກຝັງເປັນອາຊີບຫລັກຂອງຄອບຄົວ.

ສໍາລັບການຕ່ໍາສ້ິນຊົນເຜ່ົາໃນເບື້ອງຕົ້ນຄອບຄົວຂອງຕົນມີທຶນພຽງແຕ່ 1.000.000 ກີບ ແລະ ຂ້າພະເຈົ້າກໍ່ໄດ້ນໍາໃຊ້ທຶນດັ່ງກ່າວ ເປັນທຶນໝູນວຽນ, ການຕໍ່າສິ້ນກໍມີຈໍານວນຈໍາກັດ, ການອອກແບບລວດລາຍ ແລະ ອື່ນໆຍັງບ່ໍທັນຫລາກຫລາຍສີສັນ, ແຕ່ສັງຄົມພັດໃຫ້ຄວາມສົນໃຈຫລາຍ. ເມື່ອເຫັນໄດ້ຄວາມໝາຍສໍາຄັນຕໍ່ມາຄະນະພັກ-ອົງການປົກຄອງແຂວງ- ເມືອງໂດຍສະເພາະສະຫະພັນແມ່ຍິງແຂວງ ແລະ ຫ້ອງການສະຫະພັນແມ່ຍິງເມືອງ ໄດ້ໃຫ້ການຊຸກຍູ້ສົ່ງເສີມມອບທຶນໝູນວຽນຈໍານວນໜ່ຶງໃຫ້ພ້ອມທັງແນະນໍາດ້ານເຕັກນິກການຕໍ່າ, ການອອກແບບລວດລາຍ ແລະ ອື່ນໆ ເພື່ອໃຫ້ມີຄຸນນະພາບນໍາໃຊ້ໄດ້ດົນ, ເຮັດໃຫ້ຄອບຄົວຂອງຕົນສາມາດຕໍ່າສິ້ນຊົນເຜົ່າໃນປະລິມານທີ່ເພີ່ມຂຶ້ນ ແລະ ຂາຍເປັນສິນຄ້າ ໂດຍການວາງຂາຍກັບທີ່ພາຍໃນບ້ານໃນລາຄາ 250.000 ກີບຂຶ້ນໄປ, ໃນປີໜຶ່ງຄອບຄົວຂອງຂ້າພະເຈົ້າມີລາຍຮັບຈາກການຂາຍສິ້ນຊົນເຜົ່າບວກກັບລາຍຮັບອື່ນໆປະມານ 90 ລ້ານກີບ ຕໍ່ປີ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າຈາກອາຊີບຕໍ່າຫູກ (ຕໍ່າສິ້ນຊົນເຜົ່າ) ເຮັດໃຫ້ຄອບຄົວຂອງຂ້າພະເຈົ້າມີຢູ່ມີກິນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ.
ທ່ານ ນາງ ຊື ແສງດາໄຊ ໃຫ້ຮູ້ຕື່ມວ່າ: ກິດຈະກໍາຕໍ່າຫູກຂອງຄອບຄົວໄດ້ມີທ່າຂະຫຍາຍຕົວນັ້ນ ກໍ່ຍ້ອນມີແນວທາງນະໂຍບາຍອັນສະຫລາດສ່ອງໃສ ແລະ ຖືກຕ້ອງຂອງພັກ-ລັດ ແລະ ການຊຸກຍູ້ສົ່ງເສີມຢ່າງໃກ້ຊິດຕິດແທດຂອງການຈັດຕັ້ງທຸກຂັ້ນ ໂດຍສະເພາະແມ່ນສະຫະພັນແມ່ຍິງແຂວງ ແລະ ຫ້ອງການສະຫະພັນແມ່ຍິງເມືອງທ່າແຕງ ທີ່ລົງມາໃຫ້ຄໍາຄິດຄໍາເຫັນຊີ້ແນະຊ່ອງທາງກິດຈະກໍາຕໍ່າຫູກ. ໄປຄຽງຄູ່ກັນນັ້ນ, ຄະນະໜ່ວຍສະຫະພັນແມ່ຍິງບ້ານ ກໍ່ໄດ້ປຸກລະດົມຂົນຂວາຍ ແລະ ຊຸກຍູ້ໃຫ້ເອື້ອຍນ້ອງແມ່ຍິງພາຍໃນບ້ານເປັນເຈົ້າການພັດທະນາເສດຖະກິດຄອບຄົວ ໂດຍຖືເອົາການຕໍ່າຫູກ (ຕ່ໍາສິ້ນຊົນເຜ່ົາ) ທັງເປັນການສ້າງວຽກເຮັດງານທໍາໃຫ້ເອື້ອຍນ້ອງແມ່ຍິງ. ສໍາລັບທິດທາງແຜນການໃນຕໍ່ໜ້າຕົນເອງຈະສຸມໃສ່ພັດທະນາການຕໍ່າສິ້ນຊົນເຜົ່າໃຫ້ມີຄວາມຫລາກຫລາຍສີສັນ, ມີຄຸນນະພາບ ແລະ ເປັນທີ່ຍອມຮັບຂອງສັງຄົມ. ພ້ອມນັ້ນ, ກໍສະເໜີຂະແໜງການກ່ຽວຂ້ອງຊ່ວຍຊອກຕະຫລາດຈໍາໜ່າຍ ແລະ ສະໜັບສະໜູນທຶນຮອນເພື່ອສົ່ງເສີມຫັດຖະກໍາຕໍ່າຫູກນີ້ ໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ, ມີຄວາມຍືນຍົງ ແລະ ຄຽງຄູ່ກັບຄົນລາວ ໂດຍສະເພາະແມ່ນໜ່ວຍສະຫະພັນແມ່ຍິງ ກໍຄືສະມາຊິກເອື້ອຍນ້ອງແມ່ຍິງບ້ານກັນດອນໃໝ່ ເມືອງທ່າແຕງຕະຫລອດໄປ.
ໂດຍ: ສັນຍາ
KPL